Header Ads

ທ່ານນາຍົກລັດຖະມົນຕີຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ








ວັນທີ່ 5 ພະຈິກນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປພົບປະປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1 ຢູ່ເຂດບ້ານຈັດສັນໃໝ່ ຂອງບ້ານຫ້ວຍໂລເມືອງປາກອູ, ເຊີ່ງຄະນະຮັບຜິດຊອບໂຄງການກໍ່ສ້າງ ໄດ້ປຸກເຮືອນຖາວອນໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 134 ຄອບຄົວ, ຄາດວ່າການຍົກຍ້າຍຂອງປະຊາຊົນຈະມີຂື້ນ ພາຍຫຼັງການເກັບກ່ຽວຜົນຜະລິດ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ອົງການປົກຄອງແຕ່ລະຂັ້ນ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນກວດກາຄືນໃຫ້ລະອຽດ ພ້ອມທັງຮີບຮ້ອນແກ້ໄຂບັນຫາຜົນກະທົບໂດຍໄວ, ຮຽກຮ້ອງໃຫ້ປະຊາຊົນຈົ່ງພ້ອມກັນສ້າງ ແລະ ພັດທະນາເສດຖະກິດຄອບຄົວຕາມທ່າແຮງ ໂດຍສະເພາະແມ່ນການຫັນປ່ຽນອາຊີບ ແລະ ພັດທະນາສີນຄ້າທີ່ເປັນເອກະລັກຂອງທ້ອງຖີ່ນ ໃຫ້ກາຍເປັນສີນຄ້າໂອດ໋ອບຂອງເມືອງປາກອູໃນອານາຄົດ ແນໃສ່ເຮັດໃຫ້ຄອບຄົວ ແລະ ບ້ານໄດ້ຮັບການພັດທະນາຢ່າງຮອບດ້ານ. ສ່ວນຕອນເຊົ້າຂອງວັນທີ່ 6 ພະຈິກນີ້ ທ່ານ ທອງລຸນ ສີສຸລິດ ໄດ້ເຮັດວຽກຮ່ວມກັບຄະນະບໍລິຫານງານພັກແຂວງ ໂດຍມີທ່ານຄຳຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະບໍລິຫານງານພັກແຂວງເຂົ້າຮ່ວມ. 



ຈາກນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຊີ້ນຳວຽກງານກະກຽມ ການສ້າງຕັ້ງນະຄອນ-ຫຼວງພະບາງ ແລະ ວຽກງານການທ່ອງທ່ຽວຢູ່ແຂວງຫຼວງພະບາງ ທີ່ສະໂມສອນໃຫ່ຍຂອງຫ້ອງວ່າການປົກຄອງແຂວງ ໂດຍທ່ານໄດ້ຊີ້ນຳໃຫ້ອົງການປົກຄອງທຸກຂັ້ນ ຈົ່ງກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມ ສະຫຼອງ ແລະ ປະກາດເມືອງຫຼວງພະບາງເປັນ ນະຄອນ-ຫຼວງພະບາງໃນອານາຄົດ ທັງກະກຽມເປັນເຈົ້າພາບທີ່ດີ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ອງທ່ຽວຫຼວງພະບາງ ໃນປີທ່ອງທ່ຽວລາວ ປີ 2018 ນີ້. 





ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຢູ່ແຂວງຫຼວງພະບາງຄັ້ງນີ້ ທ່ານພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່ເຂດບ້ານພອນໄຊເມືອງຫຼວງພະບາງຕື່ມອີກ.
ຂ່າວ,ພາບ: ອາພຸດເດດ



ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.