Header Ads

ກຽມຂາຍຮຸ້ນອີກ 19% ທະນາຄານການຄ້າຕ່າງປະເທດລາວ ແກ່ນັກລົງທຶນ



ລັດຖະບານ ກໍຄື ກະຊວງການເງິນ ໄດ້ມອບໝາຍໃຫ້ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) , ຮ່ວມມືກັບ ບໍລິສັດ ຫລັກຊັບ ລາວ-ຈີນ ຈຳກັດ ເພື່ອເປັນທີ່ປຶກສາການບໍລິ ການ ດ້ານການເງິນ ແລະ ຄ້ຳປະກັນ ການຈຳໜ່າຍຮຸ້ນ ທຄຕລ 19% ໃນ 70% , ທີ່ກະຊວງການເງິນຖືຄອງອອກຈຳໜ່າຍ ໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ເພື່ອເປັນການສະໜັບສະໜູນໃຫ້ຫລາຍພາກສ່ວນ ເຂົ້າມາມີສ່ວນຮ່ວມໃນການຖືກຳມະສິດ , ແລະ ເປັນເຈົ້າການໃນການພັດທະນາ ທຄຕລ ຂະຫຍາຍຕົວທາງດ້ານທຸລະກິດຢ່າງຍືນຍົງ.


ພິທີເຊັນສັນຍາວ່າດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ທີ່ ນະຄອນຫລວງວຽງຈັນ ໂດຍທ່ານ ພູຂົງ ຈັນທະຈັກ , ຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ ລິນ ລີ ຜູ້ອຳນວຍການ ບໍລິ ສັດ ຫລັກຊັບລາວ-ຈີນ ຈຳກັດ, ໂດຍການເຂົ້າຮ່ວມຂອງ ທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ມາ: ຂ່າວສານປະເທດລາວ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.