Header Ads

ສະພາບ ໂຮງຮຽນປະຖົມ ນາຄ້າງ ເມືອງຊຽງຄໍ້ ໄດ້ຮັບຜົນກະທົບໜັກຈາກ ພະຍຸ ໝາກເຫັບ



ນັກຂ່າວແຂວງຫົວພັນ ລາຍງານວ່າ : ໃນຄໍ່າຄືນ ຂອງວັນທີ 19 ກຸມພາ 2019 ຜ່ານມານີ້, ໂຮງຮຽນອະນຸບານ, ປະຖົມ ແລະ ມສ ນາຄ້າງ ກຸ້ມບ້ານພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຮັບຜົນກະທົບໜັກຈາກ ພະຍຸລະດູໜາວ ແລະ ໝາກເຫັບຕົກ ເຮັດໃຫ້ໂຮງຮຽນດັ່ງກ່າວໄດ້ຮັບຜົນກະທົບເສຍຫາຍຫຼາຍຢ່າງ.





ທ່ານ ສອນໄຟ ສີລາວົງ ຫົວໜ້າໜ່ວຍງານ ສະຖິຕິ-ແຜນການ ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຄໍ້ ທີ່ເປັນຄະນະຮັບຜິດຊອບເຫດການຄັ້ງນີ້ ໄດ້ລາຍງານໃຫ້ຮູ້ວ່າ: ຜົນເສຍຫາຍຂອງ ໂຮງຮຽນອະນຸບານ, ປະຖົມ, ແລະ ມສ ນາຄ້າງ ເມືອງຊຽງຄໍ້ ຈາກພະຍຸພັດ ແລະ ໝາກເຮັບຕົກ ເຮັດໃຫ້ຫຼັງຄາໂຮງຮຽນແຕກເປ່ເພຫຼາຍຫຼັງ, ເພດານເປ່ເພໃຊ້ການບໍ່ໄດ້, ຫໍພັກນັກຮຽນຖືກພັດປິວຫຼາຍຫຼັງ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ 50 ກ່ວາລ້ານກີບ. ໂດຍໂຮງຮຽນອະນຸບານ, ປະຖົມ ແລະ ມສ ນາຄ້າງ ເມືອງຊຽງຄໍ້ ມີໄລຍະທາງຫ່າງຈາກເທດສະບານ ເມືອງ 21 ກິໂລແມັດ, ມີຄູສອນ ຊັ້ນອະນຸບານ 3 ຄົນ, ມີນັກຮຽນອະນຸບານ 67 ຫຼານ, ຍິງ 29 ຫຼານ, ມີຄູສອນຊັ້ນປະຖົມ: 5 ຄົນ, ມີນັກຮຽນຊັ້ນປະຖົມ 177 ນ້ອງ, ຍິງ 70 ນ້ອງ, ຄູສອນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ 17 ຄົນ, ມີນັກຮຽນທັງໝົດ 291, ຍິງ 114 ນ້ອງ.



ປະຈຸບັນນີ້ ພະແນກສຶກສາທິການ ແລະ ກິລາແຂວງ ເຊິ່ງນຳໂດຍ: ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກຳລັງລວບລວມງົບປະມານ, ພ້ອມທັງອຸປະກອນທີ່ຈຳເປັນ ເປັນຕົ້ນແມ່ນ: ສັງກະສີອາລູຊິ້ງ 300 ກ່ວາແຜ່ນ, ອຸປະກອນ ການຮຽນ-ການສອນ ແລະ ອື່ນໆ ລວມມູນຄ່າ 15 ລ້ານກ່ວາກີບ ເພື່ອນຳໄປຊ່ວຍເຫຼືອ ແລະ ປົວແປງໃນເບື້ອງຕົ້ນ.ພ້ອມນີ້ທ່ານ ຫົວໜ້າພະແນກພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ຍັງໄດ້ຮຽກຮ້ອງ ແລະ ເປີດຮັບການການບໍລິຈາກຊ່ວຍເຫຼືອຈາກທຸກພາກສ່ວນ ທີ່ມີນໍ້າໃຈຢາກຊຸກຍູ້ຊ່ວຍເຫຼືອໂຮງຮຽນດັ່ງກ່າວ ເຊິ່ງສາມາດປະສານສົບທົບກັບ ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຄໍ້ ໄດ້ໃນໂມງລັດຖະການ 064 317 029 ແລະ ພະແນກສຶກສາທິການ – ກິລາແຂວງຫົວພັນ 064 312 051.






ຂ່າວໃຫ້ຮູ້ຕື່ມອີກວ່າ: ການຊ່ວຍເຫຼືອໃນເບື້ອງຕົ້ນແມ່ນຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຄໍ້ ໄດ້ນຳເງິນ ແລະ ອຸປະກອນໄປມອບໃຫ້ 2 ລ້ານກີບ. ຂ່າວ: ສີສົມສັກ ພົມມາທຳ (ຂ່າວສານແຂວງຫົວພັນ)


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.