Header Ads

ທ່ານ ປອ ຄຳແພງ ໄຊສົມແພງ ສະເໜີເຫັນຕໍ່ຄໍາເຈາະຈີ້ມກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແຮງງານລາວ ຢູ່ພາຍໃນ, ຕ່າງປະເທດ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ




ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນມາ ມີຄວາມເຫັນຕໍ່ຄໍາເຈາະຈີ້ມ ຂອງຄະນະເລຂາທິການ ສະພາແຫ່ງຊາດ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແຮງງານລາວ ຢູ່ພາຍໃນ, ຕ່າງປະເທດ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ວ່າ:



1. ນິຕິກຳກ່ຽວກັບການຄຸ້ມຄອງແຮງງານ

ເພື່ອເປັນການຈັດຕັ້ງຄຸ້ມຄອງ ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານລາວຢູ່ພາຍໃນ, ຕ່າງປະເທດ ແລະ ແຮງງານຕ່າງປະເທດ ຢູ່ ສປປ ລາວ, ລັດຖະບານກໍ່ຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກນິຕິກຳ ຈຳນວນໜຶ່ງ ເຊິ່ງມີກົດໝາຍ 1 ສະບັບ, ດຳລັດ 2 ສະບັບ, ຄຳສັ່ງຂອງນາຍົກລັດຖະມົນຕີ 1 ສະບັບ, ຂໍ້ຕົກລົງຂອງກະຊວງ ຮສສ 5 ສະບັບ, ຂໍ້ກຳນົດຂອງກະຊວງ ຮສສ 1 ສະບັບ, ບົດແນະນຳຂອງກະຊວງ ຮສສ 1 ສະບັບ ແລະ ແຜນງານແຫ່ງຊາດ 1 ສະບັບ (ເອກະສານຊ້ອນທ້າຍຄັດຕິດມາພ້ອມນີ້).



2. ກົນໄກການຄຸ້ມຄອງແຮງງານ

ເພື່ອເຮັດໃຫ້ການປະສານງານ ໃນວຽກງານຄຸ້ມຄອງແຮງງານ ມີຄວາມກົມກຽວກັນ, ພວກເຮົາໄດ້ສ້າງຕັ້ງກົນໄກການເຮັດວຽກ ຕາມລະບົບໄຕພາຄີ ເຊິ່ງຕາງໜ້າລັດຖະບານ ແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າໃຫ້ຜູ້ອອກແຮງງານ ແມ່ນສູນກາງສະຫະພັນກຳມະບານລາວ ແລະ ຕາງໜ້າໃຫ້ ຜູ້ໃຊ້ແຮງງານ ແມ່ນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໂດຍມີລະບົບການປະຊຸມປຶກສາຫາລື 3 ເດືອນ ຕໍ່ຄັ້ງ ທີ່ພັດປ່ຽນກັນເປັນເຈົ້າພາບ. ພ້ອມກັນນັ້ນ, ຍັງໄດ້ສ້າງຕັ້ງຄະນະກຳມະການສາຍພົວພັນແຮງງານຂັ້ນສູນກາງ ແລະ ຂັ້ນແຂວງຂຶ້ນ ເພື່ອເຮັດວຽກຮ່ວມກັນໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ.


ໃນດ້ານອື່ນ, ໂດຍປະຕິບັດຕາມທິດເຮັດທົດລອງວຽກງານ 3 ສ້າງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ປະຕິບັດ 5 ພາລະບົດບາດມະຫາພາກ ແລະ ຫັນວຽກ, ມອບຄວາມຮັບ ຜິດຊອບໃຫ້ແຂວງ, ເມືອງ ແລະ ບ້ານ ຕາມທິດ 3 ສ້າງ. ເພື່ອເປັນບ່ອນອີງທາງດ້ານນິຕິກໍາໃນການ ຈັດຕັ້ງປະຕິບັດ, ຄະນະຮັບຜິດຊອບສາມສ້າງຂອງຂະແໜງແຮງງານຂັ້ນສູນກາງ ໄດ້ຄົ້ນຄວ້າສ້າງຄູ່ມືແນະນໍາ ໃນການແບ່ງຄວາມຮັບຜິດຊອບລະຫວ່າງກະຊວງ, ພະແນກ ຮສສ ແຂວງ, ຫ້ອງການ ຮສສ ເມືອງ ແລະ ຜູ້ຮັບຜິດຊອບວຽກງານແຮງງານ ຢູ່ຂັ້ນບ້ານ ເຊັ່ນ:

