Header Ads

ຄຳມ່ວນ ອະນຸຍາດໃຫ້ບໍລິສັດເອກະຊົນສຶກສາ-ສຳຫຼວດແຫຼ່ງທ່ອງທ່ຽວ 4 ແຫ່ງ ໃນເມືອງຫີນບູນ




ບໍລິສັດ ອິນທຣາໂຄໂປເຣຊັນ ຈຳກັດ ໄດ້ຮັບການອະນຸຍາດໃຫ້ສຶກສາ-ສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາ ແຫຼ່ງທ່ອງທ່ຽວ ຂຸນກອງແລງ, ຂຸນແຂ້, ຂຸນປະກັນ ແລະ ຕາດຄອນແກ້ວ ເມືອງຫີນບູນ ຕາມຂໍ້ຕົກລົງຂອງເຈົ້າແຂວງໆຄຳມ່ວນ ສະບັບເລກທີ 600/ຈຂ.ຄມ. ເຊິ່ງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອົງການປົກຄອງແຂວງ ເຊິ່ງຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ກັບບໍລິສັດ ອິນທຣາໂຄໂປເລຊັນ ຈຳກັດຜູ້ດຽວ.



ແຂວງຄຳມ່ວນຕ້ອງການທີ່ຈະພັດທະນາສະຖານທີ່ທ່ອງທ່ຽວຂຸນກອງແລງ, ຂຸນແຂ້, ຂຸນປະກັນ ແລະ ຕາດຄອນແກ້ວ ເພື່ອຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ເຊິ່ງໂຄງການພັດທະນາສະຖານທີ່ທ່ອງທ່ຽວດັ່ງກ່າວແມ່ນ ສາມາດຕອບສະໜອງໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຝ່າຍບໍລິສັດ ອິນທຣາໂຄໂປເລຊັນ ເປັນບໍລິສັດພາຍໃນທີ່ມີຊ່ຽວຊານດ້ານການທ່ອງທ່ຽວ ແລະ ມີຄວາມຮັບຜິດຊອບການລົງທຶນດ້ວຍຕົນເອງ ເພື່ອເປັນພື້ນຖານໃນການອະນຸຍາດສຶກສາ-ສຳຫຼວດຄວາມອາດສາມາດເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງທ່ຽວ ໂດຍໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຢູ່ໃນ ສປປ ລາວ. ເຊິ່ງຕາມເນື້ອໃນຂອງບົດບັນທຶກດັ່ງກ່າວ ຝ່າຍອົງການປົກຄອງແຂວງ ໄດ້ມອບສິດໃຫ້ຝ່າຍບໍລິສັດແຕ່ພຽງຜູ້ດຽວເພື່ອສຳຫຼວດ ແລະ ສ້າງບົດວິພາກເສດຖະກິດ-ເຕັກນິກ ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນສັນຍາພັດທະນາໂຄງການ ແລະ ສັນຍາສຳປະທານທີ່ໄດ້ກຳນົດຂັ້ນຕອນ, ເງື່ອນໄຂ ແລະ ຈະໄດ້ເຈລະຈາກັນພາຍຫຼັງຜົນສຳຫຼວດໂຄງການ, ບົດບັນທຶກແມ່ນມີຜົນບັງຄັບໃຊ້ນັບແຕ່ ທັງສອງຝ່າຍໄດ້ລົງລາຍເຊັນຮ່ວມກັນ ໃນໄລຍະເວລາ 18 ເດືອນ ແລະ ສາມາດຍື່ນຄຳຮ້ອງຂໍຕໍ່ຢ່າງໜ້ອຍ 60 ວັນ ກ່ອນວັນໝົດອາຍຸຂອງບົດບັນທຶກ, ການອະນຸຍາດໃຫ້ຕໍ່ອາຍຸຕ້ອງມີຜົນຂອງການສຳຫຼວດທີ່ຜ່ານມາຢັ້ງຢືນ ແລະ ໃຫ້ເຫດຜົນເປັນລາຍລັກອັກສອນ ພ້ອມເຊັນຮັບຮູ້ທັງສອງຝ່າຍ. 



ສ່ວນການສຶກສາຄວາມເປັນໄປໄດ້ຂອງຝ່າຍບໍລິສັດແມ່ນ ຕ້ອງໄດ້ມາດຕະຖານເຕັກນິກທີ່ຂະແໜງການກ່ຽວຂ້ອງກຳນົດອອກ, ການສຶກສາປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຜົນກະທົບຕໍ່ສັງຄົມແມ່ນໃຫ້ສອດຄ່ອງກັບກົດໝາຍສິ່ງແວດລ້ອມ, ປົກປັກຮັກສາ ແລະ ເສຍຄ່າທົດແທນຜົນເສຍຫາຍຜົນລະປູກ ແລະ ຊັບສິນຂອງປະຊາຊົນ,  ສຳລັບທຶນການສຶກສາ-ສຳຫຼວດຄວາມເປັນໄປໄດ້ແມ່ນທຶນຂອງບໍລິສັດ 100% ໃນການດຳເນີນການສຳຫຼວດ ແລະ ຕ້ອງໄດ້ລົງມືສຳຫຼວດພາຍໃນ 60 ວັນ ພາຍຫຼັງທີ່ໄດ້ເຊັນ MOU ເປັນຕົ້ນໄປ.





ພິທີລົງນາມເຊັນບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ມີນາ 2018 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງ ຕາງໜ້າຝ່າຍອົງການປົກຄອງແຂວງໂດຍທ່ານ  ພູຊະນະ ໄຊໂກສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ແລະ ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາໂຄໂປເລຊັນ ຈຳກັດ, ເຊິ່ງມີຄະນະນຳເມືອງຫີນບູນ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍພະນັກງານວິຊາການທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.   



ພາບ ແລະ ຂ່າວ: ຂ່າວແຂວງຄໍາມ່ວນ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.