Header Ads

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2017



ປະຕິບັດຕາມແຜນດຳເນີນງານ ຂອງລັດຖະບານຊຸດທີ 8, ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2017 ໄດ້ໄຂຂຶ້ນໃນວັນທີ 7 ແລະ ປິດລົງໃນວັນທີ 8 ກັນຍາ 2017 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າແຂວງ, ຜູ້ຕາງໜ້າ ອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະຫະພັນນັກຮົບເກົ່າ  ພ້ອມດ້ວຍແຂກຖືກເຊີນເຂົ້າ ຮ່ວມຢ່າງ ພ້ອມພຽງ.



ສຳລັບເນື້ອໃນ ຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ ແລະ ຕົກລົງ 6 ບັນຫາທີ່ສຳຄັນ ດັ່ງນີ້:

1). ​​​​​ສະຫຼຸຸບຕີລາຄາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2017 ແລະ ປຶກສາຫາລື ກ່ຽວກັບທິດທາງຂອງຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາສຳລັບປີ 2018;
2). ​​​​​ຮັບຟັງການລາຍງານ ສະຫຼຸຸບຖອດຖອນບົດຮຽນ ແລະ ທິດທາງຜັນຂະຫຍາຍຜົນ ການຢ້ຽມຢາມຕ່າງປະເທດ ຂອງສູນກາງພັກ ແລະ ລັດຖະບານ;
3). ​​​​​ສະຫຼຸຸບຕີລາຄາ ການຈັດຕັ້ງປະຕິບັດມະຕິ, ດຳລັດ, ຄຳສັ່ງ, ແຈ້ງການ ແລະ ການຕົກລົງຂອງລັດຖະບານ ໃນໄລຍະຜ່ານມາ;
4).​ ​​​​​ສະຫຼຸຸບຕີລາຄາ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;
5. ​​​​​ການກະກຽມຄວາມພ້ອມ ໃນການເປີດປີທ່ອງທ່ຽວລາວ 2018;
​​​​​6). ສະພາບການແກ້ໄຂສິ່ງກີດຂວາງ ແລະ ການຄິດໄລ່ຄ່າຊົດເຊີຍ ຜູ້ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.

1. ​​​​​ກ່ຽວກັບ ການສະຫຼຸຸບຕີລາຄາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2017 ແລະ ທິດທາງ ສຳລັບປີ 2018 ກອງປະຊຸມ ໄດ້ຮັບຮອງເອົາດ້ານຫຼັກການ ຕໍ່ບົດລາຍງານ ຂອງບັນດາກະຊວງທີ່ກ່ຽວຂ້ອງ ພ້ອມທັງ ໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳເອົາໄປປັບປຸງຕື່ມ ຕາມການປກອບຄຳຄິດຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ກ່ອນຈະນຳສະເໜີຂໍທິດຊີ້ນຳຈາກກອງປະຊຸມສູນກາງພັກ ຄົບຄະນະຄັ້ງທີ 5 ສະໄໝທີ X ທີ່ຈະໄຂຂຶ້ນໃນມໍ່ໆນີ້. ໃນນີ້, ໃຫ້ຂະແໜງການເງິນ ສົມທົບກັບກະຊວງ-ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນຄົ້ນ ຄວ້າ ແລະ ກວດກາຕື່ມ ການມອບພັນທະງົບປະມານ, ກວດກາຄືນບັນດາຖານລາຍຮັບ, ການຄຸ້ມຄອງການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍ ໂດຍຫັນເອົາການຄຸ້ມຄອງດັ່ງກ່າວ ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ ແລະ ສາມາດກວດກາ, ກວດສອບໄດ້ ຄຽງຄູ່ກັນນັ້ນ, ກໍໃຫ້ປັບປຸງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຢູ່ໃນຂະແໜງດັ່ງກ່າວ.

- ​​​​​ໃຫ້ຂະແໜງແຜນການ ແລະ ການລົງທຶນຈັດສັນຄືນໃໝ່ ໂດຍຈັດລຽງບຸລິມະສິດບັນດາໂຄງການລົງທຶນຂອງລັດ ວ່າໂຄງການໃດ, ຢູ່ຂະແໜງການໃດ ແລະ ທ້ອງຖິ່ນໃດ ທີ່ມີຄວາມຈຳເປັນແທ້ໆ ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນດັ່ງກ່າວ ມີປະສິດທິຜົນສູງ.

