Header Ads

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາ ຊຽນຄັ້ງ ທີ 30 ທີ່ ຟິລິບປິນ



ຂປລ. ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 30 ຈ​ະ​ໄຂ​ຂຶ້ນ​​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 29 ​ເມສາ 2017 ທີ່ ​ປະ​ເທດ​ຟີ​ລິບ​ປິນ ​ເຊິ່ງຈະ​ມີບັນດາ​ຜູ້​ນໍາ​ຈາກ​ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, ປະ​ມຸກ​ລັດ, ນາຍົກລັດຖະມົນຕີ, ​​ເຈົ້າ​ໜ້າ​ທີ່​​ອາວຸ​​ໂສ​, ​ຄູ່​ຮ່ວມ​​ເຈລະຈາ​ເຂົ້າ​ຮ່ວມ. ຂະນະ​ທີ່ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ​ ກໍ​ໄດ້​ນໍາ​ຄະນະ​ຜູ້​ແທນລາວ​  ເຂົ້າ​ຮ່ວມ​ຂອງ​ປະຊຸມ​ດັ່ງກ່າວ​.

​ແຫລ່ງຂ່າວ​ຈາກ​ເວ​ບ​ໄຊ www.asean.org ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 28 ​ເມສາ 2017 ປະ​ເທດຟິລິບ​ປິນ​ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 30 ທັດ​ຈາກ ສປປ ລາວ ​ແລະ ກໍ​ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ສໍາຄັນ​​ ເພາະ​​​ເປັນ​ປີ​ທີ່​ອາ​ຊຽນສະ​ເຫລີ​ມສະຫລອງ​ຄົບ 50 ປີ ​ເຊິ່ງກອງ​ປະຊຸມ​ດັ່ງ ກ່າວ​, ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 29 ​ເມສາ ທີ່​ ຫໍ​ປະຊຸມ​ແຫ່ງ​ຊາດ, ນະຄອນຫລວງ​ມານີ​ລາ ປະ​ເທດ​ຟິລິບ​ປິນ.

​ໃນກອງປະຊຸມສຸດຍອດຄັ້ງ​ນີ້, ບັນດາຜູ້ນໍາຈະໄດ້ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ໃນ​ແຜນການ​ຈັດ​ຕັ້ງປະຕິບັດ ວິ​​ໄສ​ທັດອາຊຽນ 2025 (Community Vision 2025), ການ​ເສີມ​ຂະຫຍາຍ​ສາຍພົວພັນ ກັບພາຍນອກ ແລະ ບັນດາທິດທາງ ໃນອະນາຄົດ, ພ້ອມຈະແລກປ່ຽນທັດສະນະ ກ່ຽວກັບບັນຫາພົ້ນ​ເດັ່ນ​ ໃນພາກພື້ນ, ສາກົນ ​ແລະ ຄາດວ່າຈະມີ​ການລົງນາມ ໃນຖະແຫລງການອາຊຽນຫລາຍ​ສະບັບ.


ອາຊຽນ ໄດ້ສ້າງຕັ້ງຂຶ້ນຢູ່ ບາງກອກ, ຣາຊະ​ອານາຈັກ​ໄທ​ ໃນວັນທີ 8 ສິງຫາ 1967, ​ໂດຍ​ເບື້ອງ​ຕົ້ນ​ ປະກອບມີ ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະ ໄທ. ​ປັດຈຸບັນ ອາຊຽນມີສະມາຊິກທັງ​ໝົດ 10 ປະ​ເທດ.

ຮຽບຮຽງ: ​ເກີດ​ຂວັນ​ໃຈ | ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

---------






Powered by Blogger.