Header Ads

ຮສສ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 131 ປີ




ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 131 ປີ ( 1/5/1886-1/5/2017 ) ທີມູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນການພັກ, ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຖະແຫລງຕໍ່ສື່ມວນຊົນ ໃນວັນທີ ເມສາ 2017 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນແລະ ຊາວຜູ້ອອກແຮງງານສົມທົບກັນຕໍ່ສູ້ຮຽຮ້ອງຢ່າງແຂແຮງໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານເຮັດວຽກບໍ່ເກີນ 8 ຊົ່ວໂມງ/ມື້, ໃນນັ້ນກຳມະກອນໄດ້ພາກັນນັດຢຸດງານເຖິງ 5,000 ແຫ່ງ ໃນຕົວເມືອງໃຫຍ່ຂອງອາເມຣິກາ ໂດຍມີກຳມະກອນເຂົ້າຮ່ວມ 340,000 ກວ່າຄົນ; ຮຽກຮ້ອງໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ , ນາຍທຶນສົມທົບກັບເຈົ້າໜ້າທີ່ຍິງປືນກວດໃສ່ຂະບວນປະທ້ວງເຮັດໃຫ້ມີຄົນບາດເຈັບແລະ ເສຍຊີວິດໃນຈາກເຫດການ ຂອງວັນທີ 1/5/1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງຂອງຂະບວນການຕໍ່ສູ້ຂອງກຳມະກອນຢູ່ີທະວີບເອີຣົບ ແລະເປັນບາດກ້າວຂະຫຍາຍຕົວຂອງໄຊຊະນະ ແລະມີຄວາມໝາຍອັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ.ນັບແຕ່ນັ້ນມາ 1 ພຶດສະພາ ຂອງທຸກໆ ປີ ຈຶ່ງໄດ້ກາຍເປັນບຸນໃຫຍ່ຂອງຊົນຊັ້ນກຳມະກອນເປັນວັນລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ.


ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ການກຳເນີດເຕີມໃຫຍ່ຂະຫຍາຍຕົວໄດ້ຕິດພັນກັບການຕໍ່ສູ້ປົດປ່ອຍຊາດ ການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດໃນແຕ່ລະໄລຍະ ເຊິ່ງນັບແຕ່ໄລຍະແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂື້ນແບບເກົ່າ ແລະ ໃໝ່ ຂອງຈັກກະພັດຕ່າງດ້າວທີ່ເຂົ້ມາຮຸກຮານປະເທດເຮົານັ້ນ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິຫວັດລາວ ຊົນຊັ້ນກຳມະກອນພ້ອມກັບປວງຊົນລາວທັງຊາດ ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ຂະບວນການກຳມະກອນຢູ່ແຫ່ງອື່ນໆທົ່ວປະເທດ ໄດ້ພ້ອມກັນຕໍ່ສູ້ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ ສາມາດໂຄ້ນລົ້ມລະບອບ ຣາຊາທິປະໄຕ ແລະ ລັດທິລາເມືອງຂື້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສີ້ນເຊີງ ໄລຍນັບແຕ່ປີ 1975-2017 ການປະກອນສ່ວນຂອງຊົ້ນຊັ້ນກຳມະກອນ ກໍຄືຊາວຜູ້ອອກແຮງງານລາວ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິຫວັດລາວ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ແກ່ກຳມະກອນ ເສີມຂະຫຍາຍທາດແທ້ ມູນເຊື້ອອັນດີງາມຂອງຊົນຊັ້ນຜູ້ອອກແຮງງານ ເຂົ້າໃນພາລະກິດໄລຍະໃໝ່ຢ່າງຖືກຕ້ອງ, ປະຈຸບັນກຳມະກອນລາວທີ່ຢູ່ຕາມບັນດາຫົວໜ່ວຍແຮງງານ ໂຮງຈັກ,ໂຮງານຮາກຖານຕ່າງໆ ໄດ້ຍົກສູງສິດເປັນເຈັ້າຕົນເອງ ເປັນເຈົ້າລວມໝູ່ ແລະ ເຈົ້າຂອງປະເທດຊາດ ໄດ້ປະກອບສ່ວນສະຕິປັນຍາ ແລະ ກຳລັງເຫື່ອແຮງເຮັດສຳເລັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດແຕ່ລະໄລຍະມີການເຕີບໃຫຍ່ຂະຫຍາຍຕົວຢ່າງ ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຫັນເປັນອຸດສາຫະກຳທີທັນສະໄໝຂອງປະເທດເຮົາກ້າວໄປຖືກທິດທີ່ພັກໄດ້ກຳນົດໄວ້ .



ເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 131 ປີ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) , ໄດ້ມີແຜນການໃນຕໍ່ໜ້າ ເພື່ອປະກອບສ່ວນຈັດຕັ້ງປະຕິບັດເປົ້າໝາຍການພັດແບບຍືນຍົງນຳພາປະເທດຊາດໃຫ້ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາປີ 2020, ຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ກ່ຽວກັບວຽກງານແຮງງານ ໃຫ້ເປັນຮູບປະທຳເທື່ອລະກ້າວ,ຂະແໜງແຮງງານແລະສະຫວັດດີການສັງຄົມໄດ້ສ້າງວິໄສທັດຮອດປີ 2030, ຍຸດທະສາດໄລຍະ 10ປີ 2016-2020 ແລະແຜນພັດທະນາແຮງງານແລະສະຫວັດດີການສັງຄົມ 5 ປີ 2016-2020 ແນໃສ່ພັດທະນາກໍາລັງແຮງງານໃຫ້ໄດ້ຄຸນນະພາບ ແລະປະລິມານ ສອດຄ່ອງກັບການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຕາມໂຄງປະກອບເສດຖະກິດ, ແຮງງານໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍ; ພົນລະເມືອງທຸກຄົນໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຂັ້ນພື້ນຖານຈາກລະບົບການປົກປ້ອງສັງຄົມຢ່າງຍຸຕິທໍາ ໂດຍພັດທະນາກົນໄກ, ລະບຽບການ, ລະບົບການບໍລິຫານ ແລະບໍລິການການປົກປ້ອງສັງຄົມສັງຄົມໃຫ້ມີປະສິດທິພາບ.


ສຳລັບປີ 2017 ຈະສຸມໃສ່ບາງວຽກດັ່ງນີ້:


ສົງເສີມໃຫ້ສະຖານທີ່ພັດທະນາສີມືແຮງງານ ແລະ ພາກສ່ວນອື່ນ ເພ່ືອສ້າງໂອກາດໃຫ້ແຮງງານໄດ້ຮັບການພັດທະນາສີມືແຮງງານ; ໃນປີ 2017 ສູ່ມໃສ່ພັດທະນາສີມືແຮງງານ ດ້ານປະລິມານໃຫ້ໄດ້ 131,600 ຄົນ; ພັດທະນາຄູ, ພັດທະນາຫລັກສູດ, ສະໜອງອຸປະກອນ, ສ້າງມາດຕະຖານສີມືແຮງງານໃຫ້ໄດ້ 5 ສາຂາອາຊີບ, ເຮັດການທົດສອບ-ອອກໃບຢັ້ງຢືນດ້ານຄຸນນະພາບໃຫ້ໄດ້ 2,500 ຄົນ, ຈັດຕັ້ງການແຂງຂັນສີມືແຮງງານລະດັບຊາດ 1 ຄັ້ງ, ລະດັບແຂວງ 1 ຄັ້ງ ແລະ ລະດັບສະຖາບັນພັດທະນາສີມືແຮງງານ 2 ຄັ້ງ.



ສ້າງຖານລະບົບຂໍ້ມູນແຮງງານ ເພ່ືອດັດສົມ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງແຮງງານ ໄປຕາມໂຄງປະກອບເສດຖະກິດ; ໃນປີ 2017 ໃຫ້ສາມາດດັດສົມເຮັດງານເຂົ້າສູ່ຕະຫລາດໃຫ້ໄດ້ 143,230 ຄົນ ໃນນີ້ ສັກສ່ວນແຮງງານໃນພາກກະສີກໍາ-ປ່າໄມ້ ກວມເອົາ 64.5%, ຂົງເຂດອຸດສາຫະກໍາ ເພີ້ມຂື້ນ 11.8% ແລະ ຂົງເຂດການບໍລິການ 23.7% ຄວບຄຸມອັດຕາການວ່າງງານໃຫ້ຢູ່ໃນ ລະດັບ 2%.


