Header Ads

ສານປະຊາຊົນແຂວງສະຫວັນນະເຂດໄດ້ສັ່ງປະຫານຊີວິດ ໃນຂໍ້ຫາຄ້າ-ຂາຍຢາເສບຕິດປະເພດຢາບ້າ



ສານປະຊາຊົນແຂວງສະຫວັນນະເຂດ ໄດ້ນັດພິຈາລະ ນາໂທດຕາມເລກທີ 012/ຂຕ.ອ ລົງວັນທີ 17 ມັງກອນ 2019 ຫລັງໄອຍະການປະຊາ ຊົນແຂວງສະຫວັນນະເຂດ ຊີ້ວ່າ: ທ້າວຕູ່ລີ່ ພົມມະນີລາດ ຫລືຕູ່ ມີຄວາມຜິດໃນຂໍ້ຫາຄ້າ -ຂາຍຢາເສບຕິດປະເພດຢາ ບ້າທີ່ໄອຍະການປະຊາຊົນ ແຂວງເປັນໂຈດ ທີ່ໄດ້ຍື່ນຟ້ອງ ຫລັງສານພິຈາລະນາຊີ້ໃຫ້ ເຫັນວ່າ: ທ້າວ ຕູ່ລີ່ ພົມມະນີລາດ ທີ່ດໍາລົງຊີວິດໃນຄອບ ຄົວທີ່ຢ່າງສະຫນຸກສະບາຍໃຊ້ ເງິນແບບຟຸມເຟືອຍໃນຖານະທີ່ ເປັນຄົນຄ້າຂາຍຢາເສບຕິດ ລາຍໜຶ່ງທີ່ມີການເວົ້າຈາເວົ້າ ໃຫຍ່ໄຟ່ສູງບໍ່ນານປີ.

ທ້າວ ຕູ່ລີ່ ພົມມະນີລາດ ອະດີດຜູ້ຄ້າຂາຍຢາເສບຕິດ ລາຍໜຶ່ງ ເຂດເມືອງສອງຄອນ ແຂວງສະຫວັນນະເຂດໄວ 31 ປີ ຢູ່ບ້ານຫລັກເມືອງ ,ເມືອງສອງຄອນມີຄວາມ ຜິດໃນຂໍ້ຫາຄ້າ-ຂາຍຢາເສບ ຕິດປະເພດຢາບ້າຈໍາໜ່າຍ, ຄອບຄອງ ແລະຂາຍຂ້າມຊາດ. ຊຶ່ງໄອຍະການແຂວງກ່າວວ່າ: ທ້າວຕູ່ລີ ຈະຖືກຈໍາຄຸກ ແລະ ກຽມປະຫານຊີວິດໃນເມື່ອ ການນັດຄໍາພິພາກສາໃນວັນ ທີ 17 ມັງກອນ 2019 ແມ່ນ ເປັນຄໍາທີ່ຕັດສິນທີ່ຊີ້ຂາດກະ ທັງວ່າ: ທ່ານ ບຸນທິນ ສຸທາໄລ ທະນາຍຄວາມເປັນຜູ້ປົກປ້ອງ ຈໍາເລີຍກໍ່ໃຫ້ຮ້ອງຂໍໃນກອງປະ ຊຸມສານໃຫ້ຄວາມເມດຕາ ຫລຸດຜ່ອນຢ່ອນໂທດແຕ່ກໍ່ບໍ່ມີ ຜົນແຕ່ຢ່າງໃດ ຊຶ່ງສານໄດ້ຕັດ ສິນວ່າ: ທ້າວຕູ່ລີ ແມ່ນໜຶ່ງທີ່ ເປັນຕົວການລາຍໜຶ່ງຜູ້ທີ່ຄ້າ ຂາຍຢາເສບຕິດທີ່ສ້າງບັນຫາ ໃຫ້ແກ່ຄົນໃນສັງຄົມເມືອງ ສອງຄອນ ແລະແຂວງສະຫວັນນະເຂດ ຈົນໄດ້ກາຍເປັນຜູ້ມີຕໍານານແຫ່ງຜູ້ຄ້າຢາເສບຕິດ.

ຊຶ່ງການກະທໍາມັນສະ ແດງອອກຢູ່ບ່ອນວ່າ: ໃນຊ່ວງ ເດືອນພຶດສະພາ 2017 ທີ່ຜ່ານ ມາ ມີທ້າວ ຈານ(ບໍ່ຮູ້ບ້ານ) ໄດ້ ໂທລະສັບມາຫາຈໍາເລີຍທີ່ພົວ ພັນຄ້າຂາຍຢາເສບຕິດ (ຢາ ບ້າ) ແລະຕົກມາຮອດວັນທີ 11 ພະຈິກ 2017 ທ້າວຈານກໍ່ ໄດ້ເອົາຢາບ້າມາຂາຍໃຫ້ທ້າວ ຕູ່ລີ່ ຫລືຕູ່ ຈໍານວນ 124 ມັດ ໃນລາຄາມັດລະ 28.000 ບາດ (ຊີ້ຕິດໜີ້) ເມື່ອຂາຍຢາບ້າ ໝົດ ແລ້ວຈຶ່ງຈ່າຍເງິນຕາມທີຫລັງ, ພາຍຫລັງໄດ້ຢາບ້າມາແລ້ວ ທ້າວຕູ່ລີ່ກໍ່ໄດ້ນໍາມາຊຸກເຊື່ອງໄວ້ໃນເຮືອນຄົວທີ່ປົນກັບກະ ເປົ່າຖ່ານດັງໄຟ,

