Header Ads

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນອົງການສະຫະປະຊາຊາດ






ໃນຕອນເຊົ້າ ຂອງວັນທີ 8 ພະຈິກ 2017 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນ. ມາດເດິບົວ ບຸກກິກຽວ ຜູ້ລາຍງານພິເສດ ຂອງອົງການສະຫະປະຊາຊາດ (ສປຊ) ກ່ຽວກັບ ການຄ້າຂາຍ ແລະ ກົດຂີ່ຂູດຮີດເດັກນ້ອຍ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-16 ພະຈິກ 2017.



ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ນ. ມາດເດິບົວ ບຸກກິກຽວ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນຊຸກຍູ້ ວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງ ສປປ ລາວ ກໍ່ຄື ການຊຸກຍູ້ສົ່ງເສີມ ການຈັດຕັ້ງປະຕິບັດ ບັນດາສົນທິສັນຍາສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີ ໂດຍສະເພາະ ສົນທິສັນຍາສາກົນ ວ່າດ້ວຍສິດ ທິເດັກ ໃຫ້ມີຜົນສຳເລັດເປັນກ້າວໆ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ນຳສະເໜີໃຫ້ຊາບຕື່ມ ກ່ຽວກັບ ນະໂຍບາຍ, ກົນໄກ, ມາດຕະການ ແລະ ຄວາມເອົາໃຈໃສ່ ຂອງລັດຖະບານ ແຫ່ງ ສປປ ລາວ ຕໍ່ການຈັດຕັ້ງປະຕິບັດສິດ ແລະ ພັນທະຂອງຕົນ ໃນຖານະທີ່ເປັນພາຄີ ໃນສົນທິສັນຍາສິດທິມະນຸດສາກົນ, ສົນທິສັນຍາ ວ່າດ້ວຍການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ລວມທັງ ຜົນໄດ້ຮັບ ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດ ຂໍ້ຈຳກັດ ແລະ ບັນດາສິ່ງທ້າທາຍ ຕໍ່ວຽກງານການພັດທະນາແມ່ຍິງ ແລະ ເດັກນ້ອຍ ຂອງ ສປປ ລາວ. ນອກນັ້ນ, ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ອົງການສະຫະປະຊາຊາດ ກໍ່ຄື ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ທີ່ໄດ້ປະກອບ ສ່ວນຊຸກຍູ້ ແລະ ຊ່ວຍເຫຼືອດ້ານຕ່າງໆ ແກ່ ສປປ ລາວ ເພື່ອບັນລຸບັນດາຄາດໝາຍທີ່ກຳນົດໄວ້ ໃນແຜນພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.

​ ​ໃນໂອກາດດຽວກັນ, ທ່ານ ນ. ມາດເດິບົວ ບຸກກິກຽວ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການໃຫ້ກຽດຕ້ອນຮັບ ຂອງທ່ານຮອງນາຍົກລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ, ແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນ ຈະໄດ້ເຮັດວຽກຮ່ວມກັບກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ພ້ອມທັງ ລົງເບິ່ງສະພາບຄວາມເປັນຈິງ ຢູ່ຂັ້ນທ້ອງຖິ່ນຈຳນວນໜຶ່ງ ເພື່ອເກັບກຳຂໍ້ມູນ ແລະ ນຳໄປພິ​ຈາລະນາເຂົ້າໃນບົດລາຍງານ ທີ່ຈະລາຍງານຕໍ່ສະພາສິດທິມະນຸດ ສະຫະປະຊາຊາດ.​



ທີ່ມາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.