Header Ads

ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ກຽມພ້ອມທຸກດ້ານປີທ່ອງທ່ຽວລາວ



ອີງຕາມການລາຍງານຂ່າວຂອງ ໜັງສືພິມວຽງຈັນໃໝ່ ວ່າ:  ທ່ານ ທອງ​ທິບ ສີ​ວິ​ໄຊ ຮັກສາການ​ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ ແລະ ບໍລິການ​ດ່ານ​ສາກົນ​ຂົວ​ມິດຕະ​ພາບ ລາວ-ໄທ 1 ໃຫ້​ສຳພາດວ່າ: ປັດຈຸບັນ ດ່ານ​ສາກົນ​ພວກເຮົາ​ໄດ້​ມີ​ການ​ກະກຽມ​ຄວາມພ້ອມ​ທຸກ​ດ້ານ ​ໃສ່​ເປີດ​ປີ​ທ່ອງ​ທ່ຽວລາວ 2018 ເປັນຕົ້ນ​ແມ່ນ ດ້ານຄວາມ​ສະຫງົບ ການ​ບໍລິການ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ສິ່ງ​ອຳນວຍ​ຄວາມ​ສະ ດວກ ການປະດັບ​ປະດາ ອະນາໄມ​ຄວາມສະອາດ ແລະ ອື່ນໆ ເພື່ອ​ສ້າງຄວາມ​ສະດວກ​ໃຫ້​ແກ່​ແຂກ ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ-ອອກ​ພາຍ​ໃນດ່ານ ເຊິ່ງ​ການ​ຮັກສາ​ຄວາມ​ສະຫງົບ​ພາຍ​ໃນ​ດ່ານ​ມີ​ກຳລັງ​ປ້ອງກັນ​ຄວາມ​ສະຫງົບ 7 ພາກ ສ່ວນ ກວດກາ​ສິນຄ້າ ແລະ ຄົນ​ເຂົ້າອອກ​ຕາມ​ພາລະ​ບົດບາດ​ຂອງຕົນ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຜ່ານ​ມາ​ສາມາດ​ກວດ​ພົບ​ອາວຸດເສິກ​ຈຳນວນ​ໜຶ່ງ ແລະ ຄົນ​ເຂົ້າ-ອອກ​ເມືອງ​ບໍ່​ຖືກຕ້ອງ 83 ຄົນ ພ້ອມ​ນີ້ຍັງ​ສົມທົບ​ກັບ​ກຳລັງຂອງ​ມະຫາຊົນ ແລະ ໜ່ວຍ​ປ້ອງກັນ​ຕາມ​ຮ້ານ​ຄ້າ​ຕ່າງໆ ຈັດ​ຕັ້ງປ້ອງ​ກັນ​ເວນຍາມຕະຫຼອດ 24 ຊົ່ວໂມງ ກວດກາ ແກ້​ໄຂ​ການຈອດ​ລົດ ແລະ ຂາຍເຄື່ອງ​ບໍ່​ເປັນລະບຽບ​ຮຽບ​ຮ້ອຍ ເປັນຕົ້ນ​ ຈອດລົດ​ຊະຊາຍ ການ​ກຳນົດ​ຈອດລົດຈັກ ແລະ ເດືອນ​ພະຈິກ 2017 ຈະ​ໄດ້​ເປີດ​ນຳ​ໃຊ້​ເສັ້ນທາງ​ຂາ​ອອກ​ສະເພາະ​ລົດ​ບັນທຸກ​ທີ່​ບໍລິສັດ ເອັສ​ທີ​ກຣຸບ ຊ່ວຍສ້າງ​ໃຫ້ມູນ​ຄ່າ 8 ຕື້​ກີບ ເປັນເສັ້ນທາງ​ເບ​ຕົງ​ເສີມ​ເຫຼັກກວ້າງ 13 ແມັດ ແລະ ຍາວ 426 ແມັດ ເພື່ອ​ແກ້​ໄຂ​ການ​ສັນຈອນ​ອັ່ງ​ອໍຢູ່​ດ່ານ​ເບື້ອງ​ຂາ​ອອກ ໃຫ້​ບໍລິສັດ ບີ​ເອັມ ຂະຫຍາຍ​ບ່ອນ​ຈອດ​ລົດຕື່ມ ສ່ວນ​ດ່ານ​ການ​ບໍລິການ ປັດຈຸ​ບັນ​ມີ​ຜູ້​ເຂົ້າ-ອອກ​ພາຍ​ໃນ​ດ່ານ ສະເລ່ຍ 9 ພັນ​ກວ່າ​ຄົນ​ຕໍ່​ວັນ ພະນັກງານ​ຕ້ອງ​ເຮັດ​ວຽກ​ແຕ່ເຊົ້າຈົນ​ຮອດ 22:00 ໂມງ​ຈຶ່ງປິດ​ດ່ານ ແລະ ຕໍ່​ໄປ​ເພື່ອ​ຄວາມສະດວກ ​ໄດ້​ສົມທົບ​ກັບ​ທະ​ນາຄານ​ການ​ຄ້າ​ຕ່າງປະເທດ ​ເປັນ​ຜູ້ເກັບ​ເງິນ​ຄ່າ​ບໍລິການ​ຕ່າງໆ​ຢູ່​ຈຸດດຽວ ພາຍຫຼັງ​ສຳເລັດ​ແລ່ນ​ເອກະ​ສານ​ ຄາດ​ວ່າເດືອນ​ຕຸລາ​ຈະໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ ສຳລັບການ​ປະດັບ​ປະດາ​ດ່ານ ​ໄດ້​ເຊັນສັນຍາ​ກັບ​ບໍລິສັດ​ສ້ອມແປງ​ອາຄານ ແລະ ສົມທົບ​ກັບ​ພະ​ແນກ ຖວທ ນວ ຕິດ​ຕັ້ງ​ປ້າຍ​ໂຄສະນາການທ່ອງທ່ຽວ ປະດັບ​ປະດາເສົາ​ໄຟ ແລະ ອື່ນໆ ດ້ານ​ການ​ບໍລິ​ການ​ກໍ່​ໄດ້​ເນັ້ນ​ໃຫ້​ພະນັກງານ ເຮັດ​ວຽກ​ດ້ວຍ​ຄວາມ​ຮັບ​ຜິດຊອບ​ສູງ ບໍລິການ​ຄ່ອງ​ແຄ້ວ​ວ່ອງໄວ ຍິ້ມແຍ້ມ​ແຈ່ມ​ໃສ ສຸພາບ ຮຽບ​ຮ້ອຍ ແລະ ທຸລະ​ກິດ​ຫ້າງຮ້ານ​ຢູ່​ພາຍ​ໃນ​ດ່ານ ​ກໍ່​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ການຊື້-ຂາຍ ບໍ່​ໃຫ້​ຂາຍ​ຊະຊາຍ ໂດຍ​ລວມແລ້ວ​ທຸກ​ຢ່າງ​ມີ​ຄວາມ​ພ້ອມ​ທຸກດ້ານ.



