Header Ads

ໄຟໄໝ້ປ່າຢູ່ເມືອງສັງທອງ ປະເມີນເບື້ອງຕົ້ນເສຍຫາຍ 80 ເຮັກຕາ


ຕາມ​ການ​ລາຍ​ງານ​ຂອງ​ທ່ານ ບົວ​ຄຳ ສີ​ສົງ­ຄາມ ຮອງ​ເຈົ້າ­ເມືອງ​ສັງ​ທອງ ໃນ​ວັນ​ທີ 14 ມີ­ນາ 2019 ໃຫ້​ຮູ້​ວ່າ: ສະ­ພາບ​ໄຟ​ໄໝ້​ລາມ​ປ່າ​ຢູ່​ເຂດ​ປ່າ​ສະ­ຫງວນ​ພູ​ພະ­ນັງ ພູ­ຜາ​ເດືອນ ແລະ ຈຸດ​ອື່ນໆ ຢູ່​ພາຍ​ໃນ​ຂອບ​ເຂດ​ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ເກີດ​ຂຶ້ນ​ແຕ່​ວັນ​ທີ 7-13 ມີ­ນາ 2019 ລວມ​ມີ​ທັງ​ໝົດ 10 ຈຸດ ຄື: ປ່າ​ສະ­ຫງວນ​ພູ​ພະ­ນັງ (ເຂດ​ບ້ານ​ເພຍ​ລາດ ແລະ ບ້ານ​ທ່າ​ນາ​ຂາມ) ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ (ເຂດ​ບ້ານ​ເພຍ​ລາດ) ປ່າ​ສະ­ຫງວນ​ພູ​ພະ­ນັງ (ເຂດ​ບ້ານ​ຫີນ​ສິ່ວ) ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ (ເຂດ​ບ້ານ​ຫີນ​ສິ່ວ) ປ່າ​ສະ­ຫງວນ​ພູ​ພະ­ນັງ (ເຂດ​ບ້ານ​ໄຮ່​ໃຕ້) ປ່າ​ປ້ອງ​ກັນ​ພູ​ດອນ​ຫໍ (ບ້ານ​ອ່າງ​ນ້ອຍ)

ປ່າ​ປ້ອງ​ກັນ​ພູ​ຂະ​ຍະ (ຈຸດ​ພູ​ສີ​ຖານ ພູ​ເສືອ​ຫ້ວຍ​ຄຳ​ມູນ) ເຂດ​ບ້ານ​ຊໍ້ ບ້ານ​ກ້ວຍ ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ (ເຂດ​ບ້ານ​ສະ​ນອດ) ປ່າ​ປ້ອງ​ກັນ​ພູ­ຜາ​ເດືອນ (ເຂດ​ບ້ານ​ທ່າ​ນາ­ສາ) ແລະ ປ່າ​ສະ­ຫງວນ​ພູ​ພະ­ນັງ (ເຂດ​ບ້ານ​ສຳ­ພັນ​ນາ) ຈາກ​ການ​ປະ​ເມີນ​ໃນ​ເບື້ອງ​ຕົ້ນ ເນື້ອ­ທີ່​ເກີດ​ມີ​ແປວ­ໄຟ​ໄໝ້​ລາມ​ປ່າ​ປະ­ມານ 80 ເຮັກ­ຕາ ເຊິ່ງ​ການ​ໄໝ້​ແມ່ນ​ເກີດ​ມາ​ຈາກ​ອາ­ກາດ​ຮ້ອນ​ອົບ­ເອົ້າ ການ​ບໍ່​ລະ­ມັດ­ລະ­ວັງ​ຂອງ​ຄົນ​ຫາ​ກິນ​ຕາມ​ທຳ​ມະ​ຊາດ ແຕ່​ໄຟ​ໄໝ້​ຄັ້ງ​ນີ້ ບໍ່​ມີ​ຄວັນ​ຫຼາຍ​ທີ່​ຈະ​ເປັນ​ຜົນ​ກະ­ທົບ​ຕໍ່​ມົນ​ລະ​ພິດ​ທີ່​ຮ້າຍ​ແຮງ ໄຟ​ໄໝ້​ໃບ​ໄມ້​ແຫ້ງ​ລາມ​ໃສ່​ປ່າ​ໄມ້­ປ່ອງ​ທີ່​ຕາຍ​ເປັນ​ຂີ ແລະ ການ​ຕັດ​ໄມ້­ປ່ອງ​ຕາມ​ຫົວ​ໄຮ່​ປາຍ​ນາ.

ຕໍ່​ກັບ​ເຫດ­ການ​ທີ່​ເກີດ​ຂຶ້ນ​ນັ້ນ ຄະ­ນະ​ພັກ ຄະ­ນະ​ນຳ​ເມືອງ​ສັງ​ທອງ ໄດ້​ປຸກ­ລະ­ດົມ​ກຳ­ລັງ​ຈາກ​ກອງ​ບັນ­ຊາ​ການ ປກຊ-ປກສ ເມືອງ ກອງ­ພັນ​ນ້ອຍ 511 ນະ­ຄອນ­ຫຼວງ​ວຽງ​ຈັນ ກອງ­ຮ້ອຍ​ປ່າ​ສະ­ຫງວນ ພູ​ພະ­ນັງ 303 ພະ­ນັກ­ງານ​ອ້ອມ​ຂ້າງ​ເມືອງ ຕະ­ຫຼອດ​ຮອດ​ອຳ­ນາດ​ການ​ປົກ­ຄອງ ແລະ ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ທີ່​ຖືກ​ຜົນ​ກະ­ທົບ​ໄຟ​ໄໝ້ ເຂົ້າ​ຮ່ວມ 700 ກວ່າ​ຄົນ ສາ­ມາດ​ມອດ​ໄຟ​ໄໝ້​ລາມ​ປ່າ​ໄດ້​ສຳ­ເລັດ 85% ປັດ­ຈຸ­ບັນ ໄດ້​ມີ​ການ​ເຝົ້າ​ລະ­ວັງ​ຢູ່​ແຕ່​ລະ​ຈຸດ​ຕາມ​ຂອບ​ເຂດ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ໃຜ­ລາວ ສ່ວນ​ສາ­ເຫດ​ໄຟ​ໄໝ້​ລາມ​ປ່າ​ຄັ້ງ​ນີ້ ເຈົ້າ​ໜ້າ­ທີ່​ກຳ­ລັງ​ສືບ­ສວນ-ສອບ​ສວນ​ຢູ່. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.