Header Ads

ສານ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງ ໃນວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 23 ປີ



ບັນດາ ຄູ-ອາຈານ ແລະ ພໍ່ແມ່, ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງ.

ເນື່ອງໃນໂອກາດ ວັນຄູແຫ່ງຊາດວັນທີ 7 ຕຸລາ ທີ່ຈະມາເຖິງນີ້, ຊຶ່ງເປັນວັນປະຫວັດສາດ ທີ່ສໍາຄັນໜຶ່ງຂອງຊາດລາວເຮົາ. ຂ້າພະເຈົ້າ, ໃນນາມນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງເພື່ອນໆ ຄູ-ອາຈານທຸກຊັ້ນ, ທຸກສາຍ, ທຸກລະດັບທຸກຂົງເຂດໃນຂອບເຂດທົ່ວປະເທດ ແລະ ພໍ່ແມ່-ພີ່ນ້ອງປວງຊົນລາວ ທົ່ວປະເທດທຸກຖ້ວນໜ້າ ນະໂອກາດນີ້ດ້ວຍ.

 ວັນຄູແຫ່ງຊາດ ວັນທີ 7 ຕຸລາ ປີ 2017 ນີ້, ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ເພາະເປັນປີທີ 2 ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020), ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3, 4 ແລະ ຄັ້ງທີ 5​ ສະໄໝທີ X ຂອງພັກ ແລະ ຈັດຕັ້ງປະຕິບັດປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປີ 2017 ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນຟົດຟື້ນ.

ຕະຫລອດໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ການສຶກສາຄູ ແລະ ຖືເອົາຄູສອນເປັນຂອດຕົ້ນຕໍ ແລະ ສໍາຄັນກ່ວາໝູ່ ໃນການຕັດສິນຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາກອນມະນຸດ-ພັດທະນາຄົນ ຄົນເປັນປັດ​ໄຈຕັດສິນ ໃນ ການພັດທະນາສ້າງສາປະເທດຊາດ. ຖືເອົາຊັບພະຍາກອນມະນຸດ ເປັນປັດ​ໄຈຕັດສິນກໍາລັງການຜະລິດ, ຖືເອົາຄົນເປັນ ເປົ້າໝາຍ ແລະ ຈຸດສຸມຂອງການພັດທະນາ ແລະ ໄດ້ໃຫ້ນາມມະຍົດແກ່ຄູວ່າ: ຄູເປັນຄົນຂອງພັກ, ຄູແມ່ນແມ່ ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູເປັນຜູ້ໃຫ້ຄວາມຮູ້. ທຸກຄົນຢູ່ໃນສັງຄົມ ມີຄວາມຮູ້ ຍ້ອນມີຄູສອນ, ທຸກຄົນລ້ວນແລ້ວແຕ່ມີຄູສອນເປັນຂອງຕົນເອງ ແລະ ກໍບໍ່ມີໃຜຈະປະຕິເສດບຸນຄຸນຂອງຄູ-ອາ ຈານສອນ ທີ່ໃຫ້ຄວາມຮູ້ແກ່ຕົນເອງ.

