Header Ads

ສະຫລຸບຜົນ ບຸນຊ່ວງເຮືອປະເພນີປະຈຳປີ 2017 ທີ່ທ່ານໍ້າ ສວນຊ້າອິນແປງ ບ.ດົງໂພສີ ມ.ຫາດຊາຍຟອງ ນະຄອນຫຼວງວຽງຈັນ



ສະຫຼູບຜົນການແຂ່ງຂັນບຸນຊ່ວງເຮືອປະເພນີປະຈຳປີ 2017 ໃນວັນທີ 17 ກັນຍາ 2017 ທີ່ ທ່ານໍ້າ ສວນນໍ້າອິນແປງ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງນະຄອນຫຼວງວຽງຈັນ ໂດຍມີລາຍລະອຽດລຸ່ມນີ້: 



ສໍາລັບປະເພດ 55 ສີພາຍ:

ອັນດັບທີ 1: ບ.ສ.ແສງເພັດ ເກັບກູ້ລະເບີດ (ສີພາຍ ບ້ານ ແສນດິນ)
ອັນດັບທີ 2: ນາວາສັກສິດ ບ້ານ ໄຊສະຖານເມືອງ ສີສັດຕະນາກ ນວ
ອັນດັບທີ 3: ສາຍຟ້າ ບ້ານ ທ່າພະ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ (ສີພາຍຊາວມັງກອນ ແຂວງ ຄຳມ່ວນ + ບ້ານ ປຸ່ງເຫນືອ ແຂວງ ຄຳມ່ວນ)
ອັນດັບທີ 4: ເທບປະທານພອນ ບ້ານ ຊຽງຄວນ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ (ສີພາຍກອງພັນໃຫຍ່ປ້ອງກັນອາກາດ 642 ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ)


ສໍາລັບປະເພດ 12 ສີພາຍ:

ອັນດັບທີ 1: ສຸກສາຄອນນາວາ ບ້ານ ທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ
ອັນດັບທີ 2: ນາວາສັກສິດ ບ້ານ ໄຊສະຖານ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
ອັນດັບທີ 3: ເທບທິດາສ້ອຍຟ້າ ບ້ານ ຫາຍໂສກ ເມືອງ ສີສັດຕະນາກ ນະຄອນຫຼວງວຍງຈັນ (ສີພາຍເທບທະນະກອນ ບ້ານ ໄຮຄຳ)
ອັນດັບທີ 4: ເທບນາຄາ ບ້ານ ທ່າດອກຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ


ພາບ ແລະ ຂໍ້ມູນຊຸມຊົນຄົນຮັກເຮືອຍາວ  
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.