Header Ads

“FOCUS” ແມ່ນກຸແຈດອກສໍາຄັນນໍາພາໄປສູ່ຄວາມສໍາເລັດ



ຄັ້ງໜຶ່ງພໍ່ຂອງທ ບິລ ເກດ (Bill Gates) ຊື່ ວິລ້ຽມ ເກດ  (William H. Gates Sr) ເຊີນ ວໍເຣັນ ບັບເຟັດ ມາຮັບປະທານອາຫານຄໍ່າທີ່ເຮືອໂດຍ ວິລ້ຽມ ເກດ ທ້າໃຫ້ ບິລ ເກດ ຜູ້ເປັນລູກຊາຍ ເຊິ່ງເສດຖີອັນດັບໜຶ່ງຂອງໂລກ ແລະ ວໍເຣັນ ບັບເຟັດ ເສດຖິອັນດັບສອງຂອງໂລກຂຽນໜຶ່ງສິ່ງທີ່ເປັບເຄັບລັບນໍາພາໃຫ້ພວກເຂົາປະສົບຄວາມສໍາເລັດໃນປັດຈຸບັນ ເຊິ່ງທັງສອງກໍກັບໄປຂຽນໃສ່ເຈ້ຍໃບໜຶ່ງໃຫ້ມາ  ວິລ້ຽມ ເກດ  ແຕ່ສິ່ງທີ່ໜ້າປະລາດໃຈ ແລະ ອັນສະຈັນທີ່ສຸດແມ່ນ ທັງສອງຂຽນຄໍາສັ້ນໆ ແລະ ເປັນຄໍາດຽວກັນຄື “FOCUS” ເຊິ່ງເປັນເຄັບລັບ  ແລະ ກະແຈດອກສໍາຄັນທີ່ໄຂປະຕູສູ່ຄວາມສໍາເລັດຂອງມະຫາເສດຖີທັງສອງ.


 ເບື້ອງຂວາ ວິລ້ຽມ ເກດ (ຜູ້ເປັນພໍ່) ແລະ ເບື້ອງຊາຍ ບິລ ເກດ 

ເບື້ອງຊາຍ ວໍເຣັນ ບັບເຟັດ 

ຄໍາວ່າ  “FOCUS” ນີ້ບໍ່ພຽງແຕ່ມະຫາເສດຖິທັງສອງເທົ່ານັ້ນທີ່ເນັ້ນໜັກ ແລະ ໃຫ້ຄວາມສໍາຄັນເໜືອສິ່ງອື່ນໃດຂອງການຕັ້ງເປົ້າໝາຍຊີວິດ ຫຼື ການຕັ້ງເປົ້າໝາຍໃຫ້ບໍລິສັດເຕີບໃຫຍ່ ແຕ່ວິດາແຫ່ງ ບໍລິສັດ ແອັບເປີນ  ສະຕິບ ຈ໊ອບ (Apple Inc) ທີ່ເປັນຜູ້ກໍ່ຕັ້ງບໍລິສັດນີ້ກັບມືຍັງຖືຄໍານີ້ເປັນຫຼັກ (ຄໍາພີ) ໃນການພິກຟື້ນ ບໍລິສັດ ແອັບເປີນ ໃນຊ້ວງຂາລົງ ແລະ ຕົກຕໍາທີ່ສຸດໃຫ້ກັບມາຍິ່ງໃຫຍ່ອີກຄັ້ງ. 

ສະຕິບ ຈ໊ອບ
ຖ້າຫວນກັບໄປເມື່ອຕອນທີ່ ສະຕິບ ຈ໊ອບ ຖືກໄລ່ອອກຈາກບໍລິສັດ ໂຕເອງທີ່ຕັ້ງມາກັບມື ແຖມຍັງຖືກຜູ້ບໍລິຫານ (Apple CEO) ທີ່ຕົນເອງໄປຊວນມາເຮັດວຽກກັບ ບໍລິສັດ ແອັນເປີນ ແຕ່ກັບມາໄລ່ຕົນເອງອອກຈາກບໍລິສັດ ທີ່ເປັນຜູ້ກໍ່ຕັ້ງ ເຊິ່ງເຂົາຄົນນັ້ນກໍຄື ຈອນ ສະເກົາລີ (John Sculley )ກ່ອນທີ່ຈະມາຢູ່ກັບ ບໍລິສັດ ແອັນເປີນ  ເຄີຍເປັນບໍລິຫານສູງສຸດໃຫ້ກັບ ບໍລິສັດເປັບຊີ (PEPSI CO)  ເຊິ່ງວະລີເດັດທີ່ຄົນທົ່ວໂລກຈົດຈໍາ ແລະ ເຮັດໃຫ້  ຈອນ ສະເກົາລີ ຍອມມາເຮັດວຽກທີ່ ບໍລິສັດ ແອັບເປີນ ຄື:

“Do you want to sell sugar water for the rest of your life, or do you want to come with me and change the world?” 

