Header Ads

8 ບົດຮຽນການເປັນຜູ້ນໍາຂອງ ລີກວນຍູ




1. ຄວາມສະຫຼາດຫຼັກແຫຼມເປັນສິ່ງຈໍາເປັນ
ລີກວນຍູເປັນນັກຮຽນເກັ່ງຕັ້ງແຕ່ສະໄໝຮຽນທີ່ປະເທດອັງກິດ ເຊິ່ງທ່ານໄດ້ຮັບໃບປະກາດກຽດນິຍົມອັນດັບໜຶ່ງສອງໃບ ແຕ່ການເກັ່ງຂອງ ລີກວນຍູ ບໍ່ແມ່ນເລື່ອງບັງເອີນ, ບໍ່ແມ່ນເລື່ອງກໍາມະພັນ ແລະ ບໍ່ແມ່ນເລື່ງທີ່ຈະເກີດຂື້ນສະເພາະຜູ້ໃດຜູ້ໜຶ່ງທີ່ສະຫວັນກໍານົດ ແຕ່ຫາກແມ່ນການສະແຫວງຫາ ແລະ ຂົນຂວາຍຫາຄວາມຮູ້ ແລະ ຄວາມຮູ້ ນີ້ແຫຼະທີ່ເຮັດໃຫ້ ລີກວນຍູ ສະຫຼາດຫຼັກແຫຼມຈົນເຮັດໃຫ້ສາມາດກຳນົດທິດທາງ ແລະ ວິໄສທັດປະເທດສິງກະໂປຈາກໂລກທີ່ສາມກ້າວໄປສູ່ໂລກທີ່ໜຶ່ງ;



2. ຄວາມກ້າຫານ ແລະ ການພັກດັນ
ລີກວນຍູ ເປັນຄົນທີ່ກ້າຫານ, ເຊື່ອໜັ້ນຕົນເອງ, ເຊື່ອໝັ້ນໃນວິໄສທັດທີ່ຕົນເອງເຫັນ ແລະ ເຊື່ອໃນອຸດົມການທີ່ຈະພາປະເທດສິງກະໂປໄປສູ່ຄວາມຈະເລີນສີວິໄລ  ເຊິ່ງສິ່ງເຫຼົ້ານັ້ນເຮັດໃຫ້ ລີກວນຍູ ກ້າພັກດັນກົດໝາຍ, ນະໂຍບາຍ ແລະ ການຕັດສີນໃຈໃນເລື່ອງຄິດຕ່າງ ເຊິ່ງສະທ້ອນໃນເຫັນເລື່ອງນະໂບບາຍ "Green and Clean Singapore" ທີ່ຫຼາຍຄົນ ແລະ ຫຼາຍປະເທດຫົວຂັວນນະໂຍບາຍນີ້ ແຕ່ສຸດທ້າຍນະໂຍບາຍດັ່ງກ່າວກັບເຮັດໃຫ້ປະເທດສິງກະໂປມີລະບຽນ,​ສະອາດ ແລະ ເປັນປະເທດສິຂຽວ;

3. ການເວົ້າຢ່າງມີພະລັງ
ໜຶ່ງໃນຈຸດແຂງຂອງ ລີກວນຍູ  ຄືການເວົ້າຢ່າງມີພະລັງ, ໜ້າເກງຂາມ ແລະ ໜ້າເຊື່ອຖື ເຊິ່ງຫຼາຍເວທີໃນຕອນຫາສຽງເລືອກຕັ້ງ ລີກວນຍູ ເປັນຜູ້ສະໝັກທີ່ເວົ້າໄດ້ຢ່າງມີພະລັງ ຫຼຶ ແມ້ແຕ່ຕອນທ່ານປາໄສໃນແຕ່ລະເວທີ ຄໍາເວົ້າຂອງທ່ານລ້ວນແຕ່ແຝງດ້ວຍພະລັງ ແລະ ຂໍ້ຄິດດີໆຢູ່ໃນນັ້ນ;



4. ເວົ້າໃນສິ່ງທີ່ເປັນປະໂຫຍດ
ນີ້ແມ່ນອີກໜຶ່ງສິ່ງທີ່ເຮັດໃຫ້ ລີກວນຍູ ເປັນນາຍົກລັດຖະມົນຕີ ປະເທດສິງກະໂປ ຍາວນານທີ່ສຸດເຖິງ 31 ປີ ແລະ ຊາວສິງກະໂປເຊື່ອໝັ້ນໃນສິ່ງທີ່ທ່ານເວົ້າຜ່ານວິໄສທັດການນໍາພາປະເທດ ແລະ ສິ່ງທີ່ເປັນຫົວໃຈຫຼັກຂອງເລື່ອງນີ້ຄື ການບໍ່ເວົ້າໃນສິ່ງທີ່ບໍ່ເປັນປະໂຫຍດແກ່ຄົນຈໍານວນຫຼາຍ ແລະ ບໍ່ຄວນເວົ້າເລື່ອງໃດໜຶ່ງແບບຫຼິ້ນໆ.

