Header Ads

ເກີດເຫດລະເບີດຂ້າໂຕຕາຍ ໃນຈຸດຮັກສາຄວາມປອດໄພໃນ ອັຟການິສະຖານ ເສຍຊີວິດ 7 ຄົນ






ສໍານັກຂ່າວຕ່າງປະເທດລາຍງານວ່າ : ໃນວັນທີ 9 ມີນາ 2018 ທີ່ຜ່ານມາໄດ້ເກີດເຫດລະເບີດຂ້າໂຕຕາຍ ໃນຈຸດຮັກສາຄວາມປອດໄພໃນ ອັຟການິສະຖານ ນະຄອນຫຼວງຄາບູລ ທ່າມກາງຝູງຊົນທີ່ມາຮ່ວມພິທີໄຫວ້ອາໄລໃຫ້ແກ່ການຈາກໄປຂອງ Abdul Ali Mazari ຂອງຜູ້ນໍາທາງການເມືອງຂອງຊົນເຜົ່າກຸ່ມນ້ອຍຊາວ Shiite Hazara ໂດຍເຫດລະເບີດເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ໃນທີ່ເກີດເຫດ. 




ຂໍ້ມູນເບື້ອງຕົ້ນຈາກ ທ່ານ  Basir Mujahid ທີ່ເປັນໂຄສົກກົມຕໍາຫຼວດ ນະຄອນຫຼວງຄາບູລ ລາຍງານວ່າ: ຜູ້ກໍ່ເຫດພະຍາຍາມຍ່າງເຂົ້າໄປຈຸດທີ່ມີການເຕົ້າໂຮມ ເພື່ອໄຫວ້ອາໄລແກ່ Abdul Ali Mazari ໂດຍພະຍາຍາເຂົ້າໃກ້ກັບຝູງຊົນຫຼາຍທີ່ສຸດກ່ອນປະຕິບັດການລະເບີດໂຕເອງໃນບໍລິເວນການຮັກສາຄວາມປອດໄພດ້ານນອກພີທີໄຫວ້ອາໄລ. 




ສໍາລັບ Abdul Ali Mazari ຖືກລອບສັງການໂດຍກູ່ມຕາລິບານໃນວັນທີ 12 ມີນາ 1995 ຕອນອາຍຸ 49 ປີ ພ້ອມກັບຜູ້ຕິດຕາມ 5 ຄົນໃນເມືອງ Chaharasyab ນະຄອນຫຼວງຄາບູລ.


ຂໍ້ມູນ: Independent 

© ໂຕະນໍ້າຊາ |     tonamcha.com
___________

Powered by Blogger.