Header Ads

ລັດຖະບານ ຄາດການເຕີບໂຕເສດຖະກິດປີ 2017 ຈະບໍ່ບັນລຸຕາມແຜນການ



ລັດຖະບານ ຄາດຄະເນການເຕີບໂຕຂອງການ ພັດທະນາເສດຖະກິດ-ສັງຄົມ ໝົດປີ 2017 ຈະບັນລຸ 6,83%, ຂະນະທີ່ຕາມແຜນການ ລັດຖະບານວາງໄວ້ຄື ຕົວເລກດັດແກ້ທີ່ສະພາ ໄດ້ຮັບຮອງໃນ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ໃນເດືອນ 10 ປີຜ່ານ ມາແມ່ນ 7% ເຫັນວ່າ ຕົວ​ເລກ​ຄາດໝາຍອາດຈະບໍ່ບັນລຸ, ແຕ່ໂດຍພື້ນຖານເສດຖະກິດຍັງສືບ ຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ.

​ໃນ​ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ຕຸລາ 2017 ນີ້. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້  ລາຍງານກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ວຽກ​ຈຸດ​ສຸມ ​ຂອງ​ລັດຖະບານ​ໃນ ​ປີ 2017 ​ແລະ ທິດ​ທ​າງ​ແຜນການ​ສໍາ​ລັບ ​ປີ 2018 ວ່າ: ລັດຖະບານອາດບໍ່ບັນລຸຄາດໝາຍ ຂອງແຜນການ​ເຕີບ​ໂຕ​​ເສດຖະກິດໃນປີ 2017 ຢ່າງສົມບູນຮ້ອຍສ່ວນຮ້ອຍ, ແຕ່ລັດຖະບານ ຈະຍັງບໍ່ທັນສະເໜີດັດແກ້ຕໍ່ສະພາເທື່ອ ​ໃນ​ປີ 2018. ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ຜ່ານມາລັດຖະບານເຫັນວ່າ ມີຫລາຍບັນຫາ ແລະ ຂໍ້ຄົງ ຄ້າງທີ່ຈະຕ້ອງສຸມໃສ່ແກ້ໄຂ ຢ່າງຈິງຈັງເປັນຕົ້ນ ການເກັບລາຍຮັບ, ປະຕິບັດລາຍຈ່າຍງົບປະມານ ແລະ ການລະດົມທຶນດຸ່ນດ່ຽງ ຍັງບໍ່ໄດ້ຕາມຄາດໝາຍຂອງ ແຜນການ ທີ່ວາງໄວ້, ການແກ້ໄຂໜີ້ສິນ ໂຄງການລົງ ທຶນຂອງລັດ ດ້ວຍການຈັດສັນງົບປະມານ ເຂົ້າແຜນແຕ່ ລະປີຍັງບໍ່ທັນ ຕອບສະໜອງໄດ້ກັບຄວາມຮຽກ ຮ້ອງຕ້ອງການຕົວຈິງ ຍ້ອນມີໜີ້ສະສົມຫລາຍ, ສ່ວນ ການແກ້ໄຂດ້ວຍຮູບແບບ ອວ່າຍໜີ້ສາມແຈ ກໍຍັງ ປະຕິບັດໄດ້ຊັກຊ້າ, ການອັດສີດທຶນຈາກລະບົບ ທະນາຄານ ໃຫ້ແກ່ພາກທຸລະກິດ ເພື່ອກະຕຸ້ນການຜະລິດ ແລະ ບໍລິການ ໂດຍສະເພາະຕໍ່ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງກໍເຮັດໄດ້ຈໍາກັດຍ້ອນລະບົບທະນາຄານ ມີໜີ້ທີ່ບໍເກີດດອກອອກ ຜົນ ຫລື (ໜີ້ເສຍ) ຫລາຍຈຶ່ງຂາດຄວາມຄ່ອງຕົວ ຂອງການດໍາເນີນນະໂຍບາຍຕ່າງໆ, ການປັບປຸງລັດ ວິສາຫະກິດ ທີ່ດໍາເນີນທຸລະກິດບໍ່ມີປະສິດທິຜົນ ຍັງດໍາເນີນໄປຊັກຊ້າ ແລະ ບໍ່ທັນສາມາດແກ້ໄຂແບບ ເປັນລະບົບໄດ້ເທື່ອ, ຈໍາເປັນຕ້ອງໃຊ້ເວລາຕື່ມ ເພື່ອດໍາເນີແກ້ໄຂຢ່າງເປັນ ລະບົບຄົບຊຸດ ແລະ ຄໍານຶງ ເຖິງຜົນກະທົບໄລຍະຍາວ, ການບໍລິຫານຈັດການ, ການປະສານງານ ແລະ ປະຕິບັດພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນມີຫລາຍ ກໍລະນີບໍ່ເຂັ້ມງວດ, ຍັງເອື່ອຍອີງ ແລະ ໜິ້ງໃສ່ກັນ ບໍ່ກ້າປັບປ່ຽນວິທີເຮັດວຽກ. ຕໍ່ກັບບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ເປັນບັນຫາທີ່ສະສົມ ກໍ່ຮ່າງສ້າງຕົວດົນ ແລະ ເປັນຄວາມສ່ຽງ. ເຊິ່ງລັດຖະບານຈໍາເປັນ ຕ້ອງສືບຕໍ່ແກ້ ໄຂໃຫ້ຕົກໄປເປັນກ້າວໆ ເພື່ອຈະສາມາດປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຄາດ ໝາຍຂອງແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງ.

ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: ເຖິງແມ່ນວ່າລັດຖະບານ ອາດຈະບໍ່ບັນລຸ ຄາດໝາຍຂອງປີ 2017 ຢ່າງສົມບູນຮ້ອຍສ່ວນຮ້ອຍ, ແຕ່ລັດຖະບານຈະເພີ່ມ ຄວາມພະຍາຍາມ, ບຸກບືນ ແລະ ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ກຽມພ້ອມຮັບມື ກັບບັນດາສິ່ງທ້າທາຍ ເພື່ອສູ້ຊົນ ປະຕິບັດໃຫ້ ບັນລຸຄາດໝາຍຂອງແຜນພັດທະນາສໍາລັບປີ 2018 ແລະ ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການ ບັນລຸຄາດໝາຍຂອງປີ 2019 ແລະ 2020 ຕາມສະພາທີ່ໄດ້ຮັບຮອງ. ໃນນັ້ນລັດຖະບານ ຈະສຸມໃສ່ວຽກງານ ທີ່ເປັນພື້ນຖານຈໍານວນໜຶ່ງ ເພື່ອສືບຕໍ່ຂະຫຍາຍຫັນເອົາທິດທາງ ແລະ ມາດຕະ ການກ່ຽວກັບການ ຊຸກຍູ້ການພັດທະນາທາງດ້ານ ເສດຖະກິດ ໃຫ້ເປັນແຜນວຽກລະອຽດ, ມີແຜນຕິດ ຕາມ-ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະເປັນຕົ້ນ: ປັບປຸງແບບແຜນການບໍລິ ຫານ ແລະ ຄຸ້ມຄອງລັດ, ຄຽງຄູ່ກັບການປັບໂຄງສ້າງເສດຖະກິດ ທີ່ຫັນຈາກການເອື່ອຍອີງໃສ່ ແຫລ່ງ ລາຍຮັບ ຈາກຂະແໜງພະລັງງານ ແລະ ຊັບພະຍາກອນທໍາມະຊາດເປັນຕົ້ນຕໍ ໄປສູ່ເສດຖະກິດ ທີ່ມີ ຄວາມຫລາກຫລາຍ ໂດຍເນັ້ນໃສ່ ການຜະລິດເປັນສິນຄ້າ, ການຍົກລະດັບຜະລິດຕະພາບ ຂອງການ ຜະລິດ ແລະ ສີມືແຮງງານພາຍໃນ, ການພັດທະນາຕາມທ່າແຮງ ຂອງແຕ່ລະພາກ ແລະ ທ້ອງຖິ່ນ, ການປັບປຸງໂຄງລ່າງພື້ນຖານ ເພື່ອເປັນ ການເຊື່ອມຈອດ ແລະ ອື່ນໆ.


ຂ່າວ: ຂັນໄຊ/ຂປລ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.