Header Ads

ບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ຈຳກັດ ປັນນໍ້າໃຈ ມອບອຸປະກອນການຮຽນໃຫ້ແກ່ໂຮງຮຽນ ປະຖົມສົມບູນໜອງເຂັງ ບ້ານໜອງເຂັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ



ນະຄອນຫຼວງວຽງຈັນ 23 ຕຸລາ 2017, ຊໍາຊຸງໄດ້ເດີນທາງສູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອມອບ ຊຸດນັກຮຽນ ແລະ ອຸປະກອນການຮຽນ ແລະ ອື່ນໆ ໃຫ້ແກ່ນ້ອງໆນັກຮຽນທີ່ໂຮງຮຽນ ປະຖົມສົມບູນໜອງເຂັງ ບ້ານໜອງເຂັງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານມອບໂດຍ ທ່ານ ຊຶງໂຮ ຊອຍ, ຜູ້ຈັດການໃຫຍ່ ປະຈຳລາວ-ກຳປູເຈຍ ບໍລິສັດ ໄທຊໍາຊຸງ ເອເລັກໂທນິກ ຈຳກັດ (Mr. Seungho Choi, Managing Director of Lao-Cambodia Branch of Thai Samsung Electronics Co., Ltd) ແລະ ຕາງໜ້າເຂົ້າຮ່ວມໂດຍຄະນະບໍລິຫານງານປະຈຳຫ້ອງການສຶກສາເມືອງໄຊທານີ ແລະ ຄະນະປົກຄອງບ້ານ ບ້ານໜອງເຂັງ ພ້ອມດ້ວຍບັນດາຄູ ອາສາສະໝັກ ພະນັກງານບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ແລະ ຕົວແທນ Brand Ambassador Samsung ເຂົ້າຮ່ວມ ເຊັ່ນ: ລຸກນໍ້າ ທິດາລັດ ວົງສິລິ ແລະ ຕ້າ ເອແພັກສ໌ Brand Ambassador ຂອງ Samsung Galaxy Note 8.



ໂຄງການ “Samsung Love and Care” ແມ່ນໂຄງການເພື່ອສັງຄົມລະດັບພາກພື້ນອາຊີຕາເວັນອອກສຽງໃຕ້ (Southeast Asia) ແລະ ໂອຊີເນຍ (Oceania) ທີ່ມີຈຸດມຸ່ງໝາຍໃນການຍົກລະດັບຄວາມເປັນຢູ່ ແລະ ຄຸນະພາບຊີວິດຂອງຊຸມຊົນ ທີ່ຊໍາຊຸງໄດ້ດຳເນີນທຸລະກິດຢູ່ ບໍ່ວ່າຈະເປັນເລື່ອງຂອງການສຶກສາ ຫຼື ສະພາບສິ່ງແວດລ້ອມອ້ອມຂ້າງ ເຊິ່ງໃນນັ້ນສຳລັບ ສ.ປ.ປ.ລາວ ແລ້ວ ນີ້ແມ່ນຄັ້ງທຳອິດທີ່ຊຳຊຸງໄດ້ດຳເນີນກິດຈະກຳໃນຮູບແບບພັດທະນາສັງຄົມໃນລັກສະນະນີ້ ແລະ ຈະຍັງຄົງສືບຕໍ່ດໍາເນີນຕໍ່ໄປເລື່ອຍໆ.




ຄວາມຕັ້ງໃຈໃນການຍົກລະດັບຊີວິດການເປັນຢູ່ໃຫ້ກັບຄົນທົ່ວໂລກທີ່ມີຢູ່ໃນເລືອດຂອງຊາວຊຳຊຸງທຸກໆຄົນ ໄດ້ເປັນພະລັງຊຸກຍູ້ອັນແຮງກ້າ ໃຫ້ບັນດາຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ຈຳກັດ ສົມທົບກັບ ອາສາສະໝັກ ແລະ ສື່ມວນຊົນຈຳນວນໜຶ່ງ ເດີນທາງອອກສູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອມອບເຄື່ອງຊ່ວຍເຫຼືອ ປະເພດ ເຄື່ອງແບບນັກຮຽນ ອຸປະກອນການສຶກສາ ແລະ ບົວລະບັດສະພາບອາຄານຮຽນ ໂດຍການທາສີອາຄານ ແລະ ຫ້ອງນໍ້າໃຫມ່  ໃຫ້ແກ່ໂຮງຮຽນປະຖົມສົມບູນໜອງເຂັງ ເຊິ່ງມີໄລຍະທາງຫ່າງຈາກຕົວເມືອງວຽງຈັນ 30 ກິໂລແມັດ.



ໃນຕອນເຊົ້າຂອງມື້ພາລະກິດ, ບັນດານັກຮຽນ ແລະ ຄູອາຈານ ພ້ອມດ້ວຍ ຄະນະບໍລິຫານຫ້ອງການສຶກສາເມືອງໄຊທານີ ໄດ້ຕ້ອນຮັບຄະນະເດີນທາງຈາກ ບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ຈຳກັດ ຢ່າງອົບອຸ່ນ ພ້ອມດ້ວຍການສະແດງຄໍານັບຮັບຕ້ອນຈາກນ້ອງໆນັກຮຽນລະດັບຊັນຕ່າງໆ ແລະ ເມື່ອທຸກຝ່າຍພ້ອມແລ້ວ ກໍໄດ້ເລີ່ມກິດຈະກໍາພາຍໃຕ້ບັນຍາກາດອັນອົບອຸ່ນຂອງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາສີອາຄານ ແລະ ແຕ້ມຮູບສ້າງສັນຈິນຕະນາການໃຫ້ນ້ອງໆ ພ້ອມທັງຮ່ວມມ່ວນຊື່ນຫຼິ້ນເກມແຈກຂອງລາງວັນຕ່າງໆ ເຮັດໃຫ້ບັນຍາກາດມີຄວາມຟົດຟື້ນມ່ວນຊື່ນ ເປັນທີ່ໜ້າຈົດຈຳຂອງທຸກໆຄົນ. ນອກຈາກນັ້ນ, ໃນຕອນທ່ຽງກໍໄດ້ມີການຮ່ວມກິນເຂົ້າສາມັກຄີ, ລ້ຽງອາຫານທ່ຽງ ແລະ ມອບຊຸດນັກຮຽນໃຫ້ນັກຮຽນຊັ້ນອະນຸບານ ແລະ ປະຖົມ ຈຳນວນທັງໝົດ 120 ນ້ອງ. 




ນອກນັ້ນ ຊຳຊຸງກໍໄດ້ມອບອຸປະກອນໄຟຟ້າເພື່ອຕິດຕັ້ງພັດລົມ ແລະ ປ້າຍຫ້ອງຮຽນ ລວມທັງ ປ້າຍຫ້ອງພັກຄູອາຈານ ໃຫ້ແກ່ໂຮງຮຽນປະຖົມສົມບູນໜອງເຂັງ ເພື່ອນຳໃຊ້ໃນການອຳນວຍຄວາມສະດວກໃຫ້ແກ່ນ້ອງນັກຮຽນ ແລະ ຄູອາຈານທີ່ປະຕິບັດໜ້າທີ່ຢູ່ທີ່ນັ້ນ. ຊຳຊຸງຫວັງວ່າ ກິດຈະກຳດັ່ງກ່າວນີ້ ຈະສ້າງປະໂຫຍດໃຫ້ແກ່ການສຶກສາຂອງ ສ.ປ.ປ.ລາວ ໄດ້ ເຖິງແມ່ນວ່າຈະເປັນພຽງສ່ວນນ້ອຍໆກໍຕາມ ແລະ ຫວັງຢ່າງສູງສຸດວ່າ ຈະເດີນໜ້າສະໜັບສະໜູນການສຶກສາຂອງ ສ.ປ.ປ.ລາວ ແບບນີ້ໄປເລື່ອຍໆ ເພື່ອຢາກມອບ ຄວາມສຸກໃຫ້ພໍ່ແມ່ປະຊາຊົນ ແລະ ໜໍ່ແໜງຂອງຊາດ ໄດ້ມີອະນາຄົດອັນສົດໃສຢ່າງບໍ່ສິ້ນສຸດ.









© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.