ມອບໃຫ້ພະແນກ ຮສສ ແຂວງ ແລະ ຫ້ອງການ ຮສສ ເມືອງ ສ້າງແຜນດຸນດ່ຽງແຮງງານໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂັ້ນຂອງຕົນ, ຮ່ວມກັບຫົວໜ່ວຍແຮງງານຂຶ້ນແຜນຄວາມຕ້ອງການນໍາໃຊ້ແຮງງານ ນັບທັງແຮງງານພາຍໃນ ແລະ ຕ່າງປະເທດ, ໃນນີ້: ສໍາລັບແຮງງານຕ່າງປະເທດ ແມ່ນສະເໜີຂໍອະນຸ ມັດໂກຕ່າລວມສູນຢູ່ຂັ້ນກະຊວງ, ສະເພາະການນໍາເຂົ້າ, ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດ ຕາມໂກຕ່າທີ່ໄດ້ຮັບການອະນຸມັດ, ການເກັບຄ່າທໍານຽມ, ການຄຸ້ມຄອງ, ການຕິດຕາມກວດກາສະພາບແຮງງານຕາມຫົວໜ່ວຍແຮງງານຕ່າງໆນັ້ນ ກໍແມ່ນຂຶ້ນກັບຄວາມຮັບຜິດຊອບຂອງແຕ່ລະທ້ອງຖິ່ນ. 



ໄດ້ມອບຄວາມຮັບຜິດຊອບໃຫ້ຂັ້ນທ້ອງຖິ່ນເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງການພັດທະນາສີມືແຮງງານ ແຕ່ລະດັບ 1-3 (ສີມືແຮງງານຂັ້ນພື້ນຖານ, ສີມືແຮງງານລະດັບເຄິ່ງຊໍານານງານ ແລະ ລະ ດັບນາຍຊ່າງຊໍານານງານ) ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານຢູ່ທ້ອງຖິ່ນ.

ເພື່ອຫລຸດຜ່ອນການເຄື່ອນຍ້າຍແຮງງານຈາກຊົນນະບົດເຂົ້າສູ່ຕົວເມືອງ, ໄດ້ສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ຫົວໜ່ວຍແຮງງານ,ໂຄງການລົງທຶນ ແລະ ຜູ້ປະກອບການ ຈັດຕັ້ງການ ຝືກ ແລະ ພັດທະນາສີມືແຮງງານເຄື່ອນທີ່, ຝຶກກ່ອນເຂົ້າສູ່ຕໍາແໜ່ງງານໃຫ້ແກ່ກຳລັງແຮງງານ ໂດຍສຸມໃສ່ກຸ່ມເປົ້າໝາຍຜູ້ດ້ອຍໂອກາດ, ຜູ້ທຸກຍາກ ໃນບັນດາແຂວງທົ່ວປະເທດ. 