ໃນໄລຍະ 23 ປີ ທີ່ຜ່ານມາເຖິງວ່າ ສປປ ລາວ ພວກເຮົາໄດ້ປະສົບກັບສະພາບບັນຫາຫລາຍດ້ານ ນັບທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້, ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງຖັນແຖວຄູ-ອາຈານ ແຕ່ດ້ວຍນະໂຍບາຍ ອັນຖືກຕ້ອງຂອງພັກ, ດ້ວຍມູນເຊື້ອດຸໝັ່ນ, ພາກພຽນ ແລະ ມານະອົດທົນຕໍ່ການປະຕິບັດໜ້າທີ່ ການສອນຂອງຕົນ ທັງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະແມ່ນການປະກອບສ່ວນ ດ້ວຍຄວາມຮັບຜິດຊອບທີ່ເປັນເຈົ້າການ ໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ-ພັດທະນາຄົນ. ຄູ-ອາຈານຫລາຍໆ ຄົນ ກາຍເປັນຄູສອນດີ-ສອນເກັ່ງ, ກາຍ ເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ. ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມ ເຊີຍ ຄຸນງາມຄວາມດີຂອງຄູອາຈານ ທີ່ໄດ້ອຸດທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາ ສ້າງສາປະເທດຊາດ. ພ້ອມກັນນີ້ ກໍຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫລືອ ຄູ-ອາຈານ ໃຫ້ມີຄຸນນະພາບ ດີຂຶ້ນເປັນກ້າວໆ. ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານການປະກອບ ສ່ວນຂອງ ຄູ-ອາຈານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະແມ່ນກໍ່ສ້າງ ແລະ ການພັດທະນາ ຊັບພະຍາກອນມະນຸດ-ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນ ຈົນຮອດມະຫາວິທະຍາໄລ ໃຫ້ນັບມື້ນັບມີຄູນນະພາບທີ່ສູງຂຶ້ນ.ບັນດາຄູ-ອາຈານ ແລະ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ຄືດັ່ງທີ່ພວກເຮົາຮຸ້ນໍາກັນແລ້ວວ່າ ຍຸກປັດຈຸບັນ ແມ່ນຍຸກເຕັກໂນໂລຊີ ທີ່ທັນສະໄໝ, ຍຸກເສດຖະກິດແຫ່ງ ພູມປັນຍາ ແລະ ຍຸກແຫ່ງການເຊື່ອມໂຍງເຂົ້າຫາກັນ, ພ້ອມດຽວກັນນີ້ ສະພາບແວດລ້ອມຂອງພາກພຶ້ນ ແລະ ສາກົນ ຍັງຈະສືບຕໍ່ຜັນແປໄປຢ່າງສະຫລັບສັບຊ້ອນ ລວມທັງການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດຕ່າງໆ  ສະພາບແວດລ້ອມ ແລະ ການປ່ຽນແປງດັ່ງກ່າວ, ກໍຈະມີທັງກາລະໂອ ກາດທີ່ເອື້ອອໍານວຍ, ມີທັງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ຕໍ່ການພັດທະນາຊັບພະຍາກອນມະນຸດຢູ່ປະເທດເຮົາ. ໃນພຶດຕິກໍາຕົວຈິງໃນໂລກນີ້ ໄດ້ຊີ້ບອກໃຫ້ ພວກເຮົາເຫັນແລ້ວວ່າ ໃນການພັດທະນາປະເທດໃຫ້ຮຸ່ງເຮືອງຈະເລີນ ຍ່ອມມີຄວາມຮຽກຮ້ອງຕ້ອງການຊັບພະຍາກອນມະນຸດ (ຄົນ) ທີ່ມີຄນຸນະພາບ. ສະນັ້ນ, ມັນເລັ່ງທວງໃຫ້ຄູ-ອາຈານ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການສອນ ຂອງຕົນໃຫ້ສູງຂຶ້ນ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ບໍ່ມີສິ່ງໃດໝົດນອກຈາກ ຄູ-ອາຈານ ຈະຕັ້ງໜ້າຝຶກຝົນຫລໍ່ຫລອມ ແລະ ພັດທະນາຕົນເອງ ໃຫ້ກ້າວຂຶ້ນທັນກັບຍຸກສະໄໝ, ໂດຍສະເພາະແມ່ນພັດທະນາວິທີການສິດສອນ, ການຄົ້ນຄ້ວາວິໄຈ ທາງດ້ານວິທະຍາສາດ ແລະ ອື່ນໆ. ວິທີການສິດສອນຂອງຄູ ແມ່ນຂອດສໍາຄັນຫລາຍ, ແມ່ນຫລັກການ, ວິທີການຖ່າຍໂອນຄວາມຮູ້ ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້. ສະນັ້ນ, ຄູ-ອາຈານຕ້ອງມີຈັນຍາບັນ, ມີຄວາມເປັນແບບຢ່າງທີ່ດີໃຫ້ແກ່ຜູ້ຮຽນ ແລະ ສັງຄົມ, ມີຄວາມຮັບຜິດຊອບຕໍ່ການສິດສອນ, ສິດສອນຕາມຫລັກສູດທີ່ຕົນເອງໄດ້ຮັບຜິດຊອບ ແລະ ມີຄວາມໂປ່ງໄສຕໍ່ການສິດສອນ. ຄູຕ້ອງພັດທະນາວິທີການສິດ ສອນຂອງຕົນຢ່າງຫລາກຫລາຍວິທີ, ບໍ່ມີວິທີການສິດສອນໃດທີ່ດີ ເປັນຫລັກການຕາຍຕົວ. ນອກຈາກການສິດສອນ ທີ່ເຮັດໃຫ້ຜູ້ຮຽນມີຄວາມຮູ້ ທີ່ໄດ້ກໍານົດໄວ້ໃນຫລັກສູດ ຂອງຊັ້ນຮຽນນັ້ນໆ ທັງສາມາດນຳເອົາຄວາມຮູ້ທີ່ໄດ້ຈາກການສອນຂອງຄູນັ້ນ ໄປນໍາໃຊ້ ໄດ້ໃນພາກປະຕິບັດຕົວຈິງ, ສາມາດສ້າງງານ ດ້ວຍຕົນເອງ ແລະ ແກ້ໄຂບັນຫາດ້ວຍຕົນເອງໄດ້.

ເພື່ອເຮັດໃຫ້ຄູ-ອາຈານ ໄດ້ພັດທະນາຕົນເອງໃຫ້ດີຂຶ້ນ ແລະ ປະຕິບັດໜ້າທີ່ການສິດສອນໄດ້ຢ່າງເຕັມ ທີ່ ຮຽກຮ້ອງໃຫ້ອົງການຈັດຕັ້ງທັງພາກລັດ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ທຸກພາກ ສ່ວນໃນສັງຄົມ ຈົ່ງພ້ອມກັນສ້າງເງື່ອນໄຂ ແລະ ເອື້ອອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ເຂົາເຈົ້າໄດ້ ຮັບຕາມນະໂຍບາຍ ທີ່ກໍານົດໃນລະບຽບກົດໝາຍເປັນຕົ້ນ ການຕອບສະໜອງເງິນເດືອນ, ເງິນນະໂຍບາຍຕ່າງໆ ໃຫ້ທັນເວລາ. ນອກຈາກນັ້ນ, ແມ່ນການສະໜອງທີ່ພັກພາອາໄສ ຕາມຄວາມເໝາະສົມ ໂດຍສະເພາະແມ່ນຜູ້ຢູ່ເຂດຊົນເຜົ່າ, ເຂດຊົນນະບົດ ​ແລະ ຫ່າງໄກສອກຫລີກ.

ສຸດທ້າຍນີ້, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາເພື່ອນໆ ຄູ-ອາຈານສອນ, ທັງຍິງ ແລະ ຊາຍ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ


ຂໍຂອບໃຈ    

ທີ່ມາ: ສໍານັກຂ່າວສານປະເທດລາວ  
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.