Header Ads

ປະທານາທິບໍດີ ໂດໂນ ທຣັມ ບໍ່ສົນໃຈຄໍາເຕືອນ ລົງນາມຂື້ນພາສີນໍາເຂົ້າເຫຼັກ ແລະ ອາລຸມີນຽນ






ສໍານັກຂ່າວຕ່າງປະເທດລາຍງານວ່າ : ປະທານາທິບໍດີ ໂດໂນ ທຣັມ ສະຫະລັດອາເມຣິກາ ລົງນາມຄໍາສັ່ງຂື້ນພາສີນໍາເຂົ້າເຫຼັກ ແລະ ອາລຸມີນຽນຈາກຕ່າງປະເທດ ເຖິງແມ່ນວ່ານາໆຊາຈະເຕືອນວ່ານີ້ແມ່ນມາດຕະການທີ່ຈະເປັນການຕັ້ງກໍາແພງພາສີ ເຊິ່ງຈະນໍາໄປສູ່ການເຮັດສົງຄາມການຄ້າ  ໂດຍໃນທີ່ສຸດແລ້ວແຕ່ລະຝ່າຍອາດບໍ່ໄດ້ປະໂຫຍດ ແລະ ທໍາລາຍລະບົບການຄ້າທີ່ມີຢູ່ເດີມ.



ສໍາລັບຄໍາສັ່ງນີ້ແມ່ນຈະເຮັດໃຫ້ບັນດາຫຼັກນໍາເຂົ້າມີລາຄາເພີ່ມຂື້ນ 25% ແລະ ອາລຸມີນຽນລາຄາເພີ່ມຂື້ນ 10%  ໂດຍຈະມີຜົນບັງຄັບໃນພາຍໃນ 15 ວັນພາຍຫຼັງທີ່ປະທານາທິບໍດີ ໂດໂນ ທຣັມ ລົງນາມ ເຊິ່ງໃນຄໍາສັ່ງນີ້ມີຈຸດປະສົງເພື່ອປົກປ້ອງອຸດສາຫະກໍາການຜະລິດເຫຼັກ ແລະ ອາລຸມີນຽນຂອງສະຫະລັດອາເມຣິກາທີ່ໄດ້ເຮັດສັນຍາການຄ້າແບບບໍ່ເປັນທໍາກັບຫຼາຍປະເທດ ແລະ ຕ້ອງການໃຫ້ຄົນຫັນມາໃຊ້ເຫຼັກ ແລະ ອາລຸມີນຽນ ທີ່ຜະລິດພາຍໃນປະເທດ. 




ຢ່າງໃດກໍຕາມ, ມີສອງປະເທດທີ່ໄດ້ຮັບການຍົກເວັ້ນການຂື້ນພາສີ (ບໍ່ນອນໃນຄໍາສັ່ງ)ຄື:  ປະເທດການາດາ ແລະ ເມັກຊີໂກ ເຊິ່ງຢູ່ລະຫວ່າງການເຈລະຈາຂໍ້ຕົກລົງທາງການຄ້າຂອງອາເມຣິກາເໜືອ ( North American Free Trade Agreement ຫຼື NAFTA) ແລະ ຈະພະຍາຍາມຂື້ນພາສີການນໍາເຂົ້າ ເຫຼັກ ແລະ ອາລຸມີນຽນຂອງແຕ່ລະປະເທດຢ່າງຢຶດຢຸ່ນ ໂດຍປະເທດໃດທີ່ເຮັດການຄ້າກັບ ສ. ອາເມຣິກາທີ່ບໍ່ເອົາປຽບຈະໄດ້ຮັບສິດຫຼຸດຜ່ອນທາງພາສີດເປັນກໍລະນີໄປ.


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.