Header Ads

ທົ່ວປະເທດມີຜູ້ເສຍຊີວິດ 38 ຄົນ ໃນຊ່ວງສະຫຼອງປີໃໝ່ສາກົນ



ອີງ­ໃສ່​ສະ­ຖິ­ຕິ​ອຸ­ບັດ­ເຫດ​ໃນ​ໄລ­ຍະ​ສົ່ງ​ທ້າຍ​ປີ​ເກົ່າ 2018 ແລະ ຕ້ອນ­ຮັບ​ປີ​ໃໝ່​ສາ­ກົນ 2019 (ນັບ​ແຕ່​ວັນ​ທີ 28 ທັນ­ວາ 2018-1 ມັງ­ກອນ 2019) ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ 5 ວັນ ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 187 ຄັ້ງ ມີ​ຜູ້​ເສຍ​ຊີ­ວິດ 38 ຄົນ ຍິງ 9 ຄົນ ເດັ່ນ​ກວ່າ​ໝູ່​ແມ່ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສ່ວນ​ແຂວງ​ຫົວ­ພັນ​ບໍ່​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ.

ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 43 ຄັ້ງ ມີ​ຜູ້​ເສຍ​ຊີ­ວິດ 8 ຄົນ ຍິງ 4 ຄົນ ແຂວງ​ຜົ້ງ​ສາ­ລີ 5 ຄັ້ງ ເສຍ​ຊີ­ວິດ 2 ຄົນ ອຸ­ດົມ​ໄຊ 13 ຄັ້ງ ເສຍ​ຊີ­ວິດ 2 ຄົນ ຫຼວງ​ນ້ຳ​ທາ 7 ຄັ້ງ ເສຍ​ຊີ­ວິດ 3 ຄົນ ບໍ່​ແກ້ວ 7 ຄັ້ງ ເສຍ​ຊີ­ວິດ 2 ຄົນ ໄຊ​ຍະ​ບູ​ລີ 14 ຄັ້ງ ເສຍ​ຊີ­ວິດ 2 ຄົນ ຫຼວງ​ພະ​ບາງ 14 ຄັ້ງ ເສຍ​ຊີ­ວິດ 3 ຄົນ ຫົວ­ພັນ (ບໍ່​ມີ​ອຸ­ບັດ­ເຫດ) ຊຽງ​ຂວາງ 4 ຄັ້ງ ເສຍ​ຊີ­ວິດ 1 ຄົນ ໄຊ​ສົມ­ບູນ 1 ຄັ້ງ (ບໍ່​ມີ​ຜູ້​ເສຍ​ຊີ­ວິດ) ແຂວງ​ວຽງ​ຈັນ 10 ຄັ້ງ ເສຍ​ຊີ­ວິດ 3 ຄົນ ບໍ​ລິ​ຄຳ​ໄຊ 13 ຄັ້ງ ເສຍ​ຊີ­ວິດ 3 ຄົນ ຄຳ​ມ່ວນ 8 ຄັ້ງ ເສຍ​ຊີ­ວິດ 1 ຄົນ ສະ­ຫວັນ​ນະ​ເຂດ 13 ຄັ້ງ ເສຍ​ຊີ­ວິດ 4 ຄົນ ສາ­ລະ​ວັນ 10 ຄັ້ງ ເສຍ​ຊີ­ວິດ 1 ຄົນ ຈຳ­ປາ​ສັກ 15 ຄັ້ງ ເສຍ​ຊີ­ວິດ 3 ຄົນ ເຊ​ກອງ 2 ຄັ້ງ (ບໍ່​ມີ​ຜູ້​ເສຍ​ຊີ­ວິດ) ແລະ ແຂວງ​ອັດ​ຕະ​ປື 8 ຄັ້ງ (ບໍ່​ມີ​ຜູ້​ເສຍ​ຊີ­ວິດ)

ສາ­ເຫດ​ຕົ້ນ­ຕໍ​ຂອງ​ການ​ເກີດ​ອຸ­ບັດ­ເຫດ ແມ່ນ​ເກີດ​ຈາກ​ຜູ້​ຂັບ​ຂີ່​ລະ­ເມີດ​ກົດ​ລະ­ບຽບ​ການ​ສັນ­ຈອນ ຂັບ​ຂີ່​ໃນ​ຄະ­ນະ​ມຶນ­ເມົາ ບໍ່​ໃສ່​ໝວກ​ກັນ​ກະ­ທົບ ຂັບ​ຂີ່​ໄວ​ເກີນ​ກຳ­ນົດ ປ່ຽນ​ທິດ​ທາງ​ເດີນ ແຊງ​ບໍ່​ຮັບ­ປະ­ກັນ ບໍ່​ປ່ອຍ​ສິດ​ເວ­ລາ​ອອກ​ສູ່​ທາງ​ໃຫຍ່ ລ່ວງ​ອຳ­ນາດ ລ່ວງ​ປ້າຍ​ຫ້າມ ຈອດ​ລົດ​ຊະ­ຊາຍ ຂັບ​ຂີ່​ລົດ​ເປັນ​ພຶງ​ເປັນ​ແພ ແລະ ອື່ນໆ.

ທີ່ມາ: ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.