ສານເກົາຫຼີໃຕ້ຕັດສີນຈໍາຄຸກ ທ່າຍາດຊໍາຊຸງ (Lee Jae-yong) ລີແຈຍອງ 5 ປີ ໃນຂໍ້ຫາຕິດສີນບົນ ແລະ ຊໍ້ໂກງ
ສໍານັກຂ່າວທ່ອງຖິ່ນຂອງເກົາຫຼີໃຕ້ ລາຍງານວ່າ ໃນວັນທີ 12 ຕຸລາ ນີ້ ວ່າ : ທ່ານ ລີແຈຍອງ ທາຍາບໍລິສັດຊໍາຊຸງ ອາດີດຮອງປະທານ ຊໍາຊຸງ ອິເລັກໂທຣນິກ , ທ່ານ ຊອຍ ກີຊຸງ ຜູ້ບໍລິຫານດ້ານຍຸດທະສາດ ແລະ ອາດີດ ປາທານາທິບໍດິ ປາກ ກຶນເຮ ເດີນທາງມາຂື້ນສານເພື່ອຮັບຟັງຄໍາຕັດສີນ ໂດຍສານໄດ້ພິຈາລະນາ ແລະ ຕັດສີນໃຫ້ ທ່ານ ລີແຈຍອງ ຈໍາຄຸກ 5 ປີ ໃນຂໍ້ຫາຕິດສີນບົນ ແລະ ຊໍ້ໂກງ. ເຊິ່ງພາຍຫຼັງມີຄໍາຕັດສີນ ທະນາຍຄວາມຂອງທ່ານ ລີແຈຍອງ ວ່າ ເຂົາບໍ່ສາມາດຍອມຣັບຄໍາຕັດສີນນີ້ໄດ້ ແລະ ໝັ້ນໃຈສາມາດຊີ້ແຈງທຸກຂໍ້ກ່າວຫາໃນຊັ້ນສານອຸທອນ.
ທ່ານ ລີແຈຍອງ ທາຍາບໍລິສັດຊໍາຊຸງ (Samsung) ອາຍຸ 49 ປີ ຖືກກ່າວຫາວ່າໂອນເງິນເກືອບ 40 ລ້ານໂດລາສະຫະລັດ ຈາກບໍລິສັດຍ່ອຍຂອງບໍລິສັດຊໍາຊຸງໄປໃຫ້ກອງທຶນທີ່ຕັ້ງຂື້ນເພື່ອຈຸດປະສົງທາງການເມືອງຂອງອາດີດ ປາທານາທິບໍດິ ປາກ ກຶນເຮ (Park Geun-hye) ເຊິ່ງມີສ່ວນເຊັນອະນຸມັດໃນການຄວບລວມກິດຈະການ 2 ບໍລິສັດໃຫຍ່ຂອງຊໍາຊຸງໃນປີ 2015 ທີ່ມີມູນຄ່າເຖິງ 8 ພັນ ລ້ານໂດລາສະຫະລັດ ແລະ ຍັງມີສ່ວນປ່ອຍຄົນນອກເຂົ້າມາພົວພັນໃນດ້ານຝ່າຍບໍລິຫານສະໄໜດໍາລົງຕໍາແໜ່ງ.
© ໂຕະນໍ້າຊາ | tonamcha.com
___________
Post a Comment