ຖ້າແປຄວາມໝາຍຄື :  “ ເຈົ້າຈະຂາຍນໍ້າຫວານໄປຕະຫຼອດຊີວິດຂອງເຈົ້າ ຫຼື ມາເຮັດວຽກນໍາຂ້ອຍເພື່ອປ່ຽນໂລກນີ້ ? ”

ຮູບເບື້ອງຊາຍ ຈອນ ສະເກົາລີ

ແຕ່ແລ້ວມັນດີຄືນດີ ສະຕິບ ຈ໊ອບ ຖືກໄລ່ອອກໂດຍ ຈອນ ສະເກົາລີ ເມື່ອ Apple II  ແລະ ຜົນປະກອບການຂອງບໍລິສັດບໍ່ເຂົ້າຕາຜູ້ຖືກຫຸ້ນເຮັດໃຫ້   ສະຕິບ ຈ໊ອບ ຖືກກະເດັນອອກຈາກ ບໍລິສັດ ແອັບເປີນ ແລ້ວຕ້ອງພັກໃຈຢູ່ຫຼາຍເດືອນກ່ອນທີ່ສະພາບຈິດໃຈຈະກັບມາເປັນປົກກະຕິ ແລະ ກໍຕັ້ງ ບໍລິສັດ Next ແລະ ສະຕູໂອຊື່ Pixar (ສະຕູລີໂອ ທີ່ຜະລິດໜັງກະຕຸ່ນອັນໂດ່ງດັງ ແລະ ປັດຈຸບັນຖືກຊື້ໂດຍ ບໍລິສັດ Disney ).  ເມື່ອ ສະຕິບ ຈ໊ອບ ອອກໄປ ບໍລິສັດ ແອັບເປີນກໍຍັງບໍ່ໝົດບັນຫາເພາະຍອດຂາຍ ແລະ ຜົນປະກອບການກໍ່ຍັງຄົງຕົກຕໍ່າເຖິງຂັ້ນວິກິດຢູ່. ດັ່ງນັ້ນ,​ ຜູ້ຖືກຫຸ້ນ ແລະ ຄະນະບໍລິຫານ ຈໍາໃຈຕ້ອງຊື່ ບໍລິສັດ Next ເພື່ອທີ່ຈະໃຫ້ ສະຕິບ ຈ໊ອບ ກັບມາພິກຟື້ນບໍລິສັດອີກຄັ້ງ ເຖິງແມ່ນວ່າຮູ້ດີວ່າ ເມື່ອ ສະຕິບ ຈ໊ອບ ກັບມາເຂົາຈະໄລ່ ຄະນະບໍລິຫານຊຸດເກົ່າທຸກຄົນອອກໝົດ.



ສະຕິບ ຈ໊ອບ ກັບຄືນສູ່ອານາຈັກເກົ່າ ສິ່ງທີ່ເຂົາເຮັດແມ່ນເອີ້ນ ຄະນະບໍລິຫານຊຸດໃໝ່ມາປະຊຸມແລ້ວບອກທຸກຄົນວ່າ: ພວກເຮົາຕ້ອງ “FOCUS”  ແລະ ສະຕິບ ຈ໊ອບ ກໍແຕ້ມຮູບໃສ່ດານເປັນຮູບສີ່ເຫຼັ່ມທີ່ເນັ້ນຜະລິດຕະພັນ 4 ໂຕເປັນຫຼັກ  ພ້ອມກັບປະຕິຮູບການເງິນ, ການລິຫານ, ວິສະວະກອນ ແລະ ອື່ນໆ.



ສະຕິບ ຈ໊ອບ ບອກຄະນະບໍລິຫານວ່າຕ້ອງ  FOCUS ທີ່ຜະລິດຕະພັນ 4 ໂຕນີ້ (iPhone, iMac, iPod ແລະ iPaD) ເຖິງແມ່ນບາງໂຕຍັງບໍ່ທັນໄດ້ຜະລິດກໍອອກມາດ້ວຍຊໍ້າ ແຕ່ກໍເຮັດໃຫ້  ບໍລິສັດ ແອັບເປີນ ກັບມາຍິ່ງໃຫຍ່ຈົນຮອດປັດຈຸບັນນີ້ດ້ວຍການໃຊ້ຫຼັກການ “FOCUS”. 


ກັບມາທີ່ຄໍາວ່າ FOCUS ເຊິ່ງໃນຄວາມໜາຍຂອງຄໍານີ້ຍັງຊ້ອນເນື້ອຫາສາລະສໍາຄັນທີ່ເປັນແກ່ນສານນໍາອີກ ໂດຍຄໍານີ້ເມື່ອແຕກຄວາມອອກກໍຈະໄດ້ຄໍາວ່າ: 

F  = Follow 
O = One 
C = Course 
U = Until
S = Successful 




ຖ້າທ່ານໃດຕ້ອງການປະສົບຄວາມສໍາເລັດໃດໜຶ່ງ ຫຼື ຄັ້ງໜຶ່ງຂອງຊີວິດການເປັນຄົນ ຢາກປະສົບຄວາມສໍາເລັດ ກໍລອງເກັບຫຼັກການ ຫຼື ແນວຄິດນີ້ໄປປັບໃຊ້ກັບຊີວິດ ແລະ ທຸລະກິດ ລອງເບິ່ງກໍບໍ່ເສຍຫາຍ. 

© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.