Header Ads

ປີຜ່ານມາ ຍອດລົງທຶນຢູ່ແຂວງເຊກອງ ບັນລຸ 1,141 ຕື້ກວ່າກີບ



ການລົງທຶນລວມທົ່ວສັງຄົມໃນ ປີ 2018 ທີ່ແຂວງເຊກອງ ນັບວ່າມີບາດກ້າວທີ່ດີສາມາດປະຕິບັດໄດ້ມີມູນຄ່າສູງເຖິງ 1,141.87 ຕື້ກີບ ລື່ນແຜນການທີ່ວາງໄວ້ 39.94% ຊຶ່ງປະກອບ ດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະການລົງທຶນສິນເຊື່ອຂອງທະນາຄານ.

ຕາມການລາຍງານຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງໃຫ້ຮູ້ເມື່ອບໍ່ດົນວ່າ: ໃນປີ 2018 ຜ່ານມາການລົງທຶນລວມທົ່ວສັງຄົມປະຕິບັດໄດ້ 1,141.87 ຕື້ກີບລື່ນແຜນການ ທີ່ວາງໄວ້ 39,94% ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນສຳຄັນຄື: 1). ສະພາແຫ່ງຊາດໄດ້ອະນຸມັດໂຄງການລົງທຶນຂອງລັດໃຫ້ແຂວງເຊກອງ ທັງໝົດ 302 ໂຄງການມູນຄ່າ 4,588.27 ຕື້ກີບ, ສະພາໄດ້ອະນຸມັດງົບປະມານໃນປີນີ້ມູນຄ່າ 101.63 ຕື້ກີບ, ໃນນັ້ນໂຄງການສະເໜີໃໝ່ 57 ໂຄງການມູນຄ່າ 11.97 ຕື້ກີບ, ໂຄງການສືບຕໍ່ 136 ໂຄງການ ມູນຄ່າ 76.92 ຕື້ກີບ ແລະ ໂຄງການຊໍາລະໜີ້ 99 ໂຄງການ ມູນຄ່າ 12.08 ຕື້ກີບ.
ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ຊຶ່ງໃນປີ 2018 ມີນັກທຸລະກິດເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າລົງທຶນພາຍໃນແຂວງເຊກອງທັງໝົດ 13 ໂຄງການມູນຄ່າ 398.43 ຕື້ກີບ, ປະຕິບັດລື່ນແຜນການ 8.56% ກວມເອົາ 34.89% ທຽບໃສ່ການລົງທຶນທັງໝົດ.

ນອກນັ້ນຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນແຫຼ່ງທຶນທີ່ສຳຄັນໃນການປະກອບສ່ວນພັດທະນາໂດຍສະເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມ ໃນປີຜ່ານມາປະຕິບັດໄດ້ທັງໝົດ 21 ໂຄງການມູນຄ່າ 63.05 ຕື້ກີບ, ມູນຄ່າປະຕິບັດຕົວຈິງ 22.59 ຕື້ກີບ ເທົ່າກັບ 18.52% ຂອງແຜນການ ແລະແຫຼ່ງທຶນສຸດທ້າຍແມ່ນການລົງທຶນສິນເຊື່ອຂອງທະນາຄານມາຮອດເດືອນຕຸລາ ປີ 2018 ຍອດສິນເຊື່ອທົ່ວລະບົບທະນາຄານບັນລຸ 619.22 ຕື້ກີບ ລື່ນແຜນການປີທີ່ວາງໄວ້ 2 ເທົ່າຕົວ ກວມເອົາ 54.23% ທຽບໃສ່ການລົງທຶນທັງໝົດ.

 ພາບ ແລະ ຂ່າວ:  ໜັງສືພິມເສດຖະກິດ-ສັງຄົມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.