Header Ads

ຫວຽດນາມເປັນອັນດັບ 3 ປະເທດທີ່ລົງທຶນໃນລາວຫຼາຍສຸດ ມູນຄ່າລວມ 4.1 ຕື້ໂດລາສະຫະລັດ


ໃນຕອນເຊົ້າ ວັນທີ 6 ມັງກອນ 2019; ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ຮ່ວມເປັນປະທານ ຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

ໃນກອງປະຊຸມສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າ ດ້ວຍແຜນການຮ່ວມມືໃນປີ 2018 ຜ່ານມາ, ດ້ານການລົງທຶນ ມາຮອດປະຈຸບັນ ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າ 4.1 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 03 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງປະເທດ ໃນປີ 2018 ບັນລຸໄດ້ 1ຕື້ໂດລາສະຫະລັດ, ເພີ່ມຂື້ນ 13% ທຽບໃສ່ໄລຍະດຽວຂອງປີ 2017

ແຫຼ່ງຂ່າວໃຫ້ຮູ້ວ່າ, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພະຍານໃນການລົງນາມ 06 ເອກະສານສໍາຄັນ ແລະ ມອບໃບຢັ້ງຢືນ 1 ເອກະສານ ຄື: (1) ບົດບັນທຶກກອງປະຊຸມຄັ້ງທີ 41; (2) ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2019 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ; (3) ແຜນການຮ່ວມມືປະ ຈຳປີ 2019 ລະຫວ່າງ ສອງກະຊວງສຶກສາທິການ-ກິລາ ລາວ ແລະ ກະຊວງສຶກສາ-ກໍ່ສ້າງ ຫວຽດ ນາມ; (4) ການມອບ-ຮັບໂຄງການສຳເລັດໃນການກໍ່ສ້າງໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນມັດທະຍົມສົມບູນມິດຕະພາບເຈົ້າອານຸວົງ ຢູ່ແຂວງໄຊສົມບູນ, ຫໍພັກນັກສຶກສາຕ່າງປະເທດ ຢູ່ດົງໂດກ, ໂຮງຮຽນມັດທະຍົມສົມບູນມິດຕະພາບໄລຍະ 2 (ຫລັກ 5) ແລະສູນພາສາຫວຽດ ຢູ່ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ; (5) ການມອບ-ຮັບໂຄງການກໍ່ສ້າງສຳເລັດໃນການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງສະຫວັນນະເຂດ; (6) ຂໍ້ຕົກລົງວ່າດ້ວຍການຊ່ວຍເຫລືອແນວພັນເຂົ້າ ຈໍານວນ 300 ໂຕນ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ (7) ມອບໃບຢັ້ງຢືນຮັບຊື້ໄຟຟ້າຈາກໂຄງການໄຟຟ້ານໍ້າຊໍາ (ລາວ). 


ຂໍ້ມູນ : ກົມຂ່າວ, ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.