Header Ads

ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະສອງຝ່າຍ


ຕອບສະໜອງ ຕາມການເຊື້ອເຊີນ ຂອງ ທ່ານ ເຈືອງ ຮວ່າບິ່ງ ຮອງນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງ​ໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 23-29 ຕຸລາ 2017 ​ແລະ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ ໃນຕອນແລງວັນທີ 23 ຕຸລາ 2017.



​ໃນໂອກາດ​ນີ້, ທ່ານ ເຈືອງ ຮວາ ບິ່ງ ໄດ້ສະແດງຄວາມດີໃຈ ແລະ ຍິນດີຕ້ອນຮັບ ການມາຢ້ຽມ ຢາມ ເຮັດວຽກຂອງ ທ່ານ ສອນໄຊ ສີພັນດອນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ທ່ານຮອງນາຍົກ ລັດຖະມົນຕີ​ແຫ່ງ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຂອງສອງພັກ, ສອງລັດຖະບານ ຫວຽດນາມ-ລາວ ກໍຄື ໃນນາມສ່ວນຕົວ. ພ້ອມ​ທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນທຸກຂົງເຂດວຽກງານ ທີ່ສປປ ລາວ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ປະຊາຊົນລາວ ບັນດາເຜົ່າ ຈະສືບຕໍ່ຍາດໄດ້ຜົນງານ ທີ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງຕົນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ. 



ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ຕໍ່​ການ​ຕ້ອນ​ຮັບ ​ອັນ​ອົບອຸ່ມ​ຂອງ ທ່ານ ເຈືອງ ຮວາ ບິ່ງ ພ້ອມທັງຕີລາຄາສູງ ​ແລະ ໄດ້ຕາງໜ້າ ໃຫ້ພັກລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າຂໍແບ່ງເບົາ ຄວາມທຸກໂສກ, ຄວາມເປັນຫ່ວງເປັນໄຍ ມາຍັງພັກ, ລັດຖະບານ, ອໍານາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວຊາວຫວຽດນາມ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ປະສົບເຄາະຮ້າຍຕໍ່ເຫດການ ໄພທໍາມະຊາດ ແລະ ລົມພະຍຸຫລາຍ​ລູກ ທີ່ພັດເຂົ້າກະໜໍ່າ ຢູ່ຫລາຍແຂວງ ທາງພາກເໜືອ ແລະ ພາກກາງ ສສ ຫວຽດນາມ ເມື່ອບໍ່ດົນຜ່ານມານີ້ ເຊິ່ງສ້າງຄວາມເສຍຫາຍ ຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ. ພ້ອມ​ນີ້ ທ່ານ​ຮອງ​ນາຍົກ ສອນ​ໄຊ ສີ​ພັນ​ດອນ ​ຍັງ​ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ອັນລໍ້າຄ່າ ແລະ ມີປະສິດທິຜົນແກ່ພາລະກິດ ການປະຕິວັດລາວ ຕະຫລອດຫລາຍສິບປີ ທີ່ຜ່ານມາ ພ້ອມທັງເຫັນດີ ທີ່ຈະສືບຕໍ່ປະກອບສ່ວນສໍາຄັນ ໃນການເພີ່ມພູນຄູນສ້າງ ແລະ ປົກປັກຮັກສາສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ລາວ-ຫວຽດນາມ ແລະ ຈະສືບຕໍ່ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກ ໃຫ້ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.




ໃນຕອນທ້າຍ ສອງຮອງນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈ ຕໍ່ການຮ່ວມມືສອງຝ່າຍ ໂດຍສະເພາະ ຕໍ່​ການ​ພົວ​ພັນ​ມິ​ດ​ຕະ​ພາບ​ ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການຮ່ວມ​ມື​​ຮອບ​ດ້ານ ຂອງສອງປະເທດ ໃນໄລຍະທີ່ຜ່ານມາ ເຫັນວ່າສືບ​ຕໍ່​ໄດ້​ຮັບ​ການ ເສີມ​ຂະ​ຫຍາຍຢ່າງ​ບໍ່​ຢຸດ​ຢັ້ງ ແລະ ເຂົ້າ​ສູ່​ລວງ​ເລິກ ໃນ​ທຸກ​ຂົງ​ເຂດວຽກງານເປັນຕົ້ນ ດ້ານການເມືອງ, ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທໍາ-ສັງ​ຄົມ ແລະ ການ​ຕ່າງ​ປະ​ເທດ. ສໍາລັບແຜນການຮ່ວມມືໃນຕໍ່ໜ້າ ທັງສອງຮອງນາຍົກລັດຖະມົນຕີ ຍັງໄດ້ພ້ອມກັນຢັ້ງຢືນຄືນ ທີ່ຈະສືບຕໍ່ຊີ້ນຳ, ຊຸກຍູ້ບັນດາກະຊວງ, ອົງການສູນກາງ, ທ້ອງຖິ່ນ ແລະ ວິສາຫະກິດ ໃຫ້ເອົາໃຈໃສ່ ປະສານສົມທົບ ແລະ ຈັດຕັ້ງປະຕິບັດບັນດາ ຂໍ້​ຕົກ​ລົງ​​ການຮ່ວມ​ມື​ຕ່າງໆ ລະ​ຫວ່າງ​ສອງ​ປະ​ເທດ ເຊັ່ນ ໃນ​​ບົດ​ບັນ​ທຶກ​ ສອງ​ກົມ​ການ​ເມືອງ, ບົດບັນທຶກຂອງກອງປະຊຸມ ຄັ້ງທີ 39 ຂອງ​ສອງ​ຄະ​ນະ​ ກຳ​ມະ​ການ​ຮ່ວມ​ມື ລາວ-ຫວຽດນາມ, ຫວຽດນາມ-ລາວ, ຂໍ້ຕົກລົງຮ່ວມມື ລະ​ຫວ່າງ​ ສອງ​ລັດ​ຖະ​ບານ ປີ 2017 ແລະ ສັນຍາຮ່ວມມື ສອງຝ່າຍ ໃນໄລ​ຍະ 5 ປີ (2016-2020) ໃຫ້ມີຄວາມຄືບໜ້າໃໝ່ ແລະ ມີປະສິດທິຜົນກວ່າເກົ່າ.​ 

ທີ່ມາ: ສໍານັກຂ່າວສານປະເທດລາວ  
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.