- ​​​​​ໃຫ້ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້, ຮີບຮ້ອນຄົ້ນຄວ້າແກ້ໄຂບັນຫາ ຄວາມແຕກຕ່າງ ລະຫວ່າງ ອັດຕາແລກປ່ຽນ ໃນລະບົບທະນາຄານ ແລະ ນອກທະນາຄານ; ສາມາດຮັບປະກັນຄັງເງິນສຳຮອງ; ສາມາດຄວບຄຸມໄດ້ປະລິມານເງິນ M2; ໃຫ້ເອົາໃຈໃສ່ຕິດຕາມກວດກາຮ້ານແລກປ່ຽນເງິນຕາ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມລະບຽບການ, ບໍ່ໃຫ້ມີການກັກຕຸນເງິນຕາຕ່າງປະເທດ ເພື່ອເກງກຳໄລ ຖ້າພົບເຫັນຕ້ອງດຳເນີນມາດຕະການເດັດຂາດ ຕໍ່ຜູ້ກະທຳຜິດ.

2. ​​​​​ການລາຍງານ ສະຫຼຸຸບຖອດຖອນບົດຮຽນ ແລະ ທິດທາງ ຜັນຂະຫຍາຍຜົນການຢ້ຽມຢາມຕ່າງປະເທດ ຂອງສູນກາງພັກ ແລະ ລັດຖະບານ. ປະຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 139 ປະເທດ, ມີການພົວພັນກັບເກືອບ 130 ພັກການເມືອງ ໃນທົ່ວໂລກ, ມີສຳນັກງານຕາງໜ້າການທູດຢູ່ຕ່າງປະເທດທັງ ໝົດ 39 ແຫ່ງ, ມີສະຖານທູດ 26 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົງສູນໃຫຍ່ 9 ແຫ່ງ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ກອງປະຊຸມໄດ້ມີທິດຊີ້ນຳ: ໃຫ້ກະຊວງການຕ່າງປະເທດ ສືບຕໍ່ເປັນໃຈກາງປະສານງານ ດ້ານການພົວພັນຮ່ວມມືກັບ ຕ່າງປະເທດຂອງບັນດາພາກສ່ວນ, ຂະແໜງການ ແລະ ທ້ອງຖິ່ນຂອງລາວເຮົາ ເພື່ອເຮັດໃຫ້ການໄປຢ້ຽມຢາມຕ່າງປະເທດຂອງການນຳແຕ່ລະຂັ້ນ, ການຮ່ວມມືແຕ່ລະລະດັບ ມີຈຸດສຸມ ແລະ ມີປະສິດທິຜົນສູງ. ໃນນັ້ນ ແຕ່ລະຄະນະທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມຕ່າງປະເທດ ເຫັນຄວນໃຫ້ມີການປຶກສາຫາລືກັນກ່ອນ ທັງນີ້ ກໍເພື່ອກະກຽມ ແລະ ກຳນົດເປົ້າໝາຍການຮ່ວມມືໃຫ້ລະອຽດ, ຈະແຈ້ງ, ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນແທ້ ທັງສາມາດນຳເອົາໝາກຜົນຕົວຈິງ ມາໃຫ້ປະເທດຊາດ ແລະ ປະຊາຊົນ, ຄຽງຄູ່ກັບການເອົາໃຈໃສ່ດຶງດູດ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ຫຼາຍຂຶ້ນ; ພ້ອມດຽວກັນນີ້, ໂຄງການໃດທີ່ໄດ້ຕົກລົງແລ້ວ ຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ໃນຕໍ່ໜ້າ ໃຫ້ກະຊວງການຕ່າງປະເທດ ສະຫຼຸຸບ, ສັງລວມ, ກວດກາປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນການ ກໍຄື ບັນດາໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອລາຍງານໃຫ້ລັດຖະບານ ມີທິດຊີ້ນຳຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.

​​​​​3. ການສະຫຼຸຸບຕີລາຄາ ການຈັດຕັ້ງປະຕິບັດ, ມະຕິ, ດຳລັດ, ຄຳສັ່ງ, ແຈ້ງການ ແລະ ການຕົກລົງຂອງລັດຖະບານ ໃນໄລຍະຜ່ານມາ ກອງປະຊຸມໄດ້ຕີລາຄາວ່າ: ໃນໄລຍະຜ່ານ ມາລັດຖະບານໄດ້ອອກບັນດານິຕິກຳລຸ່ມກົດໝາຍເປັນຈຳ ນວນຫຼວງຫຼາຍ ສ່ວນໃຫຍ່ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກມີຜົນດີ ພ້ອມກັນນັ້ນເຫັນວ່າມີຫຼາຍນິຕິກຳ ການຜັນຂະຫຍາຍຍັງຊັກຊ້າ, ປະສິດທິຜົນຍັງບໍ່ທັນສູງ ແລະ ອື່ນໆ. ໃນພາກປະຕິບັດຕົວຈິງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເຫັນວ່າຈັດຕັ້ງປະຕິບັດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ບັນດານິຕິກຳຂອງລັດຖະບານ ໃຫ້ມີປະສິດທິຜົນສູງຂຶ້ນນັ້ນ, ກອງປະຊຸມໄດ້ມີທິດຊີ້ນຳ: ເຫັນດີໃຫ້ກວດກາ ແລະ ປັບປຸງຄືນບັນດາກົນໄກການປະສານງານ ລະຫວ່າງຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນໃຈກາງປະສານງານ ທັງນີ້ ກໍເພື່ອກ້າວໄປສູ່ລະບົບກົນໄກປະຕູດຽວ, ສິ່ງສຳຄັນຕ້ອງໄດ້ໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນລະບົບບໍລິຫານລັດ ໂດຍສະເພາະແມ່ນ: ລະບົບ ຄອມພິວເຕີ, ອິນເຕີເນັດ ແລະ ລະບົບອື່ນໆທີ່ກ່ຽວຂ້ອງ ໂດຍມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ກະຊວງໄປສະນີ,​ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄົ້ນຄວ້າປຶກສາຫາລືກັນ ທັງນີ້ ກໍເພື່ອຮັບປະກັນເວລາລັດຖະບານ ປະກາດນຳໃຊ້ນິຕິກຳແລ້ວ ທຸກພາກສ່ວນທີ່ກ່ຽວຂ້ອງ ສາມາດຮັບຮູ້ຢ່າງວ່ອງໄວ, ທັນການ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ.

