Header Ads

ຄູ່ຮັກສອງຝັ່ງຂອງລາວ-ໄທ “ໜຸ່ມຟຸກ ຈີຣະ ກັບ ສາວແອັບເປິ້ນ ສີສະຫງຽນ” ຈູງມືກັນເຂົ້າວິວາຫວານຊື້ງປານນໍ້າເຜີ້ງເດືອນຫ້າ



“ຄູ່ຮັກສອງຝັ່ງຂອງ” ໜຸ່ມຟຸກ ຈີຣະ ກັບ ສາວແອັບເປິ້ນ ສີສະຫງຽນ ກໍໄດ້ເຂົ້າວິວາສະໂສດກັນເປັນທີ່ຮຽບຮ້ອຍມື້ວານີ້ ພາຍຫຼັງທີ່ທັງຄູ່ຄົບຫາເບິ່ງໃຈກັນມາເຖິງ 10 ປີ  ແລະ ສຸກທ້າຍທັງຄູ່ພາກັນຈູງມືເຂົ້າວິວາເວລາ 10:09 ໂມງເຊົ້າ ຂອງວັນທີ 3 ພະຈິກ 2017 (ມື້ນີ້) ຕາມຮີດຄອງປະເພນີໂດຍມີຍາດຜູ້ໃຫຍ່ຂອງທັງສອງຝ່າຍ ແລະ ເພື່ອນມິດສະຫາຍເຂົ້າຮ່ວມສະແດງຄວາມຍິນດີກັບຄວາມຮັກຂອງທັງຄູ່ ຢ່າງອົບອຸ່ນ. ສໍາລັບພິທີຕອນເຊົ້າແມ່ນຈັດງານບາສີສູ່ຂວັນແບບປະເພນີລາວ ແລະ ຕອນບ່າຍຈັດປະເພນີແບບຈີນ ມີການຍົກນໍ້າຊາ  ແລະ ໄຫວ້ບັນພະບູລຸດຕາມປະເພນີຊາວຈີນ ສ່ວນງານສະຫຼອງມຸງຄຸນ ( ງານລ້ຽງ) ແມ່ນຈະຈັດໃນວັນທີ 4 ພະຈິກ 2017  ທີ່ໂຮງແຮມອິນເຕີຄອນເນຊັນ ກຸງເທບ ປະເທດໄທ.














ທີມງານຂ່າວ tonamcha.com   ຂໍສະແດງຄວາມຍີນດີນໍາທັງສອງ ແລະ ຂໍປະມວນພາບງານວິວາຂອງໜຸ່ມຟຸກ ຈີຣະ ກັບ ສາວແອັບເປິ້ນ ສີສະຫງຽນ ມາໃຫ້ແຟນເພຈໄດ້ເບິ່ງ.























ທີ່ມາ: SnookNews/Appleminiberry 
© ໂຕະນໍ້າຊາ | tonamcha.com 
___________




Powered by Blogger.