Header Ads

ພົນໂທ ຈູມມາລີ ໄຊຍະສອນ ໂອ້ລົມກອງພົນທະຫານຮາບ ທີ 2



ໃນວັນທີ 4 ມັງກອນ 2019 ຜ່ານມາ, ທ່ານ ພົນໂທ ຈູມມາລີ ໄຊຍະສອນ ອາດີດເລຂາທິການໃຫຍ່, ອາດີດປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 2, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບ, ໂດຍ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກອງພົນທະຫານຮາບທີ 2 ພ້ອມດ້ວຍນາຍ ແລະ ພົນ ທະຫານພາຍໃນກອງພົນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ລາຍງານການຈັດຕັ້ງປະຕິບັດ ວຽກງານການກໍ່ສ້າງຮາກຖານ ຕິດພັນກັບວຽກງານສາມສ້າງ ໃນໄລຍະຜ່ານມາ ໂດຍລວມ ແລ້ວຄະນະພັກ-ຄະນະບັນຊາກອງພົນ ແມ່ນຖືສໍາຄັນ ໃນການຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ພື້ນຖານປະຊາຊົນ ທີ່ກອງພົນຮັບຜິດຊອບ ຢູ່ບັນດາກຸ່ມບ້ານ ແລະ ເມືອງ ຕາມການມອບໝາຍ ຈາກແຂວງ. ຜ່ານການລົງຕົວຈິງເຫັນວ່າຂອບເຂດດັ່ງກ່າວ, ມີຄວາມສະຫງົບ, ອໍານາດການປົກຄອງ, ຂະແໜງການຂອງບ້ານ ໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນເຊື່ອໝັ້ນຕໍ່ການນໍາພາຂອງພັກ, ລະບຽບກົດໝາຍຂອງລັດ. ຜ່ານມາກອງພົນ ສາມາດ ສ້າງເປັນບ້ານປ້ອງກັນຊາດເຂັ້ມແຂງ 28 ບ້ານ, ບ້ານແຮກສ່ຽວ 55 ບ້ານ, ບ້ານວັດທະນະທໍາ 37 ບ້ານ, ບ້ານພັດທະນາ 49 ບ້ານ, ບ້ານສາທາລະນະສຸກ 26 ບ້ານ.




ໂອກາດດຽວກັນ, ທ່ານ ພົນໂທ ຈູມມະລີ ໄຊຍະສອນ ໄດ້ໂອ້ລົມຕໍ່ນາຍ ແລະ ພົນທະຫານ, ໂດຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ແລະ ບັນດາອິດທິກໍາລັງປໍລະປັກ ທີ່ຫວັງມ້າງເພທໍາລາຍ ຕໍ່ການປະຕິວັດຂອງປະເທດລາວ, ຍົກໃຫ້ເຫັນຄວາມຮັບຜິດຊອບຂອງກອງທັບ ທີ່ປະ ຕິບັດ 2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ. ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງພົນ ຈົ່ງຮັກສາມູນເຊື້ອອັນດີງາມຂອງກອງທັບ ພ້ອມທັງນໍາໄປຜັນຂະຫຍາຍ ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ນັກຮົບແຕ່ລະສະຫາຍ ໃຫ້ເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງ ໄຊຍະບູລີ, ສືບຕໍ່ລົງກໍ່ສ້າງຮາກຖານ ຕິດພັນກັບວຽກງານ ສາມສ້າງ, ຊ່ວຍເຫລືອປະຊາຊົນໃນການຜະລິດເປັນສິນຄ້າ, ສຶກສາອົບຮົມການເມືອງແນວຄິດໃຫ້ພະ ນັກງານ ແລະ ນັກຮົບໃຫ້ທົ່ວເຖິງທຸກເປົ້າໝາຍຢ່າງຕໍ່ເນື່ອງ. ຕັ້ງໜ້າປັບປຸງການຈັດຕັ້ງນໍາພາ-ບັນຊາແຕ່ລະຂັ້ນໃຫ້ແຂງແຮງ, ຮັບປະກັນຄຸນນະພາບ, ເອົາໃຈໃສ່ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍການຫັນເອົາການປູກ, ການລ້ຽງ, ການບໍລິການ ເປັນທ່າແຮງຕົ້ນຕໍ ເພື່ອສ້າງແຫລ່ງລາຍຮັບໃຫ້ກົມກອງລວມໝູ່ ແລະ ຄອບຄົວ, ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງພາ ຫະນະ, ອາວຸດ, ລູກປືນ, ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໜ້າທີ່, ຝຶກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບ.

ທີ່ມາ:ສໍານັກຂ່າວປະເທດລາວ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.