Header Ads

ຮອງນາຍົກລັດຖະມົນຕີ ຖະແຫລງຂ່າວການຈັດປີທ່ອງທ່ຽວລາວ 2018



(ຂປລ) ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະຮັບຜິດຊອບຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ຖະແຫລງຂ່າວເຊົ້າມື້ນີ້ 12 ຕຸລາ ກ່ຽວກັບການຈັດປີທ່ອງທ່ຽວລາວ ຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ທູຕານຸທູດສາກົນ, ຜູ່ຕາງຫນ້າອົງການຈັດຕັ້ງສາກົນ ແລະ ຫົວຫນ່ວຍທຸລະກິດຕ່າງໆ.


ສປປ.ລາວ ຄາດຄະເນ ປີ 2020 ຈະມີນັກທ່ອງທ່ຽວເຖິງ 6,2 ລ້ານກວ່າຄົນ ແລະ ຈະມີລາຍຮັບ 993 ລ້ານໂດລາສະຫະລັດ. ລັດຖະບານໄດ້ກຽມງົບປະມານສຳລັດຈັດກິດຈະກຳສົ່ງເສີມການທ່ອງທ່ຽວໃນເບື້ອງຕົ້ນປະມານ 23 ຕື້ກີບ ຢ່າງໃດກໍຕາມລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າງົບປະມານດັ່ງກ່າວຍັງຢູ່ໃນການພິຈາລະນາດັດປັບເພີ່ມເຕີມເພື່ອໃຫ້ເຫມາະສົມກັບສະພາບຄວາມຕ້ອງການຕົວຈິງ. 




ສະເພາະກິດຈະກຳປີທ່ອງທ່ຽວທີ່ສຳຄັນໃນທົ່ວປະເທດ ມີ 18 ກິດຈະກຳ ໃນນັ້ນປະກອບມີ ບຸນປີໃຫມ່ຊົນເຜົ່າກຶມມຸ ແຂວງອຸດົມໄຊຸ, ບຸນເສົາຫລັກເມືອງ 10 ຊົນເຜົ່າແຂວງເຊກອງ, ບຸນພະບາດໂພນສັນ ບໍລິຄຳໄຊ, ບຸນຊົນເຜົ່າຫລວງນຳ້ທ່າ, ເທດສະການດອກງິ້ວບານບ່ໍແກ້ວ, ບຸນຊ້າງໄຊຍະບູລີ, ບຸນວັດພູຈຳປາສັກ, ບຸນພະທາດສີໂຄດຄຳມ່ວນ, ປີໃຫມ່ລາວ ຫລວງພະບາງ, ງານສະເຫລີມສະຫລອງແກ້ວຫລັກເມືອງ ແລະ ທ່ຽວຊົມຖຳ້ທ່ານຜູ້ນຳ ຫົວພັນ, ບຸນຊວ່ງເຮືອສາລະວັນ, ບຸນນະມັດສະການພະທາດຫລວງວຽງຈັນ, ບຸນຊ່ວງເຮືອເມືອງຂວາຜົ້ງສາລີ, ບຸນພະທາດອີງຮັງສະຫວັນນະເຂດ, ບຸນກິນຈຽງທີ່ຊຽງຂວາງ, ຫລັກ 52 ແຂວງວຽງຈັນ ແລະ ໄຊສົມບູນ, ງານນະນະມັດສະການພະເຈົ້່າໄຊເສດຖາອັດຕະປື. 

ທີ່ມາ: ສໍານັກຂ່າວສານປະເທດລາວ  
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.