Header Ads

Google ຕົກລົງສ້າງ AI ໃຫ້ກອງທັບສະຫະລັດ ເພື່ອຊ່ວຍໂດຣນວິເຄາະຂໍ້ມູນການສູ້ຮົບ






ເມື່ອໂລກເຂົ້າສູ່ຍຸກທີ່ເຕັກໂນໂລຊີນັ້ນມີບົດບາດໃນຫຼາກຫຼາຍສາຂາອາຊີບ ຫຼື ແມ້ແຕ່ຊີວິດປະຈໍາວັນ ຈົນໄປເຖິງສົງຄາມ ແລະ ການສູ້ຮົບທີ່ກໍາລັງເດີນໜ້າໄປສູ່ຍຸກທີ່ປະເທດໃດມີເຕັກໂນໂລຊີເໜືອກວ່າຍ່ອມເປັນຜູ້ໄດ້ປຽບ ແລະ ມີແຕ້ມຕໍ່ ພ້ອມກັບເປັນໂຕຊີ້ວັດຊະນະ ຫຼຶ ເສຍໄຊນໍາອີກ ເຊິ່ງມື້ນີ້ (9 ມີນາ 2018) ຖືກເປັນຂ່າວໃຫຍ່ເມື່ອ ບໍລິສັດ Google ຍັກໃຫຍ່ທາງດ້ານໄອທີ ໄດ້ອຸນະມັດໃຫ້ໜ່ວຍງານພາຍໃນບໍລິສັດໃນເຄືອເຂົ້າມາຊ່ວຍພັດທະນາ AI ໃຫ້ເພນຕາກອນ (ກະຊວງປ້ອງການປະເທດ ຂອງ ສ. ອາເມຣິກາ).



ໃນລາຍງານຂ່າວຂອງສໍານັກຂ່າວຕ່າງປະເທດລະບຸວ່າ : ໂຄງການພັດທະນາ ແລະ ທົດລອງ AI ຍັງແມ່ນລະດັບເລີ່ມຕົ້ນໃນໂຄງການ Project Maven ທີ່ກອງທັບ ສ. ອາເມຣິກາ ສົນໃຈສັກກະຍະພາບ AI ແລະ Machin Learning ຂອງລະບົບ AI  ທີ່ຈະເຮັດໜ້າທີ່ວິເຄາະຂໍ້ມູນຕ່າງໆທີ່ໂດຣນຂອງກອງທັບ ສ. ອາເມຣິກາ ເຂົ້າໄປສອດຊ່ອງ ແລະ ສອດເນມຝ່າຍກົງກັນຂ້າມ ແລະ ເກັບຂໍ້ມູນທີ່ກ່ຽວຂ້ອງສົ່ງກັບມາສູນບັນຊາການ.


ພາຍຫຼັງທີ່ມີການເຜີຍແຜ່ຂ່າວນີ້ອອກມາກໍມີສຽງວິພາກວິຈານ ແລະ ສະແດງຄວາມຄິດເຫັນຢ່າງຫຼາກຫຼາຍ ພ້ອມລະບຸວ່າ Google ບໍ່ຄວນຕັດສີນໃຈແບບນີ້ ໂດຍສະເພາະເລື່ອງລະອຽດອ່ອນໃນການນໍາໃຊ້ເຕັກໂນໂລຊີໄປສອດສ່ອງຜູ້ອື່ນ ເຊິ່ງອາດມີການນໍາໃຊ້ເຕັກໂນໂລຊີ AI ທີ່ຕິດໃນໂດຣນໄຮ້ຄົນຂັບໃນທາງທີ່ຜິດໃນອະນາຄົດໂດຍສະເພາະການທໍາລາຍລ້າງ ແລະ ຂ້າຜູ້ຄົນ. 

ຂໍ້ມູນ: BBC & Independent.co.uk 
© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.