3. ສະພາບການຄຸ້ມຄອງ
3.1 ການຄຸ້ມຄອງແຮງງານພາຍໃນ

ໃນໄລຍະຜ່ານມາ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ນັບແຕ່ສູກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນ ທັງໃນລະບົບ ແລະ ນອກລະບົບ ຕາມກົດໝາຍວ່າດ້ວຍແຮງງານ ໂດຍການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການດ້ານແຮງງານ, ໃຫ້ຄຳປຶກສາ, ແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ, ຊຸກຍູ້ສົ່ງເສີມໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຮັບຮູ້ກົດໝາຍ ແລະ ລະບຽບການຕ່າງໆ ເຊັ່ນ: ຄຸ້ມຄອງທາງດ້ານຄ່າແຮງງານ, ເງິນເດືອນ, ສ້າງສັນຍາແຮງງານ, ສ້າງກົດລະບຽບພາຍໃນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຮງງານຂອງຫົວໜ່ວຍແຮງງານ, ການກຳນົດສະພາບແວດລ້ອມທີ່ດີໃນການເຮັດວຽກ, ການນຳໃຊ້ແຮງງານຕາມກົດໝາຍວ່າດ້ວຍແຮງງານ, ກຳນົດໜ້າວຽກເບົາ ແລະ ໜ້າວຽກທີ່ເປັນອັນຕະລາຍສຳລັບຜູ້ອອກແຮງງານໄວໜຸ່ມ, ການເຂົ້າເປັນສະມາຊິກປະກັນສັງຄົມ ແລະ ສະຫວັດດີການອື່ນໆ ທາງດ້ານແຮງງານ.



ໃນ 9 ເດືອນຂອງ ປີ 2017 ຜ່ານມາ, ສາມາດລົງຕິດຕາມກວດກາຫົວໜ່ວຍແຮງງານໃນຂອບເຂດທົ່ວປະເທດໄດ້ທັງຫມົດ 2,778 ຫົວໜ່ວຍ, ລວມມີແຮງງານລາວ ແລະ ແຮງງານຕ່າງປະ ເທດທັງໝົດ 47,162 ຄົນ, ຍິງ 16,831 ຄົນ, ເງິນເດືອນສະເລ່ຍ ຫຼື ຄ່າແຮງງານຂອງຜູ້ອອກແຮງງານຂະແໜງກະສິກຳ 1,100,000 ກີບ/ຄົນ/ເດືອນ, ຂະແໜງອຸດສາຫະກຳ 1,200,000 ກີບ/ຄົນ/ເດືອນ, ຂະແໜງບໍລິການ 2,500,000 ກີບ/ຄົນ/ເດືອນ.

3.2 ການຄຸ້ມຄອງແຮງງານໄປອອກແຮງງານຢູ່ຕ່າງປະເທດ

ການຄຸ້ມຄອງແຮງງານລາວທີ່ໄປອອກແຮງງານຕ່າງປະເທດ ແມ່ນໄດ້ພະຍາຍາມ ຮ່ວມມືກັບປະເທດໃກ້ຄຽງ ໃນການສ້າງບົດບັນທຶກຄວາມເຂົ້າໃຈສອງຝ່າຍ ແລະ ໄດ້ມີບົດບັນທຶກການຈັດສົ່ງແຮງງານໄປ ສ.ເກົາຫລີ; ບົດບັນທຶກວ່າດ້ວຍການຮ່ວມມືດ້ານແຮງງານລາວ-ຍີ່ປຸນ; ບົດບັນທຶກວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທ; ຂໍ້ຕົກລົງວ່າດ້ວຍການຈ້າງງານ ລາວ-ໄທ. 



ສຳລັບການປົກປ້ອງສິດຜົນປະໂຫຍດຂອງແຮງງານລາວທີ່ສົ່ງໄປເຮັດວຽກແບບຖຶກຕ້ອງຕາມ ກົດໝາຍຕາມ (MOU), ທາງຂະແໜງແຮງງານ ແລະ ສະຫວັດດີການສັງຄົມໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ (ກະຊວງການຕ່າງປະເທດ, ກະຊວງ ປກສ) ມີກົນໄກການຄຸ້ມຄອງນັບແຕ່ຕົ້ນທາງຈົນເຖິງປາຍທາງ. ອັນສຳຄັນໜຶ່ງ, ແມ່ນໄດ້ສົ່ງຜູ້ຮັບຜິດຊອບວຽກງານແຮງງານໄປປະຈຳຢູ່ສະຖານເອກອັກຄະລັດຖະທູດລາວປະຈຳຣາຊະອານາຈັກໄທ ເພື່ອຊ່ວຍວຽກດ້ານແຮງງານໃນການຕິດຕາມຄຸ້ມຄອງ, ໃຫ້ການຊ່ວຍເຫລືອທາງດ້ານກົດໝາຍ ໃນກໍລະນີແຮງງານເກີດມີບັນຫາຕ່າງໆ ໃຫ້ທັນກັບສະພາບການ. ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ 2017 ຜ່ານມາ, ສາມາດສົ່ງແຮງງານ ໄປອອກແຮງງານຖືກຕາມກົດໝາຍ ຢູ່ປະເທດໄທ 17,372 ຄົນ, ຍິງ 8,321 ຄົນ; ຍີ່ປຸ່ນ 350 ຄົນ ແລະ ໄປ ສ.ເກົາຫລີ ແມ່ນກຳລັງຢູ່ໃນຂັ້ນຕອນການຄັດເລືອກ ບົນພື້ນຖານຂໍ້ຕົກລົງ ຂອງສອງຝ່າຍ ແລະ ມາດຕະຖານດ້ານແຮງງານ ຂອງ ສ. ເກົາຫລີ.




