ເກີດເຫດລະເບີດ 2 ລູກຊ້ອນ ຢູ່ເມືອງຫຼວງໂຊມາເລຍ ເສຍຊີວິດແລ້ວ 189 ຄົນ ແລະ ບາດເຈັບກວ່າ 200 ຄົນ
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ຕຸລາ (ຕາມເວລາທ້ອງຖິ່ນ) ໄດ້ເກີດເຫດລະເບີດຂຶ້ນໃນນະຄອນຫຼວງ ໂມກາດິຊູ ເມືອງຫຼວງຂອງປະເທດໂຊມາເລຍ ເຊິ່ງຈຸດເກີດເຫດແມ່ນຢູ່ 5 ແຍກຂອງໂຮງແຮມຊາຟາຣີ ( Safari Hotel ) ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 189 ຄົນ ແລະ ໄດ້ຮັບບາດເຈັບກວ່າ 200 ຄົນ.
ອີງຕາມການລາຍງານຂໍ້ມູມເບື້ອງຕົ້ນລະບຸວ່າ ລະເບີດລູກທຳອິດລະເບີດຂຶ້ນກັບລົດບັນທຸກທີ່ບັນຈຸລະເບີດຢ່າງຫຼວງຫຼາຍໂດຍໃຊ້ວິທີນຳລົດມາຈອດໄວ້ໃກ້ກັບທາງອອກຂອງໂຮງແຮມຊາຟາຣີ ( Safari Hotel ) ແລະ ລູກທີ 2 ແມ່ນລະເບີດຂຶ້ນໃນເຂດ ມາດີນາ ຫ່າງກັນພຽງ 2 ຊົ່ວໂມງເທົ່ານັ້ນ.
ນີ້ແມ່ນປະມວນພາບເຫດລະເບີດ 2 ລູກທີ່ເມືອງຫຼວງໂຊມາເລຍ
ທີ່ມາ: independent
© ໂຕະນໍ້າຊາ | tonamcha.com
___________
Post a Comment