Header Ads

ຜາສາດຫີນ ຫລື ເຮືອນຫີນ ເມືອງໄຊພູທອງ ແຂວງສະຫວັນນະເຂດ




ຜາສາດຫີນ  ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ຫນ້າຄົ້ນຫາ ໂດຍຕາມການບອກເລົ່າປາກຕໍ່ປາກທີ່ສືບທອດກັນມາແຕ່ສະໄຫມບູຮານ ແລະ ປື້ມນິທານ ທີ່ຕົກທອດມາແຕ່ປູ່ຍ່າຕາຍາຍ. 






ລູງມະຫາກັນ ບ້ານເລົ່າຫມາກຫູດ ເມືອງໄຊພູທອງ ທີ່ເປັນເຈົ້າກວານເຈົ້າລ່າມຂອງເຮືອນຫີນບັນທຶກໄວ້ວ່າ: ຜາສາດຫີນແຫ່ງນີ້ສ້າງຂື້ນໃນປີ ຄສ557 ຫາ 700 ໂດຍຂຸນອັງຄະຣາດ ແລະ ອົມທະຣາດ ສອງອ້າຍນ້ອງ ໃນສະໄຫມອານາຈັກສີໂຄດຕະບູນຈະເລີນຮຸ່ງເຮືອງ ເພື່ອໃຊ້ເປັນສະຖານເຄົາລົບບູຊາໃນສາສະຫນາພາມແລະຜາສາດຫີນໄດ້ຮັບການປະຕິສັງຂອນ ເປັນ 3 ໄລຍະຄື: ໄລຍະທຳອິດສະໄຫມຂອມເຮືອງອຳນາດ, ໄລຍະທີ່2 ສະໄຫມເຈົ້າໄຊຍະເສດຖາ ທິລາດ ແຫ່ງອານາຈັກລາວລ້ານຊ້າງເຊີ່ງເປັນສະໄຫມທີ່ສາສະຫນາພຸດຈະເລີນຮຸ່ງເຮື່ອງ ແລະ ໄລຍະສຸດທ້າຍ ສະໄຫມອານາຈັກລາວລ້ານຊ້າງເສຍເອກະລາດ. 





ທຸກໆສ່ວນຂອງຜາສາດຫີນມີຂະຫນາດແຕກຕ່າງກັນ ດ້ານທິດ ຕາເວັນອອກຂອງຜາສາດຫີນມີລານກວ້າງ 21ແມັດ, ຍາວ 24 ແມັດ, ດ້ານທິດຕາ ເວັນຕົກ ມີລານກວ້າງ13,20 ແມັດ ແລະ ກວ້າງ 17,50 ແມັດ ທິດເຫນືອ ແລະ ທິດໃຕ້ຍາວ 85 ແມັດ, ສ່ວນບໍລີເວນທີ່ເປັນເຮືອນຍາວ 16,50 ແມັດ ເຊີ່ງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດອີກແຫ່ງຫນື່ງທີ່ຫຼາຍໆຄົນຢາກໄປທ່ຽວຊົມຄວາມງາມຂອງຜາສາດຫີນແຫ່ງນີ້. ເຊີ່ງໃນແຕ່ລະປີອົງການປົກຄອງເມືອງຮ່ວມກັບປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ຈັດງານບຸນນະມັດສະການ ຜາສາດຫີນ ຕາມຮີດຄອງປະເພນີໃນເດືອນ 4 ເພັງຂອງທຸກໆປີ. ພາບ- ຂ່າວ: ເດດອາລຸນ ແກ້ວວິໄລວົງ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.