Header Ads

ຊາວພຸດທະສາຊະນິກະຊົນ ຮ່ວມ ກັນໄຕ້ໂຄມໄຟ 1,999 ອັນ ທີ່ວັດອົງຕື້ ມະຫາວິຫານ


ໃນໂອກາດງານບຸນອອກພັນສາປະວໍຣະນາ ປະຈໍາປີ 2017 ຢູ່ວັດອົງຕື້ ມະຫາວິຫານ ນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີການໄຕ້ໂຄມໄຟ ຈໍານວນ 1,999 ອັນ ຂຶ້ນ ໃນຄໍ່າຄືນ (ວັນເພັງຂຶ້ນ 15 ຄໍ່າ ເດືອນ 11 ລາວ), ເຊິ່ງກົງກັບວັນທີ 5 ຕຸລາ 2017 ໂດຍມີພຣະສົງສໍາມະເນນ ພ້ອມທັງເຖົ້າແກ່ ແນວໂຮມບ້ານ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.







ການໄຕ້ໂຄມໄຟຂຶ້ນໃນເຂດວັດ ແລະ ຢູ່ຕໍ່ໜ້າສີມ ເພື່ອເປັນການບູຊາພະລັດຕະນະໄຕ ແລະ ຖືວ່າໄດ້ບຸນກຸສົນຫລາຍຢ່າງ. ສ່ວນການໄຫຼເຮືອໄຟທີ່ປ່ອຍໄປຕາມລໍານໍ້າ ຫຼື ເຮືອໄຟໂຄກກໍ່ດີ, ທີ່ນອກຈາກເປັນການລະລຶກເຖິງການບູຊາຮອຍພະພຸດທະບາດຂອງອົງສໍາມາສຳພຸດທະເຈົ້າແລ້ວ , ຄົນລາວ ແລະ ອີກຫຼາຍໆປະເທດແຖບລຸ່ມແມ່ນ້ຳຂອງ ຍັງມີຄວາມເຊື່ອວ່າ : ເປັນການບູຊາພະຍານາກ ຜູ້ປະທານນ້ຳຝົນໃຫ້ຕົກຖືກຕ້ອງຕາມລະດູການ ແລະ ກໍ່ຍັງເປັນການເສຍເຄາະຮັບໂຊກ ແລະ ປົດປ່ອຍຄວາມທຸກໃນຕະຫຼອດປີທີ່ຜ່ານມາ. ເຊິ່ງການຈັດກິດຈະກຳໄຕ້ໂຄມໄຟ ທີ່ວັດອົງຕື້ ມະຫາວິຫານ ນີ້ແມ່ນເປັນຄັ້ງທໍາອິດ ທີ່ມີການໄຕ້ໂຄມໄຟເປັນຈໍານວນ 1,999 ອັນ ແລະ ໃນປີຕໍ່ໄປກໍ່ຈະໄດ້ມີການຈັດກິດຈະກຳແບບນີ້ຕື່ມອີກ.ສໍາລັບ ໃນຕອນສວາຍຂອງວັນທີ 6 ຕຸລາ ກໍ່ຍັງຈະໄດ້ສີບຕໍ່ມີກິດຈະກໍາແຂ່ງຂັນເຮືອຊ່ວງ ທີ່ຢູ່ທ່າວັດຈັນ ນະຄອນຫຼວງວຽງຈັນ.




ທີ່ມາ: CRI-FM93
© ໂຕະນໍ້າຊາ | tonamcha.com 
___________

Powered by Blogger.