Header Ads

ຄຳມ່ວນ-ນະຄອນພະນົມ ຈັດງານຕະຫລາດນັດ ວາງສະແດງ ແລະ ຈຳໜ່າຍສິນຄ້າ ສາຍສຳພັນລາວ-ໄທ




ແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ໄດ້ຮ່ວມມືກັນຈັດກິດຈະກຳຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ( ກຸ່ມ SANUK ແລະ ປະກວດລຳມະຫາໄຊ ປະຈຳປີ 2018 ) ເຊິ່ງເປັນກິດຈະກຳໜຶ່ງທີ່ສຳຄັນ ແລະ ເພື່ອເປັນການເປີດ ໂອກາດໃຫ້ທຸກພາກສ່ວນວິສາຫະກິດຂະໜາດນ້ອຍ ແລະ ກາງ, ກຸ່ມຜູ້ຜະລິດໂອດ໋ອບ-ໂອທ໋ອບພາກສ່ວນຜະລິດຂອງ ສປປລາວ - ໄທ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນແຂວງຄໍາມ່ວນ ແລະ ແຂວງໃກ້ຄຽງໄດ້ນຳເອົາຜະລິດຕະພັນຂອງຕົນ ເອງມາສະແດງເພື່ອໂຄສະນາປະຊາສຳພັນ ແລະ ຂາຍເປັນສິນຄ້າ, ເປັນໂອກາດພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ເພື່ອກະຕຸກຊຸກຍູ້ໃຫ້ວຽກງານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການສົ່ງເສີມແລກປ່ຽນ ທາງດ້ານວັດທະນະ ທຳ, ທັງສາມາດເຊື່ອມໂຍງກັບບັນດາປະເທດຕ່າງໆໃນອະນຸພາກພື້ນ AEC ກໍ່ຄືສາກົນໃຫ້ນັບມື້ນັບກວ້າງຂວາງ.



ງານວາງສະແດງ ແລະ ຈຳໜ່າຍສິນຄ້າດັ່ງກ່າວໄດ້ກຳນົດເປັນເວລາ 5 ວັນ ເລີ່ມແຕ່ວັນທີ 27-31 ມີນາ 2018 ຢູ່ ທີ່ຕະຫລາດຄຳມ່ວນ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງຈະມີການປະກວດລຳມະຫາໄຊ ແຂວງຄຳມ່ວນ ປີ 2018, ການ ສະແດງສິນລະປະ ແລະ ວັດທະນະທຳຂອງສອງປະເທດ ລາວ-ໄທ, ມີກຸ່ມຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ຂະ ໜາດກາງ SMG  ແລະ ກຸ່ມສິນຄ້າໂອດ໋ອບ ບັນດາແຂວງຕ່າງໆຈາກ ສປປລາວ ແລະ ຣາຊາອານາຈັກໄທ ຈຳນວນ 40 ຮ້ານ ຄ້າ, ປະເພດສິນຄ້າເຄື່ອງຫັດຖະກຳ-ຈັສານ, ເຄື່ອງຜ້າຝ້າຍໄຫມລາວ, ເຄື່ອງສະໝຸນໄພ, ກຸ່ມປຸງແຕ່ງ, ເຄື່ອງເຟີນີເຈີໄມ້ ຕົບແຕ່ງ ພາຍໃນຄົວເຮືອນ ແລະ ອື່ນໆລວມມູນຄ່າທັງໝົດ 485 ລ້ານກວ່າກີບ.





ເປັນກຽດເຂົ້າຮ່ວມເປີດງານດັ່ງກ່າວມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ , ທ່ານປະທີບ ສິດທິກຸນ ຮອງ ຜູ້ວ່າຣາດຊະການຈັງຫວັດນະຄອນພະນົມ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ, ພານິດຈັງຫວັດນະຄອນ ພະນົມພ້ອມດ້ວຍໜ່ວຍງານລັດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງ 2 ປະເທດເຂົ້າຮ່ວມ.


ພາບ ແລະ ຂ່າວ: ຂ່າວແຂວງຄໍາມ່ວນ 
© ໂຕະນໍ້າຊາ | www.tonamchanews.com | www.tonamcha.com 
___________

Powered by Blogger.