ມາຮອດວັນທີ 13 ພະຈິກ ທ້າວຕູ່ລີ່ກໍ່ໄດ້ນໍາ ເອົາຢາບ້າໄປຂາຍໃຫ້ເຖົ້າແກ່ ຄົນໄທ ຈໍານວນ 31 ມັດໃນລາ ຄາມັດລະ 44.000 ບາດ (ຕິດໜີ້) ມາຮອດວັນທີ 28 ພະຈິກ 2017 ເຖົ້າແກ່ຄົນໄທ ກໍ່ໄດ້ໂທລະສັບສັ່ງຊື້ຢາບ້າ ນໍາຈໍາເລີຍຕື່ມອີກຈໍານວນ 55 ມັດ ໂດຍຈະຈ່າຍເງິນໃຫ້ກ່ອນ 500.000 ບາດ ແລະມາ ຮອດວັນທີ 7 ທັນວາ 2017 ໄດ້ມີທ້າວສັນຕິສຸກໄດ້ໂທລະ ສັບມາຫາໂດຍຖາມວ່າ: ມີຢາ ບ້າຂາຍບໍ? ເບື້ອງທ້າວຕູ່ລີ່ກໍ່ ຕອບວ່າ:ມີຂາຍໃນລາຄາ 33.000 ບາດ ແລະກໍ່ໃຫ້ຕິດ ໜີ້ໄດ້ ແລະມາຮອດວັນທີ 11 ທັນວາ 2017 ທ້າວສັນຕິສຸກກໍ່ ໄດ້ມາຊື້ຢາບ້ານນໍາຈໍານວນ 2 ມັດ ກໍ່ຍັງບໍ່ທັນຈ່າຍເງິນ, ວັນເວລາຕໍ່ມາຄືວັນທີ 12 ທັນ ວາ 2017 ທ້າວຕູ່ລີ່ກໍ່ໄດ້ນໍາ ເອົາຢາບ້າຈໍານວນ 34 ມັດ ຂຶ້ນໃສ່ລົດຟໍຈູນເນີ້ສີດໍາຄັນ ໝາຍເລກທະບຽນ ກຄ 5335 ສະຫວັນນະເຂດ ເພື່ອຈະໄປ ສົ່ງໃຫ້ເຖົ້າແກ່ຄົນໄທໃນເວລາ ທີ່ກໍາລັງເອົາຢາບ້າຊຸກເຊື່ອງ ໄວ້ໃນລົດນັ້ນ ຈຶ່ງມີເຈົ້າໜ້າທີ່ ເຂົ້າມາກັກຕົວ ພ້ອມກວດພົບ ເຫັນຢາບ້າຈໍານວນ 34 ມັດ ຢູ່ໃນລົດຄັນດັ່ງກ່າວ ຈາກນັ້ນ, ເຈົ້າໜ້າທີ່ກໍ່ໄດ້ພາເຈົ້າຕົວມາກວດເຮືອນ ທີ່ບ້ານສາລາຄໍາ ເມືອງສອງຄອນ ກໍ່ໄດ້ພົບເຫັນ ຢາບ້າຈໍານວນ 1 ມັດ ຢູ່ທີ່ ຫ້ອງນອນ ແລະຢາບ້າອີກຈໍາ ນວນ 155 ເມັດ ໃນເວລາກວດ ເຫັນຢູ່ທີ່ເຮືອນຂອງຜູ້ກ່ຽວ ທີ່ບ້ານສະບູໄຊເມືອງສອງ ຄອນນໍາອີກ.

ເຊິ່ງການກະທໍາດັ່ງກ່າວ ຂອງທ້າວຕູ່ລີ່ແມ່ນເປັນການ ກະທໍາຜິດຕໍ່ມາດຕາ 146 ຂໍ້ 2 ວັກທີ 4 ຊຶ່ງໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກກະທໍາຜິດ, ປຸງແຕ່ງຫລືມີໄວ້ຄອບຄອງ, ຄ້າຂາຍ, ຈໍາໜ່າຍນໍາເຂົ້າ, ສົ່ງອອກ, ຂົນສົ່ງ, ຫລືນໍາ ຢາອີ, ຢາໄອສ໌ ຫລືວັດຖຸອອກ ລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນກວ່າ 3 ກິໂລກຣາມ ຂຶ້ນໄປຈະຖືກລົງໂທດປະຫານ ຊີວິດ ແລະຈະຖືກຮິບຊັບຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາສະບັບ ປັງປຸງປີ 2005 ດັ່ງນັ້ນ,ສານຈຶ່ງເຫັນຄວນລົງໂທດທ້າວຕູ່ລີ່ ຫລືຕູ່ ດ້ວຍການປະຫານຊີ ວິດ. ພາບ-ຂ່າວ: ນສພ ສະຫວັນພັດທະນາຂ່າວ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.