Header Ads

ສູນທອນພົດຂອງປະທານາທິບໍດີ ໂດໂນ ທຣັມ ທີ່ເກົາຫຼ້ໃຕ້ ຮຽກຮ້ອງໃຫ້ນາໆຊາດໂດດດ່ຽວ ເກົາຫຼີເໜືອ




ປະທານາທິບໍດີ ໂດໂນ ທຣັມ ສ. ອາເມລິກາ ຮຽກຮ້ອງໃຫ້ນາໆຊາດຮ່ວມມືກັນໂດດດ່ຽວ ເກົາຫຼີເໜືອ ໂດຍລະບຸວ່າ ເກົາຫຼີເໜືອ ເປັນລະບອບການປົກຄອງທີ່ໂຫດຮ້າຍ ເຊິ່ງຄໍາກ່າວນີ້ມີຂື້ນພາຍຫຼັງທີ່ທ່ານ ໂດໂນ ທຣັມ ຢ້ຽມຢາມເກົາຫຼີໃຕ້ໃນວັນທີ 8 ພະຈິກ (ມື້ນີ້)  ຕາມແຜນການຢ້ຽມຢາມອາຊີຢ່າງເປັນທາງການ. 







ໃນສູນທອນພົດຍັງກ່າວຕື່ມວ່າ:  “ໂລກບໍ່ສາມາດທົນຕໍ່ລະບອບອັນໄພອັນຕະລາຍ” ທີ່ຂົມຂູ່ເລື່ອງການທໍາລາຍລ້າງດ້ວຍອາວຸດນິວເຄຼຍ ແລະ ຢ່າປະເມີນພວກເຮົາຕໍ່າເກີນໄປ ຢ່າລອງດີກັບພວກເຮົາ  ເຮົາບໍ່ຍິນຍອມໃຫ້ເມືອງຂອງ ສ. ອາເມລິກາ ຕ້ອງຖືກຂົ່ມຂູ່ ເຮົາຈະບໍ່ມີທາງຢ້ານກົວ  ແລະ ປະເທດທີ່ມີຄວາມຮັບຜິດຊອບຄວນຮ່ວມກັນໂດດດ່ຽວເກົາຫຼີເໜຶອ ແລະ ປະຕິດການໃຫ້ການສະໜັບສະໜຸນ ຫຼຶ ແມ້ແຕ່ການຍອມຮັບ”   


ກ່ອນໜ້ານີ້ພຽງໜຶ່ງວັນໃນການຖະແຫຼງຂ່າວຮ່ວມກັບ ປະທານາທິບໍດີ ມຸນແຈ ອິນ ແຫ່ງເກົາຫຼີໃຕ້ ປ. ໂດໂນ ທຣັມ ໃຊ້ຄໍາເວົ້າທີ່ນຸ້ມນວນໃນການຕອບໂຕ້ເກົາຫຼີເໜືອ ໂດຍຊີ້ໃຫ້ເຫັນວ່າ ພາຍໃຕ້ແນວທາງການບໍລິຫານຂອງ ປ. ໂດໂນ ທຣັມ ຍັງມີຄວາມພະຍາຍາມທີ່ຈະໃຫ້ເກົາຫຼີເໜືອກັບຄືນສູ່ໂຕເຈລະຈາອີກຄັ້ງ ໂດຍຕອນໜຶ່ງ ປ. ໂດໂນ ທຣັມຂອງສູນທອນພົດ ກ່າວວ່າ “ ຂ້າພະເຈົ້າເຊື່ອວ່າຄົງມີເຫດຜົນທີ່ເກົາຫຼີເໜືອຈະກັບມານັ່ງໂຕະເຈລະຈາອີກຄັ້ງໜຶງ” .ສໍາລັບແຜນການຢ້ຽມຢາມອາຊີເປັນທາງການປະກອບມີ 13 ວັນ ເຊິ່ງຫຼັງຈາກາເລັດການຢ້ຽມຢາມ ປ. ໂດໂນ ທຣັມ ຈະເດິນທາງໄປຢ້ຽມຢາມສປ ຈີນ.


ທີ່ມາ: BBC/Reuters 
© ໂຕະນໍ້າຊາ | tonamcha.com    
__________

Powered by Blogger.