​​​​​4. ກ່ຽວກັບການສະຫຼຸຸບຕີ ລາຄາການຈັດຕັ້ງປະຕິບັດຄຳ ສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ຄຳສັ່ງດັ່ງກ່າວເປັນໄມ້ຫຼາວັດແທກໜຶ່ງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ໃນການປົກປັກຮັກສາຊັບພະຍາກອນທຳມະຊາດ. ພ້ອມດຽວກັນນີ້ ກໍໄດ້ມີທິດຊີ້ນຳໃຫ້ທຸກພາກສ່ວນ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 15/ນຍ ໂດຍບໍ່ມີກຳນົດ, ຍາມໃດທີ່ຊັບພະຍາກອນປ່າໄມ້ຂອງພວກເຮົາຍັງຖືກທຳລາຍ ໂດຍບໍ່ມີການຍົກເວັ້ນຕໍ່ຜູ້ທີ່ກະທຳຜິດ, ບໍ່ທໍ້ຖອຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ຄະນະສະເພາະກິດ ຕ້ອງໄດ້ສືບຕໍ່ລົງສົມທົບກັບບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອຊີ້ນຳ, ຕິດຕາມ ໃນການຈັດຕັ້ງປະຕິບັດ ຖ້າຫາກຍັງເຫັນວ່າ ມີບັນຫາຄົງຄ້າງແມ່ນໃຫ້ລາຍງານລັດຖະບານ ເພື່ອຂໍ້ທິດຊີ້ນຳ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງທັນການ. ໃນນີ້ ກໍໃຫ້ສືບຕໍ່ແກ້ໄຂບັນຫາ ໂຮງເລື່ອຍ-ໂຮງຊອຍ ທີ່ບໍ່ໄດ້ຕາມເງື່ອນໄຂ ແລະ ມາດຕະຖານ.

​​​​​5. ຮັບຟັງການລາຍງານ ກະກຽມຄວາມພ້ອມໃນການ ເປີດປີທ່ອງທ່ຽວລາວ ປີ 2018 ກອງປະຊຸມມີທິດຊີ້ນຳໃຫ້ທຸກກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ທຸກແຂວງທົ່ວປະເທດ ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມປີທ່ອງທ່ຽວ 2018 ໃຫ້ໄດ້ຮັບຜົນດີ ເປັນຕົ້ນ: ໃຫ້ນຳໃຊ້ສິ່ງທີ່ປະເທດເຮົາມີ, ຈຸດພິເສດຂອງປະເທດເຮົາ. ສຳຄັນຕ້ອງຮັບປະກັນຄວາມສະອາດຈົບງາມ, ປອດໄພ ແລະ ໃຫ້ມີຫຼາຍຮູບການ. ນອກຈາກ ການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດແລ້ວ ຕ້ອງສົ່ງເສີມການທ່ອງທ່ຽວທາງດ້ານກະສິກຳ, ກິລາ ແລະ ອື່ນໆ ໃນນັ້ນ ໃຫ້ເອົາໃຈໃສ່ໂຄສະນາຜ່ານສື່ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

​​​​​6. ຮັບຟັງການລາຍງານ ສະພາບການແກ້ໄຂສິ່ງກີດຂວາງ ແລະ ການຊົດເຊີຍ ຜູ້ໄດ້ຮັບຜົນກະທົບ ຈາກການກໍ່ສ້າງ ໂຄງການລົດໄຟ ລາວ-ຈີນ ກອງປະຊຸມໄດ້ມີທິດຊີ້ນຳ ໃຫ້ກະຊວງທີ່ກ່ຽວຂ້ອງ ຈົ່ງພ້ອມກັນກັບອຳນາດການປົກຄອງແຂວງ 5 ແຂວງ ທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດການຊົດເຊີຍ ຕໍ່ຜູ້ທີ່ຖືກກະທົບ ຈາກໂຄງການດັ່ງກ່າວໃຫ້ຖືກຕ້ອງ ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.