ສ່ວນແຮງງານລາວທີ່ຂ້າມໄປອອກແຮງງານຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດໃກ້ຄຽງ(ປະເທດໄທ) ສ່ວນຫຼາຍແມ່ນໄປດ້ວຍຕົນເອງ, ໄປຕາມການຊັກຊວນຂອງໝູ່ເພື່ອນ ຫຼື ຍາດພີ່ນ້ອງ ແລະ ແຮງງານເຫຼົ່ານັ້ນສ່ວນຫຼາຍໄປແບບບໍ່ມີເອກະສານຖືກຕ້ອງ, ຈຳນວນໜຶ່ງມີເອກະສານເດີນທາງແບບທ່ອງທ່ຽວ ແລະ ອີກຈຳນວນໜຶ່ງໄປແບບບໍ່ມີເອກະສານ ຈິ່ງເຮັດໃຫ້ການຫັນເອົາແຮງງານເຫຼົ່ານັ້ນ ເຂົ້າສູ່ກົນໄກການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ມີການປະສານສົມທົບກັບປະເທດໃກ້ຄຽງ ໂດຍສະເພາະປະເທດໄທ ໃນການແກ້ໄຂບັນຫາແຮງງານທີ່ໄປອອກແຮງງານແບບບໍ່ຖຶກຕ້ອງ ໂດຍໄດ້ມີການປະຊຸມປຶກສາຫາລືກັນໃນຫລາຍລະດັບ ເພື່ອຊອກຫາທາງແກ້ໄຂ ໃນການຫັນເອົາແຮງງານເຫລົ່ານັ້ນ ໄປຄຸ້ມຄອງໃຫ້ຖືກກົດໝາຍ ແລະ ບົດບັນທຶກທີ່ໄດ້ຕົກລົງຮ່ວມກັນ. ປັດຈຸບັນ ໂດຍໄດ້ຮັບການເຫັນດີຈາກລັດຖະບານ, ໄດ້ສົ່ງເຈົ້າຫນ້າທີ່ຂອງລາວ ຈາກ 5 ພາກສ່ວນກ່ຽວຂ້ອງ ໄປປະຕິບັດໜ້າທີ່ ຊົ່ວຄາວ ຢູ່ປະເທດໃກ້ຄຽງເພື່ອຄົ້ນຄວ້າອອກເອກະສານໃຫ້ແຮງງານລາວທີ່ໄປເຮັດວຽກບໍ່ຖຶກຕ້ອງດັ່ງກ່າວ ທັງສອດຄ່ອງກັບນິຕິກຳຂອງທາງການໄທ ເພື່ອໃຫ້ພວກເຂົາໄດ້ຮັບເອກະສານທີ່ຖຶກຕ້ອງ ແລະ ສາມາດເຮັດວຽກແບບຖຶກຕ້ອງ ຕາມການຕົກລົງຂອງສອງຝ່າຍ. ໂດຍອີງຕາມຂໍ້ມູນຢັ້ງຢືນຈາກເຈົ້າໜ້າທີ່ຝ່າຍໄທ, ແຮງງານລາວ ທີ່ເຮັດວຽກບໍ່ຖືກຕ້ອງ ມີປະມານ 158 ພັນຄົນ, ໃນນີ້: ແຮງງານທີ່ມີໜັງສືນາຍຈ້າງຮັບຮອງ ມີ 87 ພັນຄົນ ແລະ ແຮງງານທີ່ກະຊວງແຮງງານໄທສາມາດຢັ້ງຢືນໃຫ້ປັບສະຖານະພາບໃຫ້ອອກແຮງງານຖືກຕ້ອງຕາມກົດໝາຍ(ກຸ່ມບັດສີຊົມພູ) ມີ 71 ພັນກວ່າຄົນ ແລະ ຜ່ານການຈັດຕັ້ງປະຕິບັດ ຂອງເຈົ້າໜ້ທີ່ລາວເຮົາ ແຕ່ເດືອນສິງຫາ ເຖິງ ວັນທີ 12 ຕຸລາ 2017 ສາມາດອອກເອກະສານຢັ້ງຢືນສະຖານະບຸກຄົນໄດ້ 6,460 ຄົນ, ໃນນີ້: ຜູ້ອອກແຮງງານ 6,076 ຄົນ, ຍິງ 3,115 ຄົນ ແລະ ຜູ້ຕິດຕາມ 384 ຄົນ, ຍິງ 179 ຄົນ.