ປັບປຸງການບໍລິການຈັດຫາງານໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕານ່າງບໍລິການຈັດຫາງານໃຫ້ໄດ້ 11 ແຫ່ງ ໃນນີ້ ຈຸດບໍລິການຈັດຫາງານ 9 ແຂວງ, ບໍລິສັດຈັດຫາງານພາຍໃນ 2 ແຫ່ງ.



ອີກເທື່ອໜຶ່ງ ຂ້າພະເຈົ້າໃນນາມອົງການຈັດຕັ້ງພັກ ແລະ ລັດຖະບານ ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຝາກຄຳຄິດເຫັນໂດຍສັງເຂບ ໄປເຖິງ ກຳມະກອນລາວ ແລະ ຜູ້ອອກແຮງງານ ກໍຄືປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ພວມອອກເຫື່ອເທແຮງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ປະເທດຊາດບ້ານເມືອງ ກໍຄືສ້າງ ແລະ ພັດທະນາຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວ ດັ່ງນີ້:



  1. ກຳມະກອນລາວທຸກຄົນ ຄວນຮັບຮູ້ເຖິງຄວາມສຳຄັນຂອງ ວັນກຳມະກອນສາກົນ ທີ່ທົ່ວໂລກພ້ອມກັນ ສະຖາປະນາ ແລະ ລະລຶກເຖິງວັນດັ່ງກ່າວໃນແຕ່ລະປີ ພ້ອມທັງເປັນວັນພັກວຽກທາງການ ຂອງກຳມະກອນຊາວຜູ້ອອກແຮງງານທັງໝົດ ຕາມກົດໝາຍ. ເມື່ອໄດ້ຮັບຮູ້ກັນທົ່ວເຖິງແລ້ວ ໃນວັນສຳຄັນນີ້ ກຳມະກອນຊາວຜູ້ອອກແຮງງານທຸກ  ຄົນໃຫ້ຍົກສູງສະຕິເປັນເຈົ້າຕົນເອງ ເພື່ອພັດທະນາຕົນເອງໃຫ້ກາຍເປັນກຳລັງແຮງງານ ທີ່ສາມາດຕອບສະໜອງໄດ້ ທັງປະລິມານ ແລະ ຄຸນນະພາບ ປະກອບສ່ວນໃຫ້ແກ່ການຂະຫຍາຍ ຕົວທາງດ້ານເສດຖະກິດຂອງຊາດ ເປັນໄປຕາມເປົ້າໝາຍທີ່ວາງໄວ້.
  2. ກຳມະກອນຊາວຜູ້ອອກແຮງງານ ຄວນຮັບຮູ້ວ່າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນອົງການຈັດຕັ້ງຂອງລັດ ເຊິ່ງມີໜ້າທີ່ຮັບຜິດຊອບໂດຍກົງວຽກງານພັດທະນາສີມືແຮງງານ, ການຄຸ້ມຄອງແຮງງານ ແລະ ການຈັດຫາງານ ລວມໄປເຖິງວຽກງານປະກັນສັງຄົມໃຫ້ແກ່ຊາວຜູ້ອອກແຮງງານ ເຊິ່ງໃນແຕ່ລະວຽກນັ້ນ ລ້ວນແລ້ວແຕ່ແມ່ນການປົກປ້ອງ, ຄຸ້ມຄອງ ແລະ ພັດທະນາກຳມະກອນລາວ ໃຫ້ມີທັກສະໃນການເຮັດວຽກ, ມີວຽກເຮັດງານທຳທີ່ດີ ແລະ ໄດ້ຮັບສິດທິໃນຖານະຜູ້ອອກແຮງງານ ຢ່າງຄົບຖ້ວນ. ກຳມະກອນຊາວຜູ້ອອກແຮງງານ ຄວນມີຄວາມບຸກບືນຕົວ ມີຄວາມພະຍາຍາມ, ສ້າງພື້ນຖານການເຮັດວຽກຂອງຕົນ ໃຫ້ມີຄວາມເຂັ້ມງານ, ໝັ່ນຮຽນຮູ້ ແລະ ຊອກຮູ້ໃນການປັບປຸງຕົນເອງໃຫ້ມີສີມືແຮງງານດີຂື້ນ ເພື່ອໃຫ້ໄດ້ວຽກທີ່ໄດ້ຮັບຜົນຕອບແທນທີ່ສູງຂື້ນ, ເຮັດໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນ ພ້ອມທັງມີແບບແຜນໃນການດຳລົງຊີວິດ, ບໍ່ຟູມເຟືອຍ, ບໍ່ມົ້ວສຸມເຫຼົ້າຢາ, ໄພສັງຄົມ ແລະ ສິ່ງເສບຕິດ, ເຮັດແນວນັ້ນ ກໍສາມາດຫຼຸດຜົ້ນອອກຈາກຄວາມທຸກຍາກໄດ້ ສ້າງຕົນເອງໃຫ້ເຂັ້ມແຂງ, ເປັນຄອບຄົວແບບຢ່າງ, ຄອບຄົວວັດທະ ນະທຳ, ສາທາລະນະສຸກ, ປອດຄະດີ ກ້າວໄປເຖິງເປັນຄອບຄົວພັດທະນາ. ພ້ອມນີ້, ກໍຊອກຮູ້ເຂົ້າຮ່ວມ ແລະ ປະກອບສ່ວນໃນວຽກງານ ອົງການຈັດຕັ້ງມະຫາຊົນ ໂດຍສະເພາະອົງການກຳມະບານ ເຊິ່ງເປັນຕົວແທນໃຫ້ແກ່ຊົ້ນຊັ້ນກຳມະກອນ ເພື່ອເພີ່ມທະວີກຳລັງແຮງຂອງຊາວຜູ້ອອກແຮງງານ ສາມາດຊ່ວຍເຫຼືອເຊິ່ງກັນ ແລະກັນ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ.
  3. ປັດຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພວມກະກຽມຈັດຕັ້ງເປີດສາຍດ່ວນຮັບຟັງຄຳຄິດເຫັນ, ຄຳສະເໜີຈາກສັງຄົມ ຄຽງຄູໄປກັບການເປີດສາຍດ່ວນຂອງລັດຖະບານ. ແຕ່ຖ້າໃນໄລຍະນີ້ ກຳມະກອນຊາວຜູ້ອອກແຮງງານພວກເຮົາ ຫາກມີຂໍ້ສະເໜີ ຫຼືຄຳຄິດເຫັນໃດໆ ກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ກໍສາມາດຕິດຕໍ່ສາຍດ່ວນລັດຖະບານ ເບີໂທ 1516 ໄດ້. ທາງຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ກໍຈະສັງລວມແລ້ວສົ່ງຫາກະຊວງແຮງງານແລະ ສະຫວັດດີການສັງຄົມ ເປັນຜູ້ຕອບຂໍ້ຂ້ອງໃຈ ແລະ ແກ້ໄຂບັນຫາຕ່າງໆຕາມການສະເໜີ; ຫຼື ຫາກມີກໍລະນີ ເກີດຄວາມບໍ່ເປັນທຳ, ການເອົາປຽບ, ກົດຂີ່ຂູດຮີດແຮງງານ ຫຼື ບໍ່ປະຕິບັດຕາມສັນຍາແຮງງານ ກໍສາມາດຕິດຕໍ່ພົວພັນ ຫຼື ເຂົ້າມາແຈ້ງໂດຍກົງກັບ ກົມຄຸ້ມຄອງແຮງງານຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕັ້ງຢູ່ຖະໜົນປາງຄຳ, ບ້ານສີສະເກດ, ເມືອງຈັນທະບູລີ, ນະຄອນ ຫຼວງວຽງຈັນ, ໂທ: 021 213 247, ໂທລະສານ 071 213 287, (ກະຊວງຮສສ ຕັ້ງຢູ່ດ້ານຫຼັງໂຮງແຮມລາວພລາຊ່າ)./
ໂດຍ: ເພັດສະໄໝ ພິມມະສອນ  

-----------------



Powered by Blogger.