​​​​​ໃນຕອນທ້າຍກອງປະຊຸມ, ເພື່ອເປັນທິດທາງໃຫ້ແກ່ການປະຕິບັດໜ້າທີ່ຂອງລັດຖະບານ ກໍຄື ຂະແໜງການ ແລະ ທ້ອງຖິ່ນ ແຕ່ນີ້ເຖິງທ້າຍປີ ແລະ ຕໍ່ເນື່ອງເຖິງປີ 2018 ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ຈົ່ງນຳເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງ ບັນດາວຽກງານທີ່ເປັນຈຸດສຸມ ໃນປີ 2018 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ ດັ່ງນີ້:

1). ​​​​​ສືບຕໍ່ເອົາໃຈໃສ່ ວຽກງານຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍສະເພາະ ບັນຫາຢາເສບຕິດ, ການຊີງຊັບ, ຂີ້ລັກງັດແງະ, ອັກຄີໄພ ແລະ ບັນຫາອື່ນໆ ໃຫ້ຫຼຸຸດໜ້ອຍຖອຍລົງ ໃນຂອບເຂດທົ່ວປະເທດ.

2). ​​​​​ສືບຕໍ່ແກ້ໄຂບັນຫາເສດຖະກິດ ເພື່ອໃຫ້ມີທິດຫັນປ່ຽນທີ່ໜັກແໜ້ນ, ສູ້ຊົນໃຫ້ບັນລຸຄາດໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ທີ່ສະພາແຫ່ງຊາດຮັບຮອງ. ສ້າງພື້ນຖານອັນແຂງແກ່ນ ໃຫ້ແກ່ການຈັດຕັ້ງປະຕິບັດແຜນ ປີ 2018 ແລະ ປີຕໍ່ໆໄປ ເພື່ອບັນລຸຄາດໝາຍດັ່ງກ່າວ, ພວກເຮົາຕ້ອງໄດ້ຄຸ້ມຄອງ ເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ທິດທາງ ແລະ ມາດຕະການ ກະຕຸ້ນເສດຖະກິດ ທີ່ລັດຖະບານໄດ້ວາງອອກ ໃຫ້ມີປະສິດທິຜົນ ໂດຍລົງເລິກວຽກງານຈຸດສຸມໃນແຕ່ລະດ້ານ ຄື:

- ສູ້ຊົນເກັບລາຍຮັບໃຫ້ ໄດ້ຕາມແຜນ ຫຼື ລື່ນແຜນທີ່ສະພາຮັບຮອງ ເພື່ອຮັບປະກັນໃຫ້ງົບປະມານ ມີຄວາມຄ່ອງຕົວ ແລະ ຫຼຸຸດຜ່ອນການຂາດດຸນງົບປະມານ, ດຳເນີນການອ່ວາຍໜີ້ສາມແຈໃຫ້ສຳເລັດພາຍໃນ ທ້າຍປີ 2017 ແລະ ສືບຕໍ່ຂຸດຄົ້ນແຫຼ່ງທຶນ ເພື່ອຊຳລະໜີ້ສິນໂຄງການລົງທຶນຂອງລັດ ໃຫ້ໄດ້ຕາມສົກງົບປະມານ; ຄົ້ນຄວ້າ ແລະ ປັບປຸງນະໂຍບາຍ ເພີ່ມອາກອນຊົມໃຊ້ ສຳລັບສິນຄ້າຟຸມເຟືອຍຈຳນວນໜຶ່ງ ຢ່າງສົມເຫດສົມຜົນ ເພື່ອສ້າງລາຍຮັບເຂົ້າງົບປະມານ.

- ​​​​​ຮີບຮ້ອນຄົ້ນຄວ້ານະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການເຄື່ອນໄຫວທຸລະກິດ, ການຜະລິດສິນຄ້າ ແລະ ບໍລິການທີ່ ເປັນທ່າແຮງຂອງເສດຖະກິດແຫ່ງຊາດ ກໍຄື ແຕ່ລະທ້ອງຖິ່ນ ໂດຍມີມາດຕະການທີ່ຊັດເຈນ ແລະ ໂປ່ງໃສ ໃນການເລືອກເຟັ້ນຫົວໜ່ວຍທຸລະກິດທີ່ມີຜົນງານ ແລະ ມີຄວາມສາມາດ ໃນການຂະຫຍາຍທຸລະກິດ; ຕິດຕາມ ແລະ ຄຸ້ມຄອງ ອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ຖ້າຈຳເປັນກໍອາດຜ່ອນຄາຍນະໂຍບາຍເງິນຕາ ແຕ່ຕ້ອງສົມຄູ່ກັບການຮັກສາສະຖຽນລະພາບ ຂອງອັດຕາແລກປ່ຽນຕາມກົນໄກຕະຫຼາດ ໂດຍມີການຄຸ້ມຄອງທີ່ດີ ແລະ ຮັດກຸມ.

