Header Ads

ເຈົ້າໜ້າທີ່ຢືນຢັນ ເຂື່ອນນໍ້າເອົ້າທີ່ກໍາລັງສ້າງໃໝ່ແຕກແທ້ໃນວັນທີ 11 ກັນຍາ 2017 ຜ່ານມານີ້



ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ ເມືອງທ່າໂທມ ລາຍງານໃຫ້ຮູ້ວ່:  ເກີດເຫດເຂື່ອນນໍ້າເອົ້າແຕກໃນຕອນສວາຍຂອງວັນທີ 11 ກັນຍາ 2017 ເຊິ່ງເປັນເຂື່ອນນ້ອຍທີ່ກຳລັງກໍ່ສ້າງຢູ່ເທິງເໜືອ ເຂື່ອນນໍ້າງຽບ 2 ຫຼື ( ເຂື່ອນນໍ້າເອົ້າ).






ເຂື່ອນນໍ້າເອົ້າແມ່ນຂະຫນາດ 12 ເມກາວັດແຕກ  ເຊິ່ງເຂື່ອນດັ່ງກ່າວຕັ້ງຢູ່ເມືອງຜາໄຊ ແຂວງຊຽງຂວາງ ຍັງຢູ່ໃນໄລຍະກໍ່ສ້າງເຊິ່ງຕັ້ງຢູ່ເໜືອເຂື່ອນໍ້າງຽບສອງ.  ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງແມ່ນກໍາລັງເລັ່ງກວດຫາເຫດທີ່ເຮັດໃຫ້ເຂື່ອນແຕກ ພ້ອມກັບກວດສອບ,  ປະເມີນຜົນກະທົບ ແລະ ຄວາມເສຍຫາຍຈາກກະແສນໍ້າທີ່ພັດໄຫຼຖ້ວມບ້ານເຮືອນປະຊາຊົນ ແລະ ຮົ້ມສວນໃນເຂດພື້ອນທີ່ເຂື່ອນແຕກ.




ຂໍ້ມູນລ່າສຸດຍັງບໍ່ທັນມີລາຍງານ ຜູ້ບາດເຈັບ ຫຼື ເສຍຊີວິດ ແລະ ຄວາມເສຍຫາຍເບື້ອງຕົ້ນ ແຕ່ຕ້ອງລໍຜົນການສອບສອບຈາກເຈົ້າໜ້າທີ່ກ່ຽວຂ້ອງກ່ອນ. 







© ໂຕະນໍ້າຊາ | tonamcha.com    

___________





Powered by Blogger.