Header Ads

ເຈົ້າໜ້າທີ່ພາສີ ສະໜາມບິນວັດໄຕ ຢຶດນໍແຮດນໍ້າໜັກ 11,10 ກິໂລກຣາມ ມູນຄ່າເກືອບ 2 ແສນໂດລາ




ໃນວັນທີ 24 ຕຸລາ 2017 ທີ່ສະໜາມບິນສາກົນວັດໄຕ, ເຈົ້າໜ້າທີ່ພາສີ ປະຈຳດ່ານ ພາສີສາກົນວັດໄຕ ຮ່ວມກັບເຈົ້າໜ້າທີ່ປ່າໄມ້, ປກສ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມພິດ ແສງມະນີວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ຖະແຫລ່ງຜົນການຢຶດ ນໍແຮດ ທີ່ຊາວຈີນ ຈຳນວນ 2 ຄົນ ນ້ຳເຂົ້າມາ ສປປ ລາວ, ໂດຍຜ່ານສາຍການບິນ silkair ລວມນໍ້າໜັກ 11,10 ກິໂລກຣາມ, ຄິດເປັນມູນຄ່າເບື້ອງຕົ້ນ ເກືອບ 2 ແສນໂດສະຫະລັດ.



ທ່ານ ບົວສອນ ໄຊຍະສຸກ ຫົວໜ້າດ່ານພາສີສາກົນ ສະໜາມບິນວັດໄຕ ຖະແຫລ່ງວ່າ:​ ໃນວັນທີ 23 ຕຸລາ 2017 ໄດ້ຮັບການລາຍງານວ່າ ຈະມີການລັກລອບນໍາເຂົ້າ ສິ່ງຂອງຜິດກົດໝາຍປະເພດ ນໍແຮດ ໂດຍຜ່ານສາຍການບິນ silkairline ຖ້ຽວບິນ MI 788 ເຊິ່ງຕົ້ນທາງມາຈາກ ສິງກະໂປ ໂດຍມີຈຸດໝາຍປາຍທາງ ທີ່ແຂວງຫລວງພະບາງ, ໂດຍຜ່ານສະໜາມບິນ ສາກົນວັດໄຕ ດັ່ງນັ້ນ, ທາງເຈົ້າໜ້າທີ່ພາສີ ຈຶ່ງໄດ້ປະສານສົມທົບກັບ ບັນດາພາກສ່ວນກ່ຽວຂ້ອງຕິດຕາມ ຢ່າງໃກ້ຊິດພາຍຫລັງເຄື່ອງບິນ ມາຮອດສະໜາມບິນສາກົນວັດໄຕ, ຈຶ່ງໄດ້ພົບຜູ້ຕ້ອງສົງໃສ ຈຳນວນ 2 ຄົນ (ສັນຊາດຈີນ) ຜ່ານການກວດກາ ແລະ ສືບສວນສອບສວນເບື້ອງຕົ້ນ ຜູ້ຕ້ອງຫາ ແລະ ໄດ້ທຳການກວດຄົ້ນ ກະເປົາພົບເຫັນສິ່ງຂອງຜິດກົດໝາຍ ປະເພດນໍແຮດ ຈຳນວນ 5 ຊິ້ນລວມນ້ຳໜັກ 11,10 ກິໂລກຣາມ ແລະ ຈາກການປະເມີນມູນຄ່າເບື້ອງຕົ້ນ ຈາກອົງການສັດນ້ຳ-ສັດປ່າສາກົນ, ນໍແຮດດັ່ງກ່າວ, ມີມູນຄ່າ 1 ກິໂລລະ 16.000 ໂດລາສະຫະລັດ, ຖ້າຄິດໄລ່ມູນຄ່າ ລວມທັງໝົດປະມານ 170.000 ໂດລາສະຫະລັດ.



ປັດຈຸບັນ ທາງເຈົ້າໜ້າພາສີສາກົນ ປະຈຳສະໜາມບິນວັດໄຕ ໄດ້ຢຶດຂອງກາງປະເພດ ນໍແຮດ ແລະ ກັກຕົວຜູ້ຕ້ອງຫາພ້ອມ ທັງໄດ້ມອບໃຫ້ເຈົ້າໜ້າທີ່ ຕໍາຫລວດສິ່ງແວດລ້ອມ ກະຊວງ ປກສ ເພື່ອທຳການ ສືບສວນ-ສອບສວນ ຕາມວິຊາສະເພາະ ແລະ ລະບຽບການ ເພື່ອທໍາການ ສືບສວນ-ສອບສວນ ຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ.

ສ່ວນນໍແຮດ ທາງເຈົ້າໜ້າພາສີສາກົນ ສະໜາມບິນວັດໄຕ ໄດ້ຢຶດເປັນການຊົ່ວຄາວ ເພື່ອທຳການ ສືບສວນສອບສວນ ດຳເນີນຄະດີທາງພາສີ, ພາຍຫລັງສຳເລັດ ການດຳເນີນຄະດີ ທາງພາສີແລ້ວ ຈະໄດ້ມອບຂອງກາງ ຈຳນວນດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງດຳເນີນການ ໃນຂັ້ນຕອນຕໍ່ໄປຕາມລະ ບຽບກົດໝາຍ.


ພາບ-ຂ່າວ: ນັກຂ່າວກະຊວງການເງິນ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.