- ​​​​​ສືບຕໍ່ປັບປຸງ ຫຼື ປະຕິຮູບ ບັນດາລັດວິສາຫະກິດ ທີ່ເຄື່ອນໄຫວບໍ່ມີປະສິດທິຜົນ ຫຼື ມີປະສິດທິຜົນຕ່ຳໃຫ້ໄວຂຶ້ນ, ເປັນຕົ້ນແມ່ນລັດວິສາຫະກິດ ການບິນລາວ, ລັດວິສາຫະກິດ ໄຟຟ້າລາວ, ທະນາຄານທຸລະກິດລັດ ແລະ ອື່ນໆ. ການປັບປຸງລັດວິສາຫະກິດສາມາດເຮັດ ໃນຫຼາຍຮູບການຕາມຈຸດພິເສດ ແລະ ສະພາບຄວາມເປັນຈິງ ຂອງວິສາຫະກິດເຊັ່ນ: ຍົກລະດັບຄວາມຮູ້ຄວາມສາມາດ ຂອງຜູ້ບໍລິຫານ ແລະ ພະນັກງານ, ການປັບປຸງຄະນະບໍລິຫານທີ່ ເຮັດວຽກບໍ່ມີປະສິດທິຜົນ ຫຼື ກ້າວໄປສູ່ການນຳໃຊ້ຜູ້ບໍລິຫານ ມືອາຊີບ, ຫັນລັດວິສາຫະກິດ ໄປສູ່ຮູບການລົງທຶນ ຫຼື ສັນຍາຈ້າງບໍລິຫານ. ທີ່ມີປະສິດທິຜົນ ຫຼື ຫັນໄປສູ່ຮູບກຳມະສິດອື່ນ ແຕ່ຕ້ອງໄດ້ຄົ້ນຄວ້າວິໄຈ ແລະ ຊັ່ງຊາໃຫ້ເລິກເຊິ່ງ ແລະ ຮອບຄອບ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ ພ້ອມທັງ ໃຫ້ການປັບປຸງສອດຄ່ອງກັບ ທິດທາງ ແລະ ເປົ້າໝາຍການພັດທະນາປະເທດ ໃນໄລຍະຍາວ.

- ​​​​​ສືບຕໍ່ເອົາໃຈໃສ່ຈັດຕ້ອງປະຕິບັດ, ມາດຕະການປະຢັດ ຕ້ານການຟຸມເຟືອຍຢ່າງເຂັ້ມງວດ, ເປັນລະບົບ ແລະ ຕໍ່ເນື່ອງ ໂດຍສະເພາະແມ່ນ ການຈຳກັດການໃຊ້ຈ່າຍງົບປະມານຂອງລັດ ໃນການຈັດງານລ້ຽງຮັບແຂກ, ໄປເຄື່ອນໄຫວຕ່າງປະເທດ ແລະ ອື່ນໆ. ພ້ອມກັນນັ້ນ ກໍໃຫ້ພິຈາລະນາຢ່າງຮອບຄອບຖີ່ຖ້ວນ ແລະ ລະອຽດເລິກເຊິ່ງ ຕໍ່ທຸກໆການລົງທຶນໃໝ່ ເພື່ອຫຼີກເວັ້ນມູນຄ່າສູງເກີນຕົວຈິງ ແລະ ບໍ່ມີປະສິດທິຜົນ ຕາມຄຳສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດ ລາຍຈ່າຍງົບປະມານແຫ່ງລັດ ໃຫ້ມີປະສິດທິຜົນ, ເຂັ້ມງວດ ໃນການກວດກາສະເໜີ ຂໍພິຈາລະນາລາຍຈ່າຍໃຫ້ບໍລິຫານ, ລາຍຈ່າຍດັດສົມ, ລາຍຈ່າຍຊື້ໃໝ່ ແລະ ອື່ນໆ.

- ປັບປຸງສະພາບແວດລ້ອມ ແລະ ບັນຍາກາດຂອງການລົງທຶນ ເພື່ອຊຸກຍູ້ ແລະ ສົ່ງເສີມການເຄື່ອນໄຫວຂອງ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໂດຍສືບຕໍ່ປັບປຸງກົນໄກ ຈັດຂັ້ນຕອນການອະນຸມັດໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ ແລະ ຄຸ້ມຄອງການລົງທຶນ ໃຫ້ມີປະສິດທິຜົນ; ແກ້ໄຂຂອດອຸດຕັນ ແລະ ທັບມ້າງສິ່ງກີດຂວາງຕ່າງໆ ເພື່ອອຳນວຍຄວາມສະດວກ ແລະ ຫຼຸຸດຜ່ອນຕົ້ນທຶນ ໃນການດຳເນີນທຸລະກິດຂອງຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຸຖິ່ນ.

