Header Ads

ທ່ານປະທານສະພາແຫ່ງຊາດ ໂອ້ລົມພະນັກງານການນໍາແຂວງໄຊຍະບູລີ ເນັ້ນເອົາໃຈໃສ່ ສືບຕໍ່ເອົາໃຈໃສ່ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ



ໃນຕອນເຊົ້າຂອງມື້ນີ້ 22 ກຸມພາ 2019, ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ, ທ່ານນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານການນໍາຂອງແຂວງ. 

ໃນໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ຕໍ່ທ່ານປະທານສະພາແຫ່ງຊາດ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນປີຜ່ານມາວ່າ: ສຳລັບປີ 2018 ເສດຖະກິດຂອງແຂວງແມ່ນສືບຕໍ່ຂະຫຍາຍຕົວໃນລະດັບ 8,7%, ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 24.096 ລ້ານກີບ ຫຼື 3.012 ໂດລາສະຫະລັດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 3,3% ກວມ 30,4% ຂອງ GDP; ຂະແໜງອຸດສາຫະກຳເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິການ ເພີ່ມຂຶ້ນ 6,7% ກວມ 39,6% ຂອງ GDP, ດ້ານລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງ ແລະ ທ້ອງຖິ່ນປະຕິບັດໄດ້ 863,30 ຕື້ກີບ, ເທົ່າກັບ 99,84%, ໃນນີ້ພູດທ້ອງຖິ່ນປະຕິບັດໄດ້ 236,74 ຕື້ກີບ ເທົ່າກັບ 88,92%; ສໍາລັບລາຍຮັບປີ 2019 ມາຮອດປະຈຸບັນ ສາມາດປະຕິບັດໄດ້ 103.16 ຕື້ກີບ, ເທົ່າກັບ 10.73%.



ທ່ານເຈົ້າແຂວງ ຍັງໄດ້ກ່າວຕື່ມອີກວ່າ: ສໍາລັບປີ 2019 ແຂວງຈະຕ້ອງໄດ້ສຸມໃສ່ປະຕິບັດ ບາງວຽກຕົ້ນຕໍເປັນຕົ້ນແມ່ນ: ສືບຕໍ່ຮັບປະກັນເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເພື່ອກາຍເປັນເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ສູ້ຊົນເຮັດໃຫ້ເສດຖະກິດພາຍໃນແຂວງ ຂະຫຍາຍຕົວບໍ່ໃຫ້ຫຼຸດ 8,7% ແລະ ສ້າງມູນຄ່າເພີ່ມລາຄາພາຍໃນປີໃຫ້ໄດ້ປະມານ 10.678 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.381 ໂດລາສະຫະລັດ, ສູ້ຊົນປະຕິບັດລາຍຮັບງົບປະມານໃຫ້ໄດ້ຕາມແຜນ, ເອົາໃຈໃສ່ຕໍ່ການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບຳນານໃຫ້ເປັນປົກກະຕິ, ແລະ ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆ ທີ່ສະພາປະຊາຊົນແຂວງໄດ້ຮັບຮອງໃຫ້ມີປະສິດທິພາບສູງ.

ຈາກນັ້ນ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ກໍ່ໄດ້ໃຫ້ກຽດໂອ້ລົມ, ໂດຍກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງໄຊຍະບູລີສາມາດຍາດມາໄດ້, ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາຂອງແຂວງສືບຕໍ່ເອົາໃຈໃສ່ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຕໍ່ການຜະລິດຂອງປະຊາຊົນ ໂດຍຊອກຫາແນວພັນໃໝ່ ແລະ ເຕັກນິກການຜະລິດແບບໃໝ່, ໂດຍນໍາໃຊ້ກົນຈັກທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ, ສົ່ງເສີມໃຫ້ປະຊາຊົນລ້ຽງສັດໃຫຍ່ຕິດພັນກັບການປູກຫຍ້າ, ແລະ ປູກພືດເປັນສິນຄ້າເຊັ່ນ: ມັນຕົ້ນ, ສາລີ ແລະ ອື່ນໆ.

ພ້ອມດຽວກັນ, ກໍ່ຕ້ອງເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ເປັນຕົ້ນແມ່ນ ບັນຫາຢາເສບຕິດໃຫ້ໝົດໄປ, ສືບຕໍ່ເຮັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ມີຄວາມໜັກແໜ້ນ, ສົ່ງເສີມ ແລະ ອໍານວຍຄວາມສະດວກຕໍ່ການເຮັດທຸລະກິດຂອງຜູ້ປະກອບການໃຫ້ມີການຂະຫຍາຍຕົວກວ້າງຂວາງ, ພ້ອມທັງ ອໍານວຍຄວາມສະດວກໃຫ້ປະຊາຊົນ, ນັກທຸລະກິດ ແລະ ນັກທ່ອງທ່ຽວໃນການເຂົ້າ-ອອກເມືອງ ເພື່ອເຂົ້າມາລົງທຶນ, ຄ້າຂາຍ ແລະ ທ່ອງທ່ຽວຢູ່ປະເທດລາວ, ພ້ອມທັງຄຸ້ມຄອງອັດຕາການເໜັງຕີງຂອງການແລກປ່ຽນເງິນຕາ, ການຂຶ້ນລາຄາຂອງສິນຄ້າຕາມທ້ອງຕະຫຼາດ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ

ໂດຍ: ອຸ່ນເຮືອນ ໂພທິລັກ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.