Header Ads

ວັດເພຍວັດ ແຂວງຊຽງຂວາງ ອາຍຸ 635 ປີ

ວັດເພຍວັດ ແມ່ນຕັ້ງຢູ່ໃຈກາງເມືອງຄູນ ເຊິ່ງຫ່າງຈາກຕົວເມືອງ ໂພນສະຫວັນປະມານ 30 ກິໂລແມັດ,ວັດເພຍວັດນີ້ ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດໃນດິນແດນຂອງ ເມືອງພວນໂດຍໄດ້ຮັບການສ້າງຂຶ້ນໃນປີ ຈສ 744 ຈົນມາຮອດປັດຈຸບັນ (2017) ແມ່ນມີອາຍຸໄດ້ 635 ປີ. ເຈົ້າລ້ານຄຳກອງ ເປັນພະຍາປົກຄອງເມືອງພວນໄດ້ນຳພາປະຊາຊົນເພື່ອຊອກຫາຊ່າງຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດຢູ່ຫຼວງພະບາງມາແລ້ວມາສ້າງ. ໃນເມື່ອສ້າງດັ່ງກ່າວສຳເລັດແລ້ວ ເຈົ້າລ້ານຄຳກອງໄດ້ນຳພຣະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ມຽນມາໃນປັດຈຸບັນ) ມາປະດິດສັງຂອນໄວ້ທີ່ວັດວັດເພຍວັດແຫ່ງນີ້. ເຊິ່ງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ບອກໃນຍຸກສະໄໝນັ້ນ ເມືອງພວນ ແລະ ສາດສະໜາແມ່ນມີຄວາມຈະເລີນຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ ພ້ອມກັບປະຊາຊົນກໍຄວາມເຫຼື້ອມໃສໃນພຸດທະສາສະໜາ ຈົນເຮັດໃຫ້ວັດເພຍວັດ ກາຍເປັນສະຖານທີ່ສຶກສາຮໍ່າຮຽນຂອງ ພະສົງສາມະເນນ ແລະ ອອກຕົນຍາດໂຍມໃນຍຸກນັ້ນ. 

ຢ່າງໃດກໍຕາມ, ຕົກມາຮອດປີ ຄສ 1874, ຈສ 1287 ເສົງຄາມພາຍນອກໄດ້ເຂົ້າມາມ້າງເພທຳລາຍ(ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແລະ ຊັບສີນອື່ນໆ ແຕ່ສິມບາງສ່ວຍແມ່ນຍັງບໍ່ຖືກທຳລາຍ.

ພາບ ວັດເພຍວັດ


                   ພາບ ວັດເພຍວັດ (ດ້ານໜ້າ)

ພາບ ວັດເພຍວັດ (ດ້ານຫຼັງ)

ພາບ ວັດເພຍວັດ (ດ້ານໜ້າທີ່ເຫັນໜ່ວຍພູ)



-----------------



Powered by Blogger.