Header Ads

ພະຍຸໄຕ້ຝຸ່ນ “ຕາລິມ” ກຽມພັດເຂົ້າເກາະຮອກໄກໂດ ປະເທດຢີ່ປຸ່ນ


ສໍານັກຂ່າວທ້ອງຖີ່ນຢີ່ປຸ່ນລາຍງານວ່າ :  ພະຍຸໄຕ້ຝຸ່ນຕາລິມ “Typhoon Talim ” ກຽມພັດຂື້ນເກາະຮອກໄກໂດ ປະເທດຢີ່ປຸ່ນໃນມື້ນີ້ ( 18 ກັນຍາ 2017) ສົ່ງຜົນໃຫ້ທາງການຢີ່ປຸ່ນຕ້ອງຍົກເລິກຖ້ຽວບິນຫຼາຍກວ່າ 230 ຖ້ຽວທັນທີເພື່ອຄວາມປອດໄພ. ເຖິງແມ່ນວ່າສໍານັກງານອຸດຕຸນີຍົມຢີ່ປຸ່ນ ຈະປະກາດວ່າ ພະຍຸໄຕ້ຝຸ່ນຕາລິມທີ່ພັດຜ່ານຕອນໃຕ້ຂອງຢີ່ປຸ່ນໄດ້ອ່ອນກໍາລັງລົງແລ້ວ ແຕ່ອິດທິພົນພະຍຸໄຕ້ຝຸ່ນຕາລິມທີ່ກໍາລັງເຄື່ອນໂຕຂື້ນທາງເໜືອຜ່ານເກາະຮອກໄກໂດ ອາດເຮັດໃຫ້ມີຝົນຕົກໜັກ ເບື້ອງຕົ້ນທາງການໄດ້ສັ່ງຍົກເລິກຖ້ຽບິນໄປແລ້ວ ແລະ ປະກາດຍົກເລິກຖ້ຽວບິນເພີ່ມອີກ 230 ຖ້ຽວບິນ.







ສໍາລັບພະຍຸໄຕ້ຝຸ່ນຕາລິມພັດຂື້ນຝັ່ງທີ່ເກາະຄີວຊູ ທາງໃຕ້ສຸດຂອງປະເທດຢີ່ປຸ່ນໃນເວລາ 11:30 ນາທີ ຕາມເວລາທ້ອງຖີ່ນ ເຊິ່ງສົ່ງຜົນໃຫ້ມິຝົນຕົກໜັກໃນຫຼາຍພື້ນທີ່ຂອງຕອນໃຕ້ປະເທດຢີ່ປຸ່ນ ຈາກອິກທິພົນພະຍຸດັ່ງກ່າວນີ້ເຮັດໃຫ້ທາງການປະກາດງົດການແລ່ນລົດໄພຊົ່ວຄາວໃນຫຼາຍເສັ້ນທາງ. ນອກນີ້,​ພະຍຸໄຕ້ຝຸ່ນຕາລິມຍັງສົ່ງຜົນໃນບ້ານເຮືອນປະຊາຊົນກວ່າ 3,000 ຫຼັງໃນແຂວງໂງະຊີມະ, ຄຸມາໂມໂຕະ ແລະ ມິຍາຊາກີ ບໍ່ມີໄຟຟ້າໃຊ້ ໂດຍກະທົບອຸດສາຫະກໍາການທ່ອງທ່ຽວຢ່າງໜັກ  ພ້ອມດຽວກັນຍັງມີການຍົກເລິກຖ້ຽວບິນໄປເກາະຄີວຊູ ແລະ ເກາະຊີໂກະກຸ ເຖິງ 800 ຖ້ຽວບິນ.  ມີລາຍງານເພີ່ມເຕີມວ່າພົບຜູ້ເສຍຊີວິດແລ້ວ 2 ລາຍ ທີ່ແຂວງຊີໂກກຸ ແລະ ສູນຫຼາຍອີກ 3 ຄົນທີ່ ໂຄຈິ ແລະ  ໂອມິຕະ ກ່ອນໜ້ານີ້ໜຶ່ງມື້.​



ທີ່ມາ: Japan Time News/AP 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.