Header Ads

ສະຫະພັນແມ່ຍິງ ກະຊວງ ຮສສ ພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ





ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນ ວັນທີ 8 ມີນາ, ທີ່ໄດ້ບັນຈົບຄົບຮອບອີກວາລະໜຶ່ງ ຈຶ່ງໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຮ່ວມກັບ ກອງພັນໃຫຍ່ທະຫານຮາບ ຈ 11, ໃນວັນທີ 7 ມີນາ 2018ນີ້, ທີ່ກອງພັນໃຫຍ່ທະຫານຮາບ ຈ 11, ໄດ້ພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ຂື້ນ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ນ. ໃບຄຳ ຂັດທິຍະ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ທ່ານຄຳແກ້ວ ສານປຸນຄູນໄຊຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ທ່ານ ນາງ ແກ້ວ ຈັນທະວີໄຊ ປະທານສະຫະພັນແມ່ຍິງ ກະຊວງ ຮສສ , ພ້ອມດວ້ຍຄະນະພັກ, ຄະນະບັນຊາກອງພັນໃຫຍ່ທະຫານຮາບ ຈ 11 ແລະ ຄະນະສະມາຊິກສະຫະພັນແມ່ຍິງ ສອງພາກສວ່ນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ .





ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ ຍິງສາກົນ (8/3/1910 - 8/3/2018) ຄົບຮອບ 108 ປີ, ທ່ານ ນ. ໃບຄຳ ຂັດທິຍະ ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ກະຊວງ ຮສສ ໄດ້ມີຄຳເຫັນວ່າ: ວັນທີ 8 ມີນາ ແມ່ນວັນແມ່ຍິງສາກົນ ຊຶ່ງເປັນວັນທີ່ແມ່ຍິງທົ່ວໂລກ ພ້ອມກັນສ້າງຂະບວນການ ສະເຫຼີມສະຫຼອງວັນແຫ່ງຄວາມສຳເລັດໃນການຕໍ່ສູ້ ເພື່ອສິດເສລີພາບ ແລະ ໄດ້ກາຍເປັນວັນແຫ່ງໄຊຊະນະ ຂອງແມ່ຍິງໃນທົ່ວໂລກ ນັບແຕ່ອະດີດຮອດປັດຈຸບັນເວົ້າລວມ, ເວົ້າສະເພາະແມ່ຍິງລາວ ໄດ້ພ້ອມກັນສ້າງຂະບວນການສະເຫຼີມສະຫຼອງ ແລະ ລະນຶກເຖິງມູນເຊື້ອໃນວັນອັນສຳຄັນດັ່ງກ່າວ. ໃນນາມ ທີ່ເປັນ ປະທານສະຫະພັນແມ່ຍິງ ກະຊວງ ຮສສ . ຈຶ່ງໄດ້ພ້ອມກັນ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2018 ຄົບຮອບ 108 ປີ ໃຫ້ເປັນຂະບວນຟົດ ຟື້ນ ແລະ ມີເນື້ອໃນຄວາມ ໝາຍເລິກເຊິ່ງ ທັງເປັນການ ສຶກສາອົບຮົມ, ປຸກລະດົມຂະບວນການແມ່ຍິງພາຍໃນ ແລະ ອອ້ມຂ້າງກະຊວງ ຮສສ, ພ້ອມນີ້ ແມ່ນເພື່ອການຈັດ ຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ VII ແລະ ປະກອບສ່ວນສ້າງ ຂະບວນການປີທ່ອງທ່ຽວລາວ 2018 ,ຊຶ່ງໃນປີນີ້ໄດ້ສະເຫຼີມສະຫຼອງວັນທີ 8 ມີນາ ພາຍ ໃຕ້ຄຳຂວັນ "ເຖິງເວລາແລ້ວ ທີ່ທຸກຄົນຕ້ອງຮ່ວມມືກັນປັບ ປຸງຊີວິດການເປັນຢູ່ຂອງແມ່ ຍິງໃນຕົວເມືອງ ແລະ ຊົນນະ ບົດໃຫ້ໄດ້ຮັບການປ່ຽນແປງ ເພື່ອຄຸນນະພາບທີ່ດີຂຶ້ນ".



ທ່ານ ກ່າວຕື່ມວ່າ: ເພື່ອ ເຮັດໃຫ້ການສະເຫຼີມສະຫຼອງ ວັນດັ່ງກ່າວ ໃນປີນີ້ ໃຫ້ມີເນື້ອ ໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນການກວ້າງຂວາງ ໃນທົ່ວປະເທດ, ຈາກນັ້ນ ສະຫະພັນແມ່ຍິງ ທັງສອງພາກສວ່ນ ໄດ້ຮວ່ມກັນຈັດກິດຈະກຳຕ່າງເຊັ່ນ: ການຈັດງານໂຮມຊຸມນຸມມິດຕິງ ເພື່ອທົບທວນຄືນປະຫວັດ ການຕໍ່ສູ້ຂອງແມ່ຍິງ ສຳມະນາ ສົ່ງເສີມຄວາມຮູ້ໃຫ້ກັບສະມາຊິກແມ່ຍິງ ຮສສ, ຊົມບົດຟ້ອນ, ບົດຮອງລວມໝູ່ ຂອງໜ່ວຍແມ່ຍິງ, ແຂ່ງຂັນກິລາ , ໃນໂອກາດນີ້ ທ່ານ ຍັງໄດ້ຮຽກຮ້ອງມາຍັງ ສະມາຊິກແມ່ຍິງ ຮສສ, ຈົ່ງໃຫ້ການ ຮ່ວມມື, ສະໜັບສະໜູນ ແລະ ເຂົ້າຮ່ວມໃນຂະບວນການສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເປັນ ຂະບວນຟົດຟື້ນ, ກວ້າງຂວາງ ແລະ ມີບັນຍາກາດເບີກບານ ມ່ວນຊື່ນ ແລະ ມີຄວາມໝາຍ.


ພາບ-ຂ່າວ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການາສັງຄົມ)

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.