Header Ads

ຂຶ້ນທະບຽນໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ 42 ພັນກວ່າຄົນ



ລັດຖະບານແຫ່ງ ສປປ ລາວ ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວ ຄາວ ໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງ ທັງໝົດ 42.000 ກວ່າຄົນ ໃນໄລຍະຜ່ານມາ ເພື່ອຫັນເອົາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃຫ້ຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ. 

ການຂຶ້ນທະບຽນ ແລະ ອອກບັດອະນຸຍາດ ໄດ້ຈັ້ງຕັ້ງປະຕິບັດ ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ນັບຕັ້ງແຕ່ກາງເດືອນທັນວາ 2015 ຫາເດືອນພະຈິກ 2017.



ຂໍ້ມູນດັ່ງກ່າວ, ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທົ່ວປະເທດ ໃນວັນທີ 7-8 ມັງກອນ 2019 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດ ຈຳນວນ 150 ກວ່າຄົນ.


ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ສອງກະຊວງພວກເຮົາ ກຳລັງຮີບຮ້ອນເອົາ ໃຈໃສ່ແກ້ໄຂບັນຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ, ຄ້າຂາຍ ແລະ ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍ ທີ່ເປັນສາເຫດເຮັດໃຫ້ເກີດຫລາຍບັນຫາຕາມມາ ໂດຍປະຕິບັດຕາມຄຳສັ່ງເລກທີ 62/ນຍ ຂອງນາຍົກລັດຖະມົນຕີ ໃຫ້ປະກົດຜົນເປັນຈິງ. ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ, ສອງກະຊວງໄດ້ມີການຊຸກຍູ້ ແລະ ຕິດຕາມການປະຕິບັດໜ້າທີ່ດັ່ງກ່າວຂອງບັນດາແຂວງ, ນະຄອນ ຫລວງ ແລະ ໄດ້ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕໍ່ລັດຖະບານໃນແຕ່ລະໄລຍະ ເພື່ອຂໍທິດຊີ້ນຳຈາກການນຳຂັ້ນສູງ ແລະ ກໍໄດ້ຮັບການຊີ້ນຳມາຕະຫລອດ.

ທ່ານ ຄຳແພງ ໄຊສົມແພງ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ໃຫ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ຊີ້ໃຫ້ເຫັນເຖິງວິທີການ ທີ່ຈະເຮັດໃຫ້ວຽກງານການຄຸ້ມຄອງຄົນຕ່າງປະ ເທດຕາມກົດໝາຍ ແລະ ລະບຽບການ ທີ່ມີຢູ່ໃນຕໍ່ໜ້ານີ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຫລື ມີມາດຕະການທີ່ເຂັ້ມງວດ ແລະ ເໝາະສົມ. 



ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດຄຳສັ່ງເລກທີ 62/ນຍ ໃນຜ່ານມາວ່າ: ບັນຫາຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວປະກອບອາຊີບ ແບບບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເປັນບັນຫາຊ້ຳເຮື້ອມາຫລາຍປີ ຊຶ່ງເຮັດໃຫ້ລັດຖະບານ ຕ້ອງໄດ້ກຳນົດລະບຽບການ ແລະ ວິທີການໃນການແກ້ໄຂມາຫລາຍຄັ້ງ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ເທົ່າທີ່ຄວນ. ຈາການປະຕິບັດຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວສອງໄລຍະຜ່ານມາ (ໄລຍະທີ 1: ກາງເດືອນ ທັນວາ 2015-ກາງເດືອນ ມີນາ 2016, ໄລຍະທີ 2: ເດືອນກັນຍາ ຫາ ເດືອນພະຈິກ 2017), ສາມາດຂຶ້ນທະບຽນໄດ້ທັງໝົດ 42.434 ຄົນ, ຍິງ 11.767 ຄົນ, ຊຶ່ງມາຮອດປັດຈຸບັນ ແມ່ນສາມາດແກ້ໄຂໄດ້ 7.506 ຄົນ ແລະ ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂອີກ 34.928 ຄົນ. ສຳລັບເງິນທີ່ເກັບໄດ້ຈາກການຂຶ້ນທະບຽນສອງຄັ້ງ ມີທັງໝົດ 37 ຕື້ກວ່າກີບ.


ພາບ-ຂ່າວ: ເພັດສະໄໝ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.