Header Ads

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດຈັດພິທີເປີດ “ປື້ມການທູດລາວ 70 ປີ” ຂຶ້ນຢ່າງເປັນທາງການ


ຕອນເຊົ້າຂອງ ວັນທີ 13 ຕຸລາ 2017, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດ “ປື້ມການທູດລາວ 70 ປີ” ຂຶ້ນຢ່າງເປັນທາງການ ທີ່ ຫ້ອງປະຊຸມໃຫ່ຍກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະນໍາກະຊວງການຕ່າງປະເທດ ແລະ ຄະນະພົວພັນການຕ່າງປະເທດສູນກາງພັກ, ເອກອັກຄະລັດຖະທູດລາວ, ນັກການທູດອາວຸໂສບໍານານຂອງລາວ, ຄະນະກົມ, ຄະນະພະແນກ ແລະ ພະນັກງານຂອງກະຊວງການຕ່າງປະເທດ ແລະ ພະນັກງານຄະນະພົວພັນການຕ່າງປະເທດສູນກາງພັກ ຫຼາຍກວ່າ 200 ຄົນ.



ວັນທີ 12 ຕຸລາ 1945 ເປັນວັນປະກາດເອກະລາດຂອງລາວ ເຮັດໃຫ້ຊາວໂລກຮັບຮູ້ເອກະລາດ, ອະທິປະໄຕອັນຄົບຖ້ວນຂອງລາວຕັ້ງແຕ່ວັນນັ້ນເປັນຕົ້ນມາ ເຊິ່ງຖືໄດ້ວ່າເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນໃນປະຫວັດສາດຂອງປະເທດເຮົາ. ໃນເວລານັ້ນ, ລັດຖະບານລາວອິດສະຫຼະໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ວາງແນວທາງການເມືອງອອກ 12 ຂໍ້ ເຊິ່ງຂໍ້ສຸດທ້າຍໄດ້ກຳນົດເອົານະໂຍບາຍການຕ່າງປະເທດຂອງຕົນອອກຢ່າງເປັນທາງການ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ກຳນົດເອົາວັນດັ່ງກ່າວເປັນ “ວັນການທູດລາວ” ແລະ ຖືເປັນວັນກຳເນີດ ຂອງການເຄື່ອນໄຫວດ້ານວຽກງານການຕ່າງປະເທດຂອງ ສປປ ລາວ ເພື່ອໃຫ້ຄົນຮຸ້ນຫຼັງໄດ້ຮັບຮູ້, ຈົດຈຳ ແລະ ເຫັນໄດ້ເຖິງບົດບາດຄວາມໝາຍຄວາມສຳຄັນຂອງວຽກງານການທູດ ທີ່ຕິດພັນກັບຜົນສຳເລັດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ແລະ ການສືບຕໍ່ເຄື່ອນໄຫວປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ຄຽງຄູ່ກັບການເຊີດຊູ-ຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ.




ໃນພິທີດັ່ງກ່າວ, ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ທັງເປັນ  ຫົວໜ້າຄະນະບັນນາທິການ ໄດ້ກ່າວເຖິງ ຄວາມເປັນມາ ແລະ ບາງເນື້ອໃນສໍາຄັນກ່ຽວກັບການຂຽນປື້ມເຫຼັ້ມນີ້ ເຊິ່ງໄດ້ຮີບໂຮມ, ຮຽບຮຽງຂໍ້ມູນ ເປັນເວລາຫຼາຍຫຼົບຫຼາຍຕ່າວ ແລະ ໄດ້ພົບກັບຄວາມຫຍຸ້ງຍາກຫຼາຍປະການ



ເຖິງຢ່າງໃດກໍດີ ພາຍໃຕ້ການຊີ້ນໍານໍາພາ ຂອງການນໍາກະຊວງການຕ່າງປະເທດ ກໍຄືບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສະໜອງຂໍ້ມູນ ແລະ ອໍານວຍຄວາມສະດວກຕ່າງໆ ຈົນເຮັດໃຫ້ປື້ມຫົວນີ້ສາມາດອອກສູ່ສາຍຕາມວນຊົນໄດ້ໃນມື້ນີ້. ຈຸດປະສົງ ໃນການຈັດພິມປຶ້ມເຫຼັ້ມນີ້ ແມ່ນເພື່ອໃຫ້ບັນດາຜູ້ອ່ານສາມາດຮັບຮູ້ ແລະ ເຂົ້າໃຈເຖິງ ບົດຮຽນ ແລະ ປະສົບການ ການເຄື່ອນໄຫວວຽກງານການທູດຂອງການນໍາລາວທຸກຮຸ້ນ, ທຸກສະໄໝ ເພື່ອເປັນຕຳລາອັນລໍ້າຄ່າໃຫ້ຄົນຮຸ້ນຫຼັງໜູນໃຊ້ບົດຮຽນດັ່ງກ່າວເຂົ້າໃນວຽກງານຂອງຕົນຢ່າງມີຫົວຄິດປະດິດສ້າງ ແລະ ແທດ      ເໝາະກັບສະພາບການຕົວຈິງ. ນອກນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄະນະບັນນາທິການ, ສະຖາບັນການຕ່າງປະເທດ ແລະ ທຸກພາກສ່ວນ ທີ່ໄດ້ປະກອບສ່ວນໃນການຄົ້ນຄວ້າ, ຂີດຂຽນ, ທຸ່ມເຫື່ອເທແຮງ, ຄວາມພາກພຽນພະຍາຍາມ,  ອອກຫົວຄິດທາງປັນຍາ ແລະ ຮຽບຮຽງຂໍ້ມູນ ເພື່ອແບ່ງປັນຄວາມຮູ້ດ້ານປະຫວັດການເຄື່ອນໄຫວດ້ານວຽກງານການທູດ ຕະຫຼອດໄລຍະ 70 ກວ່າປີຜ່ານມາ  ເຂົ້າໃນປື້ມ “ການທູດລາວ 70 ປີ” ເຫຼັ້ມນີ້. 


ທີ່ມາ: ກະຊວງການຕ່າງປະເທດ 

© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.