5. ສ້າງຄວາມເກງຂາມ
ລີກວນຍູ  ເປັນບຸກຄົນທີ່ໜ້າເກັງຂາມໃນທຸກມີຕິ ແລະ ເປັນຄົນເດັດຂາດໃນການຕັດສີນໃຈ ເຊິ່ງມັນສະທ້ອນໃຫ້ເຫັນນະໂຍ ບາຍຕ່າງໆ, ກົດໝາຍທີ່ອອກມາຈໍາກັດສິດຜູ້ຕໍ່ຕ້ານ ແລະ ລວມໄປເຖິງຮູບແບບການບໍລິຫານປະເທດໃນຊ້ວງທີ່ທ່ານເປັນນາຍົກລັດຖະມົນຕີ ປະເທດສິງກະໂປ;

6. ເບິ່ງໂລກດ້ວຍຄວາມເປັນຈິງ
ການເບິ່ງໂລກດ້ວຍຄວາມເປັນຈິງເປັນລັກສະນະ ແລະ ຈຸດແຂງອິກຢ່າງຂອງ  ລີກວນຍູ  ເຊິ່ງນັ້ນກໍເປັນປັດໃຈ ແລະ ອົງປະກອບທີ່ເຮັດໃຫ້ທ່ານປະສົບຄວາມສໍາເລັດໃນການນໍາພາປະທດສິງກະໂປ ເຊິ່ງສິ່ງເຫຼົ່ານັ້ນເຮັດໃຫ້ທ່ານເບິ່ງບັນຫາໄດ້ຢ່າງເຂົ້າ, ແກ້ບັນຫາໄດ້ຢ່າງກົງຈຸດ ແລະ ວາງແຜນໄດ້ຢ່າງຮັດກຸມ;



7. ຮັກດຽວໃຈດຽວ
ຊາວສິງກະໂປຍອມຮັບໃນຄວາມຮັກດຽວໃຈດຽວຂອງ ລີກວນຍູ ເຊິ່ງຄັ້ງໜຶ່ງລູກຊາຍຂອງທ່ານ ລີກວນຍູ ທ່ານ Lee Hsien Loong (ນາຍົກລັດຖະມົນຕີຄົນປັດຈະບັນຂອງ ປະເທດສິງກະໂປ) ເລົ່າໃຫ້ຟັງວ່າ : ພໍ່ບອກແມ່ວ່າ" ເຖິງຈະມີຫຍັງເກີດຂື້ນໃນຂ້າງໜ້າ ເພີ່ນຈະຂໍຢູ່ກັບພັນລະຍາຄົນນີ້ໄປຈົນຕະຫຼອດຊີວິດ".

8. ບໍ່ຍອມຕາຍ
ນີ້ແມ່ນຈິດວິຍານຂອງຜູ້ນໍາໂດຍແທ້ທີ່ ລີກວນຍູ ສະທ້ອນໃຫ້ຄົນສິງກະໂປ ແລະ ຄົນທົ່ວໂລກເຫັນເຖິງຄວາມໝັກແໜ້ນ, ມີອຸດົມການ, ຄວາມມີວິໄນ ແລະ ຄວາມມີວິໄສທັດ ຈົນມີວາລີເດັດທີ່ ລີກວນຍູ ໄດ້ກ່າວໄວ້ວ່າ : 

"ເຖິງແມ້ແຕ່ນອນເຈັບປ່ວຍຢູ່ເທິງຕຽງ ແຕ່ຖ້າມີຫຍັງທີ່ບໍ່ຖືກຕ້ອງ ຂ້າພະເຈົ້າກໍພ້ອມຈະລຸກຂື້ນເພື່ອເຮັດສິງນັ້ນໃຫ້ມັນດີຂື້ນ "

ຮຽບຮຽງ : ໂຕະນໍ້າຊາ | tonamcha.com
-----------------


Powered by Blogger.