ການດື່ມເບຍມື້ລະຈອກມີປະໂຫຍດຕໍ່ສຸຂະພາບ
1. ປ້ອງກັນໂລກຫົວໃຈ ເພາະເບຍມີຄວາມສ່ຽງຕໍ່ການເປັນໂລກຫົວໃຈນ້ອຍກວ່າຜູ້ບໍ່ດື່ມເບຍເຖິງ 40-60% ແຕ່ກໍຄວນດື່ມບໍ່ເກີນເຄິ່ງລິດຕໍ່ວັນເຖິງຈະດີຕໍ່ສຸຂະພາບ
2. ຊ່ວຍຫຼຸດຄວາມດັນເລືອດ ສານທີມີປະໂຫຍດໃນເບຍຊ່ວຍປ້ອງກັນການອຸດຕັນຂອງເສັ້ນເລືອດ
3. ປ້ອງກັນໂລກເບົາຫວານ ເພາະເບຍເຮັດໃຫ້ຮ່າງກາຍສາມາດປັບຮໍໂມນອິນຊູຣິນໃນຮ່າງກາຍ
4. ຊ່ວຍເຮັດໃຫ້ກະດູກແຂງແຮງ ຫຼຶ ຊ່ວຍປ້ອງກັນກະດູກພຸໄດ້ ແຕ່ມີຜົນສະເພາະຄົນໜຸ່ມສາວເທົ່ານັ້ນ
5. ຊ່ວຍປ້ອງກັນທ້ອງການເຈັບທ້ອງ ເບຍມີສານໂມເລກຸນທີ່ສາມາດຂັດຂວາງເຊື້ອໂລກໃນລໍາໄສ້ທີ່ເປັນສາເຫດການເຈັບທ້ອງ ບໍ່ໃຫ້ແຜ່ເຊື້ອ
6. ຫຼຸດຄວາມເຄັ່ງຕຶງ ຄົນເຮັດວຽກໝັກໄດ້ດື່ມເບຍໃນປະລິມານພໍດີຈະເຮັດໃຫ້ຄວາມຄຽດ/ຄວາມເຄັ່ງຕຶງຫຼຸດລົງດີກວ່າຜູ້ບໍ່ດື່ມເບຍ
7. ປ້ອງການນີ້ວໃນຖົງນໍ້າ ເພາະການດື່ມເບີຍມື້ລະນ້ອຍເຮັດໃຫ້ໄດ້ຮັບແມກນິດຊຽມ ເຊິງຊ່ວຍຫຼຸດຄວາມສ່ຽງຕໍ່ໂລກນີ້ວໄດ້ເຖິງ 40%
8. ປ້ອງກັນໂລກນອນບໍ່ຫຼັບ ຊ່ວຍໃຫ້ຜ່ອນຄາຍ ດັ່ງນັ້ນ ການດື່ມເບຍໜຶ່ງຈອກໃນຕອນແລງຈິງສະເໜືອນການກີນຢານອນຫຼັບ. ເພາະເບຍມີສານກວ່າ 1000 ຊະນິດລວມທັງວິຕາມິນ ແລະ ເກືອແຮ່ ເຊັ່ນ: ສັງກະສີ, ແມກນິດຊຽມ ,ເຫຼັກ ແລະ ແຮ່ທາດທີ່ຈໍາເປັນ ເຊິ່ງມີຜົນຊ່ວຍໃຫ້ປະສານ ແລະ ກ້າມຊີ້ນແຂງແຮງ.
ໝາຍເຫດ: ການດື່ມເບຍໃນປະລິມານພໍດີຊ່ວຍໃຫ້ໄດ້ຄຸນປະໂຫຍດ 8 ຂໍ້ທີ່ກ່າວມາຂ້າງເທິງນີ້ ແຕ່ຖ້າດື່ມໃນປະລິມານຫຼາຍຈົນເກີນໄປກໍອາດກາຍເປັນຜົນເສຍຕໍ່ຮ່າງຮາຍ. ເດັກນ້ອຍຕໍ່າກວ່າ 18 ບໍ່ຄວນດື່ມ.
ຮຽບຮຽງ: ໂຕະນໍ້າຊາ | tonamcha.com
-----------------
Post a Comment