3.3 ການຄຸ້ມຄອງແຮງງານ ແລະ ຄົນຕ່າງປະເທດທີ່ມາອອກແຮງງານ ແລະ ທຳມາຫາກີນ ຢູ່ ສປປ ລາວ.

ການຄຸ້ມຄອງແຮງງານຕ່າງປະເທດທີ່ມາເຮັດວຽກ ຢູ່ ສປປ ລາວ ໄດ້ພະຍາຍາມປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ໃນອັດຕາ 15 ສ່ວຍຮ້ອຍ ສຳລັບ ຜູ້ມີວິຊາສະເພາະທີ່ອອກແຮງງານ ທາງດ້ານຮ່າງກາຍ ແລະ 25 ສ່ວນຮ້ອຍ ສຳລັບຜູ້ອອກແຮງງານດ້ວຍມັນສະໝອງ ຂອງຈຳນວນຜູ້ອອກແຮງງານ ລາວທັງໝົດ ໃນຫົວໜ່ວຍແຮງງານນັ້ນ; ສຳລັບໂຄງການຂະໜາດໃຫຍ່ ມີໄລຍະ 5 ປີລົງມາ ແມ່ນປະຕິບັດຕາມສັນຍາ ລະຫວ່າງລັດຖະບານ ແລະ ເຈົ້າຂອງໂຄງການ, ເຊິ່ງການນຳເຂົ້າແຮງງານຕ່າງປະທດທີ່ມາເຮັດວຽກຕາມຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຂະໜາດໃຫຍ່ ແມ່ນ ໄດ້ມີການຂຶ້ນທະບຽນ, ອອກອະນຸຍາດໃຫ້ແຮງງານຕ່າງປະເທດມາເຮັດວຽກຢູ່ ສປປ ລາວ ຕາມ ມາດຕາ 18 ຂອງຂໍ້ຕົກລົງ 5418/ຮສສ ວ່າດ້ວຍການອະນຸຍາດນຳເຂົ້າແຮງງານຕ່າງປະເທດມາເຮັດວຽກ ຢູ່ ສປປ ລາວ, ເຊິ່ງມີກຳນົດເວລາເຮັດວຽກຢູ່ ສປປ ລາວ ໃນເວລາ 2 ປີ ສາມາດຕໍ່ໄດ້ອີກ 2 ປີ ແຕ່ສູງສຸດບໍ່ເກີນ 4 ປີ, ຖ້າຮອດກຳນົດ 4 ປີແລ້ວ ຕ້ອງໄດ້ກັບຄືນປະເທດ ໂດຍບໍ່ຮັບການພິຈາລະນາຕໍ່ບັດອະນຸຍາດເຮັດວຽກ ຢ່າງເດັດຂາດ, ພາຍຫລັງທີ່ຜູ້ອອກແຮງງານໄດ້ກັບຄືນປະເທດໄປແລ້ວ ເປັນເວລາ 2 ປີ ຈິ່ງສາມາດດຳເນີນເອກະສານເຂົ້າມາເຮັດວຽກ ຕາມລະບຽບການດ້ານແຮງງານ. ສັງລວມແລ້ວ ຄວາມໝາຍຂອງຄຳວ່າ ແຮງງານຕ່າງປະເທດ ໝາຍເຖິງ ຄົນຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ຕາມຫົວໜ່ວຍແຮງງານ, ໂຄງການ, ສະຖານທີຕ່າງໆ ຢູ່ ສປປ ລາວ ທີ່ໄດ້ຮັບວີຊາ ແຮງງານ ( LA B2 ) ຈາກກະຊວງການຕ່າງປະເທດ ຫລື ສະຖານກົງສູນ ຂອງ ສປປ ລາວ ທີ່ຕ່າງປະເທດ ແລະ ຕ້ອງມີບັດອະນຸຍາດເຮັດວຽກ ຈາກຂະແໜງແຮງງານ ແລະ ສະຫວັດີການສັງຄົມ.