ໂອກາດ​ນີ້ ທ່ານ ທອງ​ທິບ ສີ​ວິໄຊ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ພະນັກ​ງານ ກໍ່​ຄືເຈົ້າ​ໜ້າທີ່​ປະຈຳດ່ານ ຕະຫຼອດ​ຮອດ​ຜູ້​ປະ ກອບການ​ທີ່​ເຄື່ອນ​ໄຫວ​ທຸລະ​ກິດ​ຢູ່ພາຍ​ໃນ​ດ່ານ ຈົ່ງ​ພ້ອມ​ກັນ​ມີ​ສ່ວນຮ່ວມ ປະກອບສ່ວນ​ດ້ານ​ຕ່າງໆ ເພື່ອ​ສ້າງ​ໃບ​ໜ້າ​ໃບ​ຕາ​ໃຫ້​ແກ່ປະເທດ​ຊາດ ເນື່ອງ​ຈາ​ກວ່າ​ດ່ານແຫ່ງ​ນີ້ ເປັນ​ປະຕູ​ດ່ານ​ໜ້າທີ່​ຕ້ອນຮັບແຂກ ແລະ ນັກ​ທ່ອງ​ທ່ຽວຕ່າງປະເທດ​ທີ່​ເດີນທາງ​ເຂົ້າ​ມາທ່ຽວ ​ສປປ ລາວ ກໍ່​ຄືນະຄອນຫຼວງ​ວຽງ​ຈັນ ຖ້າ​ພວກ​ເຮົາ​ປະຕິ​ບັດ​ດ້ານ​ຕ່າງໆ​ໄດ້​ດີ ຈະ​ເປັນການ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວຕ່າງປະເທດ ​ເຂົ້າ​ມາ​ທ່ຽວ​ລາວ​ນັບ​ມື້​ຫຼາຍ​ຂຶ້ນ.



ທີ່ມາ: ໜັງສືພິມວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.