Header Ads

ຊົມເຊີຍວັນສ້າງຕັ້ງ ວສລ ຄົບຮອບ 57 ປີ (13/08/1960-13/08/2017)




ມື້ນີ້ ວິທະຍຸກະຈາຍສຽງຝ່າຍປະເທດລາວໃນເມື່ອກ່ອນ ຫລື ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໃນປະຈຸບັນ ພໍດີມີອາຍຸຄົບຮອບ 57 ປີ. ຕະຫລອດໄລຍະ 57 ປີຜ່ານມາ, ວສລໄດ້ເຮັດຫນ້າທີ່ອັນມີກຽດຂອງຕົນ ໃນຖານະເປັນກະບອກສຽງອັນສໍາຄັນຂອງພັກ ແລະ ລັດຖະບານ ປະກອບສ່ວນໂຄສະນາແນວທາງນະໂຍບາຍຂອງພັກ ແຜ່ນພັດທະນາເສດຖະກິດສັງຄົມຂອງລັດຖະບານ, ການສ້າງຮາກຖານການເມືອງ, ແລະ ການພັດທະນາຊົນນະບົດຮອບດ້ານ ເພື່ອນໍາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020. 



ໃນນາມຜູ້ອໍານວຍການໃຫຍ່ ພ້ອມດ້ວຍຄະນະ ແລະ ພະນັກງານທຸກທົ່ວຫນ້າຂອງ ວສລ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງບັນດາທ່ານຜູ້ນໍາພັກ-ລັດໃນທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຊີ້ນໍານໍາພາ ວສລ ຂອງພວກເຮົາ ໃຫ້ໄດ້ຮັບຜົນສໍາເລັດອັນໂດດເດັ່ນຕະຫລອດມາ; ພ້ອມນີ້ ກໍ່ຂໍສະແດງຄວາມຂອບໃຈອັນຈິງໃຈມາຍັງບັນດາເພື່ອນຮ່ວມງານທຸກທົ່ວຫນ້າ, ລວມທັງບັນດາທ່ານຜູ້ຟັງ-ຜູ້ຊົມ ທີ່ໄດ້ໃຫ້ການຮ່ວມມື ແລະ ໃຫ້ກໍາລັງໃຈແກ່ພວກເຮົາໂດຍດີ ຕະຫລອດມາ; ອີກປະການຫນຶ່ງ ກໍ່ຂໍຂອບໃຈບໍລິສັດຫ້າງຮ້ານຕ່າງໆທີ່ໄດ້ໃຫ້ການສະຫນັບສະຫນູນພວກເຮົາໃນການເຄື່ອນໄຫວປະຕິບັດຫນ້າທີ່ ແລະ ພິເສດ ກໍ່ແມ່ນຂໍຂອບໃຈພະນັກງານພາຍໃນ ວສລ ທຸກທົ່ວຫນ້າ, ບໍ່ວ່າຈະເປັນ ລຸ້ນກ່ອນ ສະໄຫມບຸກເບີກກໍ່ຕັ້ງ ວສລ ຫລື ລຸ້ນໃຫມ່ສະໄຫມປະຈຸບັນ ທີ່ພວກທ່ານ ໄດ້ອຸທິດທັງເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງວັງຊາ ປະກອບສ່ວນເຮັດໃຫ້ ວສລ ມີຜົນງານ ແລະໄດ້ຮັບຜົນສໍາເລັດໃຫມ່ທີ່ຫນ້າເພິ່ງພໍໃຈ ສະເຫມີມາ ຈົນມາເຖິງທຸກມື້ນີ້.


ທີ່ມາ: ວສລ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.