- ເລັ່ງຄົ້ນຄວ້າ ແລະ ຜັນຂະຫຍາຍນະໂຍບາຍສົ່ງເສີມ ແລະ ພັດທະນາວິສາຫະກິດ ຂະຫນາດນ້ອຍ ແລະ ກາງໃຫ້ ເປັນທິດທາງ ແລະ ມາດຕະການຕົວຈິງ ທີ່ສາມາດປະຕິບັດໄດ້ ຢ່າງມີປະສິດທິຜົນ. ຄົ້ນຄວ້າສ້າງກອງທຶນ ແລະ ລະດົມທຶນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ນະໂຍບາຍດັ່ງກ່າວ ແລະ ສ້າງ ເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຜັນຂະຫຍາຍ ແລະ ດຳເນີນທຸລະກິດ ຕິດພັນກັບການປະຕິບັດບັນດານະໂຍບາຍ, ທິດທາງ ແລະ ແຜນການທີ່ລັດຖະບານ ໄດ້ວາງອອກ ເປັນຕົ້ນແມ່ນ ການຜະລິດເປັນສິນຄ້າ, ການຄ້ຳປະກັນສະບຽງອາຫານ, ການປຸງແຕ່ງຜະລິດກະສິກຳ ແລະ ອຸດສາຫະກຳ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ອື່ນໆ; ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການລົງທຶນ ຂະໜາດໃຫຍ່ໃຫ້ດຳເນີນໄປຕາມແຜນ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່, ໂຄງການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ໂຄງການຂະຫຍາຍສະໜາມບິນ ແລະ ໂຄງການອື່ນໆ ທີ່ລັດຖະບານໄດ້ອະນຸມັດໄປແລ້ວ.

- ​​​​​ກຽມຄວາມພ້ອມໃຫ້ແກ່ ການເປີດປີທ່ອງທ່ຽວ ໃຫ້ມີເນື້ອໃນ ແລະ ຄຸນນະພາບ; ສ້າງ ແລະ ຈັດຕັ້ງປະຕິບັດແຜນການ, ແຜນງານ ແລະ ກິດຈະກຳລະອຽດໃນແຕ່ລະດ້ານ ໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນ ການໂຄສະນາ, ການປັບປຸງແຫຼ່ງທ່ອງທ່ຽວ, ການປັບປຸງພື້ນຖານໂຄງລ່າງທີ່ຈຳເປັນ, ການບໍລິການນຳທ່ຽວ, ແຜນບໍລິການສາທາລະນະສຸກ ແລະ ອື່ນໆ. ໃຫ້ຖືເອົາປີທ່ອງທ່ຽວປີ 2018 ເປັນວາລະສຳຄັນຂອງຊາດ ແລະ ເປັນກຳລັງແຮງສຳຄັນ ຂອງການກະຕຸ້ນເສດຖະກິດ ພ້ອມກັນນີ້ ກໍຄວນເອົາໃຈໃສ່ ວຽກງານປົກປັກຮັກສາ ແລະ ໂຄສະນາເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ກຽມຄວາມພ້ອມ ເພື່ອຮັບມືກັບເຫດການທີ່ບໍ່ຄາດຄິດ ທີ່ອາດສ້າງຄວາມບໍ່ສະຫງົບ ແລະ ກະທົບຕໍ່ບົດບາດ, ຊື່ສຽງ ແລະ ຄວາມເຊື່ອ ໝັ້ນຂອງນັກທ່ອງທ່ຽວ ກໍຄື ຕ່າງປະເທດຕໍ່ປະເທດເຮົາ.