ລວມຄວາມວ່າ, ແຮງງານຕ່າງປະເທດທີ່ມາອອກແຮງງານ ຢູ່ ສປປ ລາວ ແມ່ນໄດ້ຮັບການຄຸ້ມຄອງເລີ່ມແຕ່ການອະນຸຍາດນຳເຂົ້າ, ການອອກບັດອະນຸຍາດເຮັດວຽກ, ການຕິດຕາມກວດກາ ການເຄື່ອນໄຫວເປັນປົກກະຕິຈາກເຈົ້າຫນ້າທີ່ກວດກາແຮງງານ ບົນພື້ນຖານກົດໝາຍ, ລະບຽບ ການດ້ານແຮງງານຂອງ ສປປ ລາວ ແລະ ບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍ. 



ສຳລັບການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວແບບບໍ່ຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການດ້ານແຮງງານ ຂອງ ສປປ ລາວນັ້ນ ແມ່ນໄດ້ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ຈັດຕັ້ງປະຕິບັດຕາມຄຳສັ່ງ ເລກທີ 62/ນຍ, ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ ເຊິ່ງຜ່ານການຈັດຕັ້ງປະຕິບັດໄລຍະທີ 1 (ຮອດວັນທີ 12 ທັນວາ 2016) ສາມາດຂຶ້ນທະບຽນຊົ່ວຄາວ ຄົນຕ່າງປະເທດ ໄດ້ທັງໝົດ 24,172 ຄົນ, ຍິງ 6,996 ຄົນ, ໃນນັ້ນ: ສັນຊາດຫວຽດນາມ 19,707 ຄົນ,ຍິງ 5,817 ຄົນ; ຈີນ 3,650 ຄົນ,ຍິງ 1,173 ຄົນ; ໄທ 690 ຄົນ,ຍິງ 131 ຄົນ ແລະ ອື່ນໆ 125 ຄົນ, ຍິງ 13 ຄົນ. ແຮງງານເຫລົ່ານັ້ນ ເປັນຜູ້ຕົກຢູ່ໃນເງື່ອນໄຂຕ້ອງຊໍາລະສະສາງ 16,827 ຄົນ, ຕ້ອງໄດ້ປັບສະຖານະພາບ 7,345 ຄົນ. ປັດຈຸບັນ ກຳລັງຈັດຕັ້ງປະຕິບັດ ໄລຍະທີ 2 ໂດຍສ້າງຄວາມເຂົ້າ ໃຈກ່ຽວກັບການຂຶ້ນທະບຽນ ແລະ ອອກບັດອະ ນຸຍາດເຄື່ອນໄຫວຊົ່ວຄາວຂອງຄົນຕ່າງປະເທດ ຢູ່ ໃນ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະ ຈະໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານ ຕາມຄຳສັ່ງ 62/ນຍ ດັ່ງກ່າວ ໃນທ້າຍປີ 2017 ແລະ ມອບໃຫ້ແຕ່ລະພາກສ່ວນຄຸ້ມຄອງຕາມຂະແໜງການ.


ໂດຍ: ເພັດສະໄໝ /ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.