Header Ads

ແຂວງ ຫຼວງນໍ້າທາ ຈູດທຳລາຍຢາເສບຕິດຈຳນວນ 165.617 ເມັດ



ວັນທີ 12 ຕຸລາ 2017 ນີ້ ແຂວງຫຼວງນໍ້າທາສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 16 ປີ ແຕ່ວັນທີ 12 ຕຸລາ 2001ຫາ12 ຕຸລາ 2017 ເຊີ່ງໄດ້ຈັດຂຶ້ນຢູ່ທີ່ເດີນກິລາແຂວງຫຼວງນໍ້າທາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານເພັດຖາວອນ ພິລະວັນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆຫລວງນ້ຳທາພ້ອມດ້ວຍຄະ ນະນຳຂອງແຂວງ,ມີບັນດາຫົວໜ້າ ຮອງຫົວໜ້າ ປກສ ປກຊ ພະແນກການທີ່ກ່ຽວຂ້ອງ ປະຊາຊົນ ແຂກຖຶກເຊີນ ແລະ ຄູອາຈານ ນ້ອງນັກຮຽນເຂົ້າຮ່ວມ.


ທ່ານ ນາງ ວອນແສງ ບົວດອກທອງ ຮອງຫົວໜ້າອົງການໄອຍາການປະຊາຊົນແຂວງຫຼວງນ້ຳທາ ອານຸກຳມະການກວດກາຄະດີຢາເສບຕິດໃຫ້ຮູ້ວ່າ ໃນໄລຍະ1 ປີ ຜ່ານມາທາງທີມງານໄດ້ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ໄດ້ໂຄສະ ນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ດ້ວຍຫຼາຍຮູບການເຊັ່ນ ລົງໂຄສະນາໃຫ້ກຸ່ມບ້ານເປົ້າໝາຍ,ແຈກແຜ່ນຮູບ ພາບຜົນ ຮ້າຍຂອງຢາເສບຕິດ, ຂຽນບົດສາລະໜ້າຮູ້ກ່ຽວກັບຢາເສບຕິດອອກອາກາດທາງລາຍການວິທະຍຸ ເພື່ອໃຫ້ສັງຄົມມີຄວາມສະຫງົບ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 674 ຄົນ,ລົງສະກັດກັ້ນທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກໄດ້ 21 ເຮັກຕາ, ກວດນ້ຳປັດສະວະໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງເຊັ່ນ ນັກຮຽນ - ນັກສຶກສາ, ພະນັກງານ ແລະ ພາກສ່ວນອື່ນໆຈຳນວນ 48 ຄັ້ງ ແລະ ພົບສານເສບຕິດໃນຮ່າງກາຍ 35 ຄົນ, ພ້ອມນີ້ຍັງໄດ້ສ້າງຄອບຄົວ ແລະ ບ້ານປອດຄະດີໄດ້ 21 ບ້ານ,ມອບໃບຢັ້ງຢືນປອດຢາເສບຕິດ 21 ບ້ານ,ເຈົ້າໜ້າທີ່ພະແນກການສະກັດກັ້ນ ແລະ ປາບປາມຢາເສບຕິດ ປກສ ແຂວງ ມ້າງຄະດີກ່ຽວກັບຢາເສບຕິດໄດ້ 69 ລາຍ,ກັກຜູ້ຖືກຫາໄດ້ 93 ຄົນ,ຍິງ 11 ຄົນ, ຕ່າງປະເທດ 1 ຄົນ, ຍືດຂອງກາງຢາບ້າໄດ້ 2 ລ້ານ 4 ແສນ 86 ພັນ 352 ເມັດ,ຢາຝິ່ນ 30,9 ກິໂລກະລາມ, ເຮໂລອີນ 12 ແທ່ງ, ລົດໃຫຍ່ 6 ຄັນ, ລົດຈັກ 39 ຄັນ, ໂທລະສັບ 67 ໜ່ວຍ, ເງິນກີບ 15 ລ້ານ 7ແສນ 71 ພັນກີບ, ເງິນຢວນ 8.170 ຢວນ , ເງິນບາດ 3.240 ບາດ, ລູກປືນ 12 ລູກ, ເຊີ່ງໃນນີ້ສານຕັດສີນເດັດຂາດແລ້ວ 71 ລາຍ, ມີນັກໂທດ 95 ຄົນ, ກັກຕົວ



ຜູ້ເສບ ແລະ ຜູ້ປົກຄອງນຳມາຝາກເຂົ້າດັດສ້າງ 60 ຄົນ, ຍິງ 9 ຄົນ.ຈາກນັ້ນຜູ້ເຂົ້າຮ່ວມໃນພິທີໄດ້ພ້ອມກັນຈູດທຳລາຍຢາເສບຕິດຢ່າງເປັນທາງການ ຢາເສບຕິດທີ່ນຳມາຈູດໄນຄັ້ງນີ້ປະກອບມີ ຢາບ້າຈຳນວນ 1 ແສນ 65 ພັນ 617 ເມັດ,ເທົ່າກັບ 17 ກິໂລກະລາມ, ກັນຊາ 449 ກະລາມ, ຢາໄອ 10 ກິໂລກະລາມ ແລະ ເຮໂລອີນ 1 ແທ່ງເທົ່າກັບ 300 ກະລາມ .ໂອກາດດັ່ງກ່າວ ທ່ານ ຈິງກູ ບໍລິສັດນ້ຳທາພັນທະນາກະສິກຳມອບເສື້ອກັ້ນໜາວຈຳນວນ 386 ຝືນ,ຊຸດກິລາ 21 ຊຸດ ພ້ອມກັບອຸປະ ກອນກິລາຈຳນວນໜຶ່ງລວມມູນຄ່າ 15 ພັນຢວນ ແລະ ບໍລິສັດການລົງທືນຢູນນານມອບເງິນສົດ 2 ລ້ານກີບ ກ່າວຮັບໂດຍທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫລວງນ້ຳທາ ແລະ ມອບຕໍ່ໃຫ້ນັກຮຽນ ມສ ເທດສະບານແຂວງ,ໂຮງຮຽນມໍຕົ້ນທົ່ງອົ້ມ ແລະ ໂຮງຮຽນມໍຕົ້ນທົ່ງໄຈ້ ແລະ ສຳລັບເສື້ອກັ້ນໜາວແມ່ນຈະນຳໄປມອບໃຫ້ປະຊາຊົນຜູ້ທີ່ຕັດຝິ່ນຕື່ມອີກ.


 ຂ່າວ- ພາບ : ສົມພອນ ຂຸນດາວົງ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.