Header Ads

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດສະຫລຸບວຽກງານປີ 2018 ແລະ ວາງທິດທາງແຜນການໃນປີ 2019



ອີງຕາມການລາຍງານຂອງ ສໍານັກຂ່າວສານປະເທດລາວ ວ່າ: ໃນວັນທີ 11 ມັງກອນ 2019 ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄ ອຊ) ໄດ້ຈັດກອງປະຊຸມສະຫລຸບວຽກງານການເຄື່ອນໄຫວປະຈຳ ປີ 2018 ແລະ ວາງທິດທາງປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີຜູ້ຕາງໜ້າຈາກບັນດາກະຊວງ ອ້ອມຂ້າງສູນກາງ ແລະ ຄະນະກໍາມະການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສືສານ, ຮອງປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະໜຶ່ງປີຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນປີທີ່ມີຫລາຍເຫດການເກີດຂຶ້ນ, ໂດຍສະເພາະແມ່ນຂ່າວຕ່າງໆ ກ່ຽວກັບເຫດການໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ແລະ ບັນດາຂ່າວທີ່ບໍ່ເປັນຄວາມຈິງອື່ນໆ ທີ່ຖືກກຸ່ມຄົນບໍ່ດີປ່ອຍອອກມາ ເພື່ອຫວັງສ້າງຄວາມແຕກຕື່ນໃຫ້ປະຊາຊົນໃນສັງຄົມທົ່ວປະເທດ. ສິ່ງເຫລົ່ານັ້ນ, ໄດ້ເຮັດໃຫ້ເຫັນເຖິງຄວາມສໍາຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍ່ແມ່ນສື່ສັງຄົມອອນລາຍ. ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຊີ້ນຳຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາດ້ວຍຮູບການຕ່າງໆ ຢ່າງມີປະສິດທິພາບ, ເປັນຕົ້ນແມ່ນ ການສ້າງ ແລະ ນຳໃຊ້ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ, ໂດຍສະເພາະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ, ແລະ ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນຕີເນັດ, ທີ່ຖືເປັນປາຍມີອັນແຫລມຄົມ ແລະ ຖືກນຳໃຊ້ເປັນບ່ອນອີງໃນການຈັດ ຕັ້ງປະຕິບັດວຽກງານຄວບຄຸມ ແລະ ຈຳກັດ ການນຳໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດ.


ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.