3). ​​​​​ສືບຕໍ່ພັດທະນາທາງດ້ານສັງຄົມ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໂດຍເອົາໃຈໃສ່ປັບປຸງ ຄຸນນະພາບການສຶກສາ ແລະ ສາທາລະນະສຸກ ໃນເຂດຊົນນະບົດຫ່າງໄກສອກຫຼີກ, ສຸມທຶນຮອນເຂົ້າໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງຊົນນະບົດ ເປັນຕົ້ນແມ່ນ ບັນດາໂຄງການພັດທະນາໄຟຟ້າ, ຖະໜົນຫົນທາງ, ນ້ຳປະປາ, ນໍ້າສະອາດ, ຊົນລະປະທານ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ອຸປະກອນການສຶກສາການແພດ ແລະ ອື່ນໆ ທີ່ມີແຜນລະອຽດ ແລະ ໄດ້ຮັບການປະເມີນແລ້ວ. ຍົກລະດັບຄຸນນະພາບ ຂອງການສິດສອນຂອງຄູ ແລະ ບົດຮຽນປະສົບການຂອງໝໍ ກໍຄື ພະຍາບານຢູ່ຊົນນະບົດໃຫ້ສູງຂຶ້ນ. ຈັດສັນພູມລຳເນົາ ແລະ ເຂດທຳມາຫາກິນ, ແຫຼ່ງນ້ຳ ເພື່ອທຳການຜະລິດ, ແນະນຳບົດຮຽນ ແລະ ເຕັກນິກວິຊາການ, ສະໜອງແນວພັນພືດ, ແນວພັນສັດ ແລະ ຊ່ວຍເຫຼືອດ້ານອື່ນໆ ທີ່ຈຳເປັນຕໍ່ປະຊາຊົນ ເພື່ອໃຫ້ສາມາດທຳການຜະລິດກຸ້ມຕົນເອງ ແລະ ຂາຍເປັນສິນຄ້າ ເພື່ອຍົກສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນຢູ່ຊົນນະບົດໃຫ້ດີຂຶ້ນ ແລະ ເຮັດໃຫ້ອັດຕາຄວາມທຸກຍາກ ຂອງປະຊາຊົນຫຼຸຸດລົງເປັນກ້າວໆ.

​​​​​4). ສືບຕໍ່ຍູ້ແຮງການພັດທະນາ ໃຫ້ໄປຕາມທິດທີ່ຍືນຍົງ ໂດຍເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາຂຸດຄົ້ນໄມ້ ແລະ ການເຄື່ອນຍ້າຍໄມ້ ຄຽງຄູ່ກັບການຫັນທຸລະກິດໄມ້ ໄປສູ່ການຜະລິດທີ່ເປັນລະບົບຄົບວົງຈອນ (ມີການປູກ, ການຕັດ, ການປຸງແຕ່ງ ແລະ ການສົ່ງອອກຜະລິດຕະພັນສຳເລັດຮູບ); ສືບຕໍ່ກວດກາ ແລະ ຄຸ້ມຄອງປ່າສະຫງວນແຫ່ງຊາດ ໂດຍການມີສ່ວນຮ່ວມຂອງປະຊາຊົນ ເພື່ອດຶງປະຊາຊົນອອກຈາກ ການຕັດໄມ້ທຳລາຍປ່າ, ເປັນຜູ້ກວດກາ ແລະ ປ້ອງກັນການບຸກລຸກ-ທຳລາຍປ່າໄມ້, ສ້າງໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ ຕິດພັນກັບການປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ພ້ອມກັນນີ້ ກໍຕ້ອງມີແຜນຟື້ນຟູປ່າໄມ້ທີ່ຊຸດໂຊມ ຈາກການບຸກລຸກລັກລອບຕັດ ໄມ້ທີ່ຜິດກົດໝາຍ ແລະ ຈາກຜົນກະທົບຂອງໂຄງການພັດທະນາ ໂດຍມີການກຳນົດແຫຼ່ງງົບປະມານ ເພື່ອການຟື້ນຟູປ່າໄມ້ຢ່າງຊັດເຈນ ຈຶ່ງຈະສາມາດປະຕິບັດໄດ້.

5). ​​​​​ສືບຕໍ່ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ເລີ່ມແຕ່ປີ 2016 ເປັນຕົ້ນ ລັດຖະບານໄດ້ກວດກາຄືນ ການຕົກລົງຂອງພາກລັດ ແລະ ການເຄື່ອນໄຫວທຸລະກິດ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຈຳນວນໜຶ່ງ ເປັນຕົ້ນແມ່ນ ການຫັນຊັບສິນເປັນທຶນ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຕິດພັນກັບການກູ້ຢືມ ໂດຍບໍ່ຜ່ານການປະມູນ (ໂຄງການ EPC), ການນຳເຂົ້ານ້ຳມັນ, ພາຫະນະ, ວັດສະດຸກໍ່ສ້າງ, ສິນຄ້າບໍລິໂພກ ແລະ ອື່ນໆ. ຂະບວນການກວດກາດັ່ງກ່າວນີ້ ໄດ້ດຳເນີນໄປຕາມຂັ້ນຕອນ ແລະ ໃຊ້ເວລາຫຼາຍສົມຄວນ ແລະ ການກວດກາ ຫຼາຍໂຄງການຍັງບໍ່ທັນສຳເລັດສົມບູນ ແຕ່ກໍສາມາດຊອກເຫັນ ການປະຕິບັດທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ເຫັນການຮົ່ວໄຫຼ ຂອງງົບປະມານຈຳນວນຫຼວງຫຼາຍ ແລະ ສາມາດກອບກູ້ຄືນລາຍ ຮັບເຂົ້າງົບປະມານ ພ້ອມກັນ ນີ້ກໍເປັນການສົ່ງສັນຍານເຕືອນ ອົງການຈັດຕັ້ງລັດກໍຄືຜູ້ປະກອບການ ເຖິງຄວາມເອົາຈິງເອົາຈັງຂອງລັດຖະບານ ໃນການຈຳກັດຮັດແຄບ ແລະ ລົງໂທດຜູ້ກະທຳຜິດ ພ້ອມທັງ ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ສຳລັບປີ 2018 ແລະ ປີຕໍ່ໆໄປ, ລັດຖະບານຈະໄດ້ສືບຕໍ່ເສີມຂະຫຍາຍ ຕາມທິດທາງດັ່ງກ່າວຢ່າງແຂງແຮງ.

6). ​​​​​ສືບຕໍ່ປັບປຸງກົນໄກການປະສານງານ ແລະ ປະສານສົມທົບ ລະຫວ່າງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນ. ປະຈຸບັນ ລັດຖະບານໄດ້ມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນຜູ້ຊີ້ນຳ ແລະ ມອບໃຫ້ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ເປັນຜູ້ປະສານງານກັບ ບັນດາຂະແໜງການ ແລະ ທ້ອງຖິ່ນ. ມື້ນີ້ ພວກເຮົາກໍໄດ້ມີ ການສະຫຼຸຸບຕີລາຄາ ແລະ ກຳນົດທິດທາງ ໃນການປັບປຸງກົນໄກດັ່ງກ່າວແລ້ວ ແລະ ຈະໄດ້ສືບຕໍ່ສະຫຼຸຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ແລະ ປັບປຸງຕໍ່ໄປອີກ ເພື່ອໃຫ້ແທດເໝາະກັບ ຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຊຸກຍູ້ໃຫ້ຂະແໜງການ ແລະ ທ້ອງຖິ່ນ ສາມາດເສີມຂະຫຍາຍທ່າແຮງ, ຄວາມອາດສາມາດ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອຮັບປະກັນປະສິດທິຜົນໃນການປະຕິບັດວຽກງານ.

7). ​​​​​ຮຽກຮ້ອງບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງ ແລະ ບັນດາເຈົ້າແຂວງ ສືບຕໍ່ເອົາໃຈໃສ່ ແລະ ບຸກບືນຫຼາຍຂຶ້ນຕື່ມ ໃນການຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດບັນ ດາວຽກງານຈຸດສຸມພາຍໃຕ້ຄວາມ ຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ. ບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງບຸກບືນ, ຫ້າວຫັນ ແລະ ແຂ່ງຂັນກັນ ເພື່ອພັດທະນາ, ສ້າງຜົນງານ ແລະ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂດຍ ສະເພາະ ໃນປີ 2017 ນີ້ ແຜນສູ້ຊົນໃຫ້ບັນລຸຄາດໝາຍທີ່ວາງໄວ້ ເພື່ອເປັນການກະຕຸກຊຸກຍູ້ ການເກັບລາຍຮັບຂອງທ້ອງຖິ່ນ, ລັດຖະບານ (ພາຍໃຕ້ການຕົກລົງຂອງກົມການເມືອງສູນກາງພັກ) ຕົກລົງໃຫ້ແບ່ງເຄິ່ງໜຶ່ງ ຂອງບ້ວງເງິນເກີນແຜນທີ່ທ້ອງຖິ່ນເກັບໄດ້ ໃຫ້ທ້ອງຖິ່ນນຳໃຊ້ ແລະ ໃຫ້ຈັດສັນເຂົ້າໃນແຜນແກ້ໄຂໜີ້ສິນເປັນບຸລິມະສິດ ພ້ອມທັງ ມີການສະຫຼຸຸບລາຍງານໃຫ້ລັດຖະບານ.

​​​​​​8). ສະເໜີໃຫ້ບັນດາອົງການຈັດຕັ້ງພັກ, ອົງການກວດກາລັດຖະບານ, ສະພາແຫ່ງຊາດ, ສານປະຊາຊົນ, ອົງການ ໄອຍະການປະຊາຊົນ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ສືບຕໍ່ຕິດຕາມ, ກວດກາ ແລະ ປະສານສົມທົບ ຢ່າງໃກ້ຊິດຕິດແທດກັບລັດຖະບານ ກໍຄື ກັບບັນດາຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອສ້າງເງື່ອນໄຂ, ຮ່ວມໄມ້ຮ່ວມມື ແລະ ຊຸກຍູ້ໃຫ້ລັດຖະບານ ປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດທີ່ໄດ້ ກຳນົດໃນກົດໝາຍ ວ່າດ້ວຍລັດຖະບານ ໃຫ້ມີປະສິດທິຜົນສູງ. 

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 


ທີ່ມາ:
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.