Header Ads

ກົມເຕັກໂນໂລຊີ ດິຈິຕ໋ອນ ຈັດສຳມະນາ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນໃນຍຸກ 4.0




ໃນຍຸກປັດຈຸບັນ ການນໍາໃຊ້ລະບົບເຕັກໂນໂລຊີດິຈິຕ໋ອນໃນທຸກຂົງເຂດວຽກງານກໍາລັງໄດ້ຮັບຄວາມນິຍົມ ແລະ ຖືເປັນວຽກງານສຳຄັນໜຶ່ງ ໂດຍສະເພາະໃນບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ລວມທັງພາກລັດກໍ່ໃຫ້ຄວາມສໍາຄັນກັບວຽກນີ້ຢ່າງກວ້າງຂວາງ, ເຊິ່ງການສໍາມະນາໃຫ້ຫົວຂໍ້ “ ການນໍາໃຊ້ເຕັກໂນໂລຊີດິຈິຕອລ ໃນຍຸກອຸດສາຫະກຳ 4.0” ຈະສ້າງຄວາມເຂົ້າໃຈເພີ່ມເຕີມໃຫ້ກັບພາກລັດ ແລະ ເອກະຊົນທີ່ປະກອບທຸລະກິດ ICT ເພື່ອຮັບມືກັບການປ່ຽນແປງທີເກີດຂຶ້ນ.



ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ກ່າວບາງຕອນສໍາຄັນເວທີສໍາມະນາໃຫ້ຫົວຂໍ້ “ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ໃນຍຸກອຸດສາຫະກໍາ 4.0 ວ່າ: ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ຖືວ່າມີການປ່ຽນແປງໄປຢ່າງໄວວາ ເຊິ່ງຫຼາຍປະເທດໃນໂລກໄດ້ປະຕິຮູບເພື່ອກ້າວເຂົ້າສູ່ການພັດທະນາຢ່າງຖ່ວງທັນ ໂດຍປ່ຽນຈາກລະບົບເສດຖະກິດດັ້ງເດີມໄປສູ່ການເສດຖະກິດ ດິຈິຕ໋ອນ ແລະ ພັດທະນາສັງຄົມໃຫ້ນໍາໃຊ້ດິຈິຕ໋ອນຫຼາຍຂຶ້ນເຊັ່ນກັນ. ຄຽງຄູ່ກັນນັ້ນ, ຍັງມີສິ່ງທ້າທາຍຫຼາຍດ້ານເປັນຕົ້ນແມ່ນ: ຮຸ່ນຍົນຈະມີບົດບາດໃນຕະຫຼາດແຮງງານຫຼາຍຂຶ້ນ ເຮັດໃຫ້ຜູ້ໃຊ້ແຮງງານດິບ ຫຼື ແຮງງານໃນລະດັບຕໍ່າຖືກຍາດວຽກ ເຊິ່ງແນວໂນ້ມໃນອະນາຄົດຂອງບັນດາໂຮງຈັກ-ໂຮງງານແມ່ນຈະຖືກນໍາໃຊ້ຮຸ່ນຍົນ ລວມທັງເຕັກໂນໂລຊີທັນສະໄໝເຂົ້າມາຊ່ວຍ ຖືວ່າເປັນສິ່ງທ້າທາຍຂອງສັງຄົມທີ່ພວກເຮົາທຸກຄົນຕ້ອງໄດ້ຮ່ວມກັນແກ້ໄຂ. 


ທ່ານລັດຖະມົນຕີກະຊວງ ກວຕ ຍັງເນັ້ນຕື່ມອີກວ່າ: ເພື່ອເປັນການຮັບມືກັບການປ່ຽນແປງດັ່ງກ່າວນັ້ນພວກເຮົາຈະໄດ້ອອກແຮງຫຼາຍຢ່າງເພື່ອໃຫ້ສາມາດກ້າວທັນກັບຍຸກສັງຄົມດິຈິຕ໋ອນ ເຊິ່ງກ່ອນອື່ນແມ່ນສ້າງພື້ນຖານໂຄງລ່າງດິຈິຕ໋ອນໃນທຸກຂະແໜງການ ລວມທັງພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດທີ່ຫຼາກຫຼາຍເພື່ອນໍາໃຊ້ເຕັກໂນໂລຊີດັ່ງກ່າວ. ພ້ອມດຽວກັນນັ້ນ, ກໍ່ຕ້ອງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ວຽກງານດັ່ງກ່າວນີ້ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເຊັ່ນ: ການຈັດສໍາມະນາ, ຝຶກອົບຮົມ ລວມທັງເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ໆຕ່າງໆໃຫ້ຫຼາຍຂຶ້ນກວ່າເກົ່າ. 


ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີ ດີຈີຕ໋ອນ ກ່າວຕື່ມວ່າ: ໃນຍຸກອຸດສະຫະກໍາ 4.0 ການນຳໃຊ້ດ້ານເຕັກໂນໂລຊີດິຈີຕ໋ອນ ຈະບໍ່ເປັນພຽງແຕ່ເຄື່ອງມືສະໜັບສະໜູນການເຮັດວຽກຄືໄລຍະຜ່ານມາເທົ່ານັ້ນ, ແຕ່ມັນຈະເຊື່ອມຊືມເຂົ້າກັບຊີວິດຂອງຄົນເຮົາຢ່າງແທ້ຈິງ ແລະ ຈະປ່ຽນ ແປງໂຄງສ້າງຮູບແບບກິດຈະກຳທາງດ້ານເສດຖະກິດ, ຂະບວນການຜະລິດ, ການຄ້າ, ການບໍລິການ ລວມທັງການຕິດຕໍ່ສື່ສານພົວພັນກັນລະຫວ່າງຄົນໃນສັງຄົມຢ່າງແທ້ຈິງ. ຕໍ່ກັບສະພາບການດັ່ງກ່າວນີ້ ປະເທດລາວພວກເຮົາ ຈື່ງມີຄວາມຈຳເປັນຕ້ອງຮີບດ່ວນສ້າງເງື່ອນໄຂ ແລະ ສະພາບແວດລ້ອມເພື່ອໃຫ້ໄດ້ມີການຜັນຂະຫຍາຍແລະນຳໃຊ້ເຕັກໂນໂລຊີດັ່ງກ່າວ ເພື່ອຍົກສູງປະສິດທິພາບການບໍລິຫານລັດເປັນເຄື່ອງມືທີ່ສຳຄັນໃນການຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຊຶ່ງຈະຊ່ວຍໃຫ້ພວກເຮົາສາມາດແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ປະເທດເຮົາກຳລັງພົບພໍ້ຢູ່ໃນປັດຈຸບັນ ແລະ ຈະເຮັດໃຫ້ພວກເຮົາສາມາດເຊື່ອມໂຍງເຂົ້າພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ. 




ໃນກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍຂອງນັກວິທະຍາກອນຈາກກົມເຕັກໂນໂລຊີດີຈິຕ໋ອນ ກ່ຽວກັບສະພາບການນຳໃຊ້ ແລະ ພັດທະນາທຸລະກຳທາງດ້ານເອເລັກໂຕຣນິກ, ພັດທະນາບັນດາຊອບແວຣຕ່າງໆເພື່ອຮັບໃຊ້ໃຫ້ບັນດາຂະແໜງການ, ການພັດທະນາສູນຂໍ້ມູນດີຈີຕ໋ອນ. ນອກນັ້ນ, ຍັງມີບໍລິສັດ Global Lenovo ໄດ້ສະເໜີກ່ຽວກັບການທ່າອ່ຽງ, ການປ່ຽນແປງໃໝ່ ແລະ ນະວັດຕະກຳທາງດ້ານເຕັກໂນໂລຊີດີຈິຕ໋ອນ ລວມທັງບໍລິສັດ INFOTECH ແລະ SYNNEX ກໍ່ໄດ້ມາໃຫ້ຄວາມຮູ້ນໍາອີກ. ໃນທີ່ປະຊຸມຍັງມີການແລກປ່ຽນຄິດເຫັນເພື່ອຊອກຫາແນວທາງທີ່ຈະເຮັດໃຫ້ ສປປ ລາວ ມີຄວາມກຽມພ້ອມກ້າວເຂົ້າສູ່ຍຸກອຸດສະຫະກຳ 4.0 ຢ່າງກ້ວາງຂວາງໃນຂອບເຂດທົ່ວປະເທດ.
ກອງປະຊຸມສຳມະນາດັ່ງກ່າວ ຈັດຂຶ້ນໃນວັນທີ 14 ມີນາ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ກວຕ, ທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກວຕ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນກະຊວງກ່ຽວຂ້ອງ ແລະ ບັນດາຜູ້ປະກອບການ ICT ເຂົ້າຮ່ວມ 100 ກວ່າທ່ານ. ພາບ -ຂ່າວ: ບຸນທັນ ນັນທະວົງ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.