Header Ads

ພົບປາໃຫຍ່ສວຍງາມ “ ປາ Luciocyprinus Striolatus” ໃນແມ່ນໍ້າຂອງ ທີ່ໄດ້ສູນຫາຍໄປຫຼາຍສິບປີ


ໃນວັນທີ 13 ມິນາ 2019 ຜູ້ໃຊ້ເຟສບຸ໊ກຊື່ Joe Adventure  ໂພສຂໍ້ຄວາມ ແລະ ພາບວ່າ : ຄົ້ນພົບປາ ພົບປາໃຫຍ່ສວຍງາມ  ໂດຍລະບຸວ່າເປັນ ປາຂັງ ຫຼື  ປາກັງ ຫຼື ປາກິມ ຫຼື ປາກ້ວນຊາຍ (ເປັນປາທີ່ມີຫລາຍຊື່ເອີ້ນຕາມແຕ່ລະທ້ອງຖິ່ນ)​ ເຊິ່ງຊື່ທາງວິທະຍາສາດແມ່ນ Luciocyprinus Striolatus ທີ່ໄດ້ສູນຫາຍໄປຫຼາຍສິບປີ.​






ຂໍ້ມູນເພີ່ມເຕີມບອກໃຫ້ຮູ້ວ່າ ການສຳຫຼວດໃນຄັ້ງນີ້ແມ່ນໄດ້ຮັບການຊີ້ນຳຈາກກົມພັດທະນາການທ່ອງທ່ຽວ,​ຖວທ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍມີເຈົ້າໜ້າທີ່ ແລະ ປະຊາຊົນພາຍໃນພື້ນທີ່ໃຫ້ການຮ່ວມມື ເຊິ່ງໄດ້ມີການສຳຫລວດເປັນເວລາສາມປີຈຶ່ງພົບເຫັນປາຊະນິດດັ່ງກ່າວ ແລະ ຍັງຈະສືບຕໍ່ຄົ້ນຫາຈາກແມ່ນໍ້າສາຍອື່ນໆຕື່ມອິກ ເພື່ອການອະນຸຮັກປົກປັກຮັກສາສັດນໍ້າ ແລະ ຊີວະນານາພັນໃຫ້ຄົງຄວາມອຸດົມສົມບູນສືບຕໍ່ໄປໃນອະນາຄົດ



ທີ່ມາ: Joe Adventure
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.