ປະທານາທິບໍດີ ໂດໂນ ທຣັມ ຂູ່ຈະຢືດໃນອະນຸຍາດ ສໍານັກຂ່າວ NBC News
ປະທານາທິບໍດີ ໂດໂນ ທຣັມ ຂູ່ຈະຢືດໃນອະນຸຍາດສໍານັກຂ່າວ NBC News ພາຍຫຼັງທີ່ສໍານັກຂ່າວ NBC News ລາຍງານຂ່າວວ່າ: ປະທານາທິບໍດີ ໂດໂນ ທຣັມ ຕ້ອງການໃຫ້ກະຊວງປ້ອງກັນປະເທດເພີ່ມຈໍານວນອາວຸດນິວເຄຼຍເປັນ 10 ເທົ່າ ໂດຍພາຍຫຼັງທີ່ຂ່າວຖືກນໍາສະເໜີອອກມາ ປະທານາທິບໍດີ ໂດໂນ ທຣັມ ກໍອອກມາທະວິດຂໍ້ຄວາມຕອບໂຕ ແລະ ຂູ່ຈະຢືດໃນອະນຸຍາດ ໂດຍອ້າງວ່າເປັນການສະເໜີຂ່າວປອມ ພ້ອມລະບຸວ່າເປັນເລື່ອງໜ້າລັງກຽດທີ່ນັກຂ່າວຈະຂຽນຂ່າວແບບໄດ້ກະໄດ້ ຫຼື ສ້າງເລື່ອງຂື້ນມາ ເຊິ່ງທ່ານເອງບໍ່ໄດ້ສະເໜີເພີ່ມອາວຸດນິວເຄຼຍ ແຕ່ທ່ານສະເໜີໃຫ້ເກັບຮັກສາອາວຸດນິວເຄຼຍໄວ້ໃນສະພາບສົມບູນຕາງຫາກ.
ສໍານັກຂ່າວ NBC News ສະເໜີຂ່າວການເພີ່ມຈໍານວນອາອາວຸດນິວເຄຼຍ ໂດຍອ້າງຂໍ້ມູນທີ່ຖະແຫຼ່ງຈາກກະຊວງປ້ອງກັນປະເທດ 3 ທ່ານ ທີ່ຮ່ວມປະຊຸມກັບ ທ່ານ ໂດໂນ ທຣັມ ໃນໄລຍະເດືອນກໍລະກົດ ທີ່ຜ່ານມາ ເຊິ່ງທ່ານ ໂດໂນ ທຣັມໄດ້ສະເໜີໃຫ້ກະຊວງເພີ່ມຈໍານວນອາອາວຸດນິວເຄຼຍເປັນ 10 ເທົ່າ ຫຼັງຈາກທີ່ທ່ານເຫັນວ່າຄັງອາວຸດນັ້ນມີຈໍານວນຫຼຸດລົງຕໍ່ເນື່ອງນັບຕັ້ງແຕ່ປີ 1960 ເປັນຕົ້ນມາ.
ຈາກຂໍ້ມູນລະບຸວ່າ ປະທານາທິບໍດີ ໂດໂນ ທຣັມ ເຄີຍເປັນພິທີກອນລາຍການ “The Apprentice” ໃນສະຖານີ/ສໍານັກຂ່າວ NBC News ມາກ່ອນ ໂດຍເປັນລາຍການທີ່ເຮັດໃຫ້ ທ່ານ ໂດໂນ ທຣັມ ໂດ່ງດັງ ແລະ ມີຊື່ສຽງເປັນທີ່ຮູ້ຈັກຂອງຄົນໃນຫຼາກຫຼາຍວົງການ.
ອີກປະເດັນໜຶ່ງທີ່ອາດເຮັດໃຫ້ ທ່ານ ໂດໂນ ທຣັມ ບໍພໍໃຈສໍານັກຂ່າວ NBC News ຈາກກໍລະນີທີ່ ສໍານັກຂ່າວ NBC News ສະເໜີຂ່າວທີ່ອ້າງຄໍາເວົ້າ ທ່ານ ເຣັກ ທີເລີສັນ ( Rex Tillerson ) ລັດຖະມົນຕີການຕ່າງປະເທດຂອງ ສ. ອາເມລິການ ວ່າ ທ່ານ ໂດໂນ ທຣັມ “ປັນຍາອ່ອນ” ໃນລະຫວ່າງປະຊຸມກັບເຈົ້າໜ້າທີ່ຄວາມໝັ້ນຄົງລະດັບສູງ ຈົນເປັນເຮັດໃຫ້ ປະທານາທິບໍດີ ໂດໂນ ທຣັມ ອອກມາໂຈນຕີ ສໍານັກຂ່າວ NBC News ວ່າສະເໜີຂ່າວປອມ.

With all of the Fake News coming out of NBC and the Networks, at what point is it appropriate to challenge their License? Bad for country!— Donald J. Trump (@realDonaldTrump) October 11, 2017
Fake @NBCNews made up a story that I wanted a "tenfold" increase in our U.S. nuclear arsenal. Pure fiction, made up to demean. NBC = CNN!— Donald J. Trump (@realDonaldTrump) October 11, 2017
With all of the Fake News coming out of NBC and the Networks, at what point is it appropriate to challenge their License? Bad for country!— Donald J. Trump (@realDonaldTrump) October 11, 2017
© ໂຕະນໍ້າຊາ | tonamcha.com
___________
Post a Comment