Header Ads

ງານມະຫາກໍາບຸນຊ້າງໄຊຍະບູລີ ປີ 2019 ເປີດຂຶ້ນຢ່າງຍິ່ງໃຫຍ່ ແລະ ຟົດຟື້ນ



ເພື່ອເປັນການສືບຕໍ່ເສີມຂະຫຍາຍວັດທະນະທໍາ ແລະ ຮີດຄອງປະເພນີທີ່ເປັນເອກະລັກໃນແບບວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ບູຮານນະການ ແລະ ເພື່ອໃຫ້ຄົນຮຸ່ນຕໍ່ໆໄປໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ, ເພາະຊ້າງເປັນປະເພດສັດໃຫຍ່, ເປັນສັດຄໍາຮູ້ທີ່ສາມາດຮັບຟັງຄໍາສັ່ງຂອງຜູ້ເປັນເຈົ້າຂອງໄດ້ເປັນຢ່າງດີ, ແລະ ເພື່ອໃຫ້ທຸກຄົນຄວນໄດ້ຮູ້ ແລະ ອານຸລັກຮັກສາ ແລະ ຫວງແຫນຊ້າງໃຫ້ຍືນຍົງຄົງຢູ່ຄູ່ກັບປະຊາຊົນຕະຫຼອດໄປ ໃຫ້ສົມກັບທີ່ວ່າປະເທດລາວເປັນ ດິນແດນລ້ານຊ້າງ, ມາຮອດຕອນເຊົ້າຂອງມື້ນີ້ 23 ກຸມພາ 2019, ອົງການປົກຄອງແຂວງ ໄຊຍະບູລີ ພ້ອມກັບປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນທົ່ວແຂວງ ຈຶ່ງໄດ້ຈັດງານ ມະຫາກໍາບຸນຊ້າງຄັງທີ 13 ປະຈໍາປີ 2019 ຂຶ້ນ ບົນດິນແດນທີ່ສວຍງາມ ແລະ ອຸດົມສົມບູນດັ່ງຄໍາຂວັນທີ່ວ່າ: “ໄຊຍະບູລີ ດິນແດນຍາວສຸດຫຼາ, ດ່ານໜ້າທີ່ແຂງແກ່ນ, ແດນພູເຂົາແຫ່ງຄໍາຂຽວ, ຊ້າງຄໍາຮູ້ພູໄຟດອກຝ້າຍຈັນ, ວັດທະນະທໍາເຜົ່າຫຼາຍສີສັນ ພະລັງດັນແຫ່ງຄວາມມັ່ງຄັ່ງ”.



ງານດັ່ງກ່າວຈັດຂຶ້ນໂດຍມີຈຸດປະສົງ ເພື່ອເປັນການສືບຕໍ່ເສີມຂະຫຍາຍຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າຊາວແຂວງ ໄຊຍະບູລີ ທີ່ໄດ້ມີການດໍາລົງຊີວິດຕິດພັນກັບຊ້າງມາແຕ່ດຶກດໍາບັນ, ເພື່ອໃຫ້ທຸກຄົນຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ, ເພື່ອພ້ອມກັນອານຸລັກ ແລະ ປົກປັກຮັກສາຊ້າງໃຫ້ສືບຕໍ່ຍືນຍົງຢູ່ກັບແຂວງ ໄຊຍະບູລີ ຕະຫຼອດໄປ, ແລະ ອີກປະການຫນຶ່ງ ກໍ່ແມ່ນເພື່ອເປັນການໂຄສະນາສົ່ງເສີມໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວແຂວງ ໄຊຍະບູລີ ຫຼາຍຂຶ້ນ.





ໃນງານຄັ້ງນີ້, ຈະມີບັນດາກິດຈະກໍາຕ່າງໆເຊັ່ນ: ຂະບວນແຫ່ຂອງຊ້າງຈໍານວນ 70 ເຊືອກ, ການໃສ່ບາດເພື່ອອຸທິດສ່ວນບຸນກູສົນໃຫ້ແກ່ຊ້າງ, ການປະກວດຊ້າງງາມ, ການສະແດງຄວາມສາມາດຂອງຊ້າງຄໍາຮູ້ຈໍານວນ 24 ເຊືອກ, ມີ 23 ລາຍການ, ພິທີບາສີສູ່ຂວັນຊ້າງ, ການປະກວດໃຫ້ອາຫານຊ້າງ ແລະ ບຸບເຟສໍາລັບຊ້າງ, ການບໍລິການຂີ່ຊ້າງ, ຂະບວນຟ້ອນ 8 ເຜົ່າທີ່ສ່ອງແສງເຖິງມູນເຊື້ອທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມ.



ນອກນັ້ນ, ໃນແຕ່ລະຄໍ່າຄືນ ຍັງຈະມີການສະແດງສິລະປະ-ວັນນະຄະດີຈາກແຕ່ລະເມືອງ, ການສະແດງຄອນເສີດຈາກສີລະປິນທີ່ມີສື່ສຽງພາຍໃນປະເທດ, ການຊົກມວຍສາກົນ ແລະ ມວຍລາຍລາວ, ການວາງສະແດງສິນຄ້າຂອງ 11 ເມືອງ, ບັນດາພະແນກການ, ບໍລິສັດ, ຫ້າງຮ້ານທັງພາຍໃນ ແລະ ຕ່າງປະເທດ.



ພິທີເປີດງານມະຫາກໍາບຸນຊ້າງຢ່າງເປັນທາງການແມ່ນໄດ້ຈັດຂຶ້ນທີ່ເດີ່ນສະໜາມຫຼວງຂອງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມ, ລັ່ນຄ້ອງ ແລະ ຕັດແຖບຜາເປີດງານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍມີທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົາແຂວງທົ່ວປະເທດ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຕະຫຼອດເຖິງອໍານາດການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ໄຊຍະບູລີ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ

ໂດຍ: ອຸ່ນເຮືອນ